-
ອົບພະຍົບ 23:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ພວກເຈົ້າຕ້ອງສະຫຼອງເທດສະການໃຫ້ເຮົາປີລະ 3 ເທື່ອ.+
-
-
ອົບພະຍົບ 34:23ຄຳພີໄບເບິນສະບັບແປໂລກໃໝ່
-
-
23 ໃຫ້ຜູ້ຊາຍທຸກຄົນໄປຢູ່ຕໍ່ໜ້າພະເຢໂຫວາຜູ້ເປັນນາຍແລະເປັນພະເຈົ້າຂອງພວກອິດສະຣາເອນປີລະ 3 ເທື່ອ.+
-
-
ພະບັນຍັດ 12:5, 6ຄຳພີໄບເບິນສະບັບແປໂລກໃໝ່
-
-
5 ຖ້າພະເຢໂຫວາພະເຈົ້າຂອງເຈົ້າເລືອກບ່ອນໃດສຳລັບຊື່ຂອງເພິ່ນແລະເພື່ອເປັນບ່ອນຢູ່ຂອງເພິ່ນ ບໍ່ວ່າຈະຢູ່ບ່ອນໃດໃນເຂດແດນຂອງຕະກູນຕ່າງໆຂອງອິດສະຣາເອນ ເຈົ້າຕ້ອງໄປນະມັດສະການເພິ່ນຢູ່ບ່ອນນັ້ນ.+ 6 ເຈົ້າຕ້ອງເອົາເຄື່ອງບູຊາເຜົາ+ກັບ 1 ສ່ວນ 10+ ຂອງທຸກສິ່ງທີ່ເຈົ້າມີ+ ເຄື່ອງບູຊາທີ່ໃຫ້ຕາມທີ່ໄດ້ສາບານໄວ້ ເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈ+ ເຄື່ອງບູຊາອື່ນໆກັບສິ່ງຂອງອື່ນໆທັງໝົດທີ່ຢາກໃຫ້ ແລະລູກໂຕຜູ້ໂຕທຳອິດຈາກຝູງສັດຂອງເຈົ້າໄປໃຫ້ເພິ່ນຢູ່ຫັ້ນ.+
-
-
ພວກຜູ້ຕັດສິນ 21:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ແລ້ວເຂົາເຈົ້າກໍເວົ້າຕື່ມອີກວ່າ: “ໃນທຸກໆປີ ມີເທດສະການສະຫຼອງໃຫ້ພະເຢໂຫວາຢູ່ເມືອງຊີໂລ.+ ເມືອງຊີໂລຢູ່ລະຫວ່າງເມືອງເບເທນກັບເມືອງເລໂບນາ. ເມືອງຊີໂລຢູ່ທາງທິດຕາເວັນອອກຂອງເສັ້ນທາງຫຼັກຈາກເມືອງເບເທນໄປເມືອງເຊເຄັມ.”
-