-
ຈົດເຊັນບັນຊີ 15:8-10ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ຖ້າເຈົ້າເອົາງົວໂຕຜູ້ມາໃຫ້ພະເຢໂຫວາເພື່ອໃຊ້ເປັນເຄື່ອງບູຊາເຜົາ+ ຫຼືເຄື່ອງບູຊາສາບານພິເສດ+ ຫຼືເຄື່ອງບູຊາສ້າງຄວາມສະຫງົບສຸກ+ 9 ເຈົ້າຕ້ອງເອົາງົວໂຕນັ້ນມາພ້ອມກັບແປ້ງລະອຽດ 3 ສ່ວນ 10 ເອຟາ*ທີ່ປະສົມກັບນ້ຳມັນເຄິ່ງຮິນ*ທີ່ໃຊ້ເປັນເຄື່ອງບູຊາທີ່ເຮັດຈາກເມັດເຂົ້າ+ 10 ແລະເຈົ້າຕ້ອງເອົາເຫຼົ້າແວງເຄິ່ງຮິນມານຳເພື່ອໃຊ້ເປັນເຄື່ອງບູຊາດື່ມ+ ເປັນເຄື່ອງບູຊາດ້ວຍໄຟທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.
-