ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 14:50
    ຄຳພີໄບເບິນສະບັບແປໂລກໃໝ່
    • 50 ເມຍ​ຂອງ​ຊາອູນ​ຊື່​ອາຮີໂນອາມ. ລາວ​ເປັນ​ລູກ​ຂອງ​ອາຮີມາອາດ. ຫົວ​ໜ້າ​ກອງ​ທັບ​ຂອງ​ຊາອູນ​ຊື່​ອັບເນ.+ ອັບເນ​ເປັນ​ລູກ​ຂອງ​ເນ ແລະ​ອັບເນ​ເປັນອາວຂອງ​ຊາອູນ.

  • 1 ຊາມູເອນ 17:55
    ຄຳພີໄບເບິນສະບັບແປໂລກໃໝ່
    • 55 ຕອນ​ທີ່​ຊາອູນ​ເຫັນ​ດາວິດ​ອອກ​ໄປ​ສູ້​ກັບ​ໂກລີອາດ ຊາອູນ​ຖາມ​ອັບເນ+​ຫົວ​ໜ້າ​ກອງ​ທັບ​ວ່າ: “ອັບເນ ເດັກ​ນ້ອຍ​ຜູ້​ນີ້+ແມ່ນ​ລູກ​ໃຜ?” ອັບເນ​ຕອບ​ວ່າ: “ກະສັດ ຂ້ອຍ​ເວົ້າແທ້​ໆ​ ຂ້ອຍ​ບໍ່​ຮູ້!”

  • 1 ຊາມູເອນ 26:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ຫຼັງ​ຈາກ​ນັ້ນ ດາວິດ​ກໍ​ໄປ​ບ່ອນ​ທີ່​ຊາອູນ​ຕັ້ງ​ຄ້າຍ​ຢູ່. ດາວິດ​ເຫັນ​ຊາອູນ​ແລະອັບເນ*+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ກຳລັງ​ນອນ​ຫຼັບ​ຢູ່. ຊາອູນ​ນອນ​ຫຼັບ​ຢູ່​ໃນ​ຄ້າຍ​ແລະ​ພວກ​ທະຫານ​ກໍ​ນອນ​ອ້ອມ​ລາວ​ຢູ່.

  • 2 ຊາມູເອນ 4:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ເມື່ອ​ອິດໂບເຊດ+ລູກ​ຊາຍ​ຂອງ​ຊາອູນ​ໄດ້​ຍິນ​ວ່າ​ອັບເນ​ຖືກ​ຂ້າ​ຕາຍ​ຢູ່​ເມືອງ​ເຮັບໂຣນ+ ລາວ​ກໍ​ເສຍ​ໃຈ​ຫຼາຍ ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ເສຍໃຈ​ຄື​ກັນ.

  • 1 ກະສັດ 2:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ລູກ​ກໍ​ຮູ້​ດີ​ວ່າ​ໂຢອາບ​ລູກ​ຊາຍ​ຂອງ​ເຊຣູຢາ​ໄດ້​ເຮັດ​ຫຍັງ​ກັບ​ພໍ່ ແລະ​ເຮັດ​ຫຍັງ​ກັບ​ຫົວ​ໜ້າ​ກອງ​ທັບ 2 ຄົນ​ຂອງ​ອິດສະຣາເອນ ເຊິ່ງ​ກໍ​ຄື​ອັບເນ​+ລູກ​ຊາຍ​ຂອງ​ເນ ແລະ​ອາມາສາ+ລູກ​ຊາຍ​ຂອງ​ເຢເທ. ລາວ​ຂ້າ​+ເຂົາ​ເຈົ້າ​ໃນ​ຕອນ​ທີ່​ບໍ່​ມີສົງຄາມ ແລະ​ລາວ​ເຮັດ​ໃຫ້​ເລືອດ​ຂອງ​ເຂົາ​ເຈົ້າ​ຟົ້ງ​ຖືກ​ສາຍ​ແອວ​ແລະ​ເກີບ​ຂອງ​ລາວ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌