-
ປະຖົມມະການ 35:19ຄຳພີໄບເບິນສະບັບແປໂລກໃໝ່
-
-
19 ຣາເຄນຕາຍແລະສົບຂອງລາວຖືກຝັງໄວ້ຢູ່ລະຫວ່າງທາງໄປເອຟະຣາດ ເຊິ່ງມີອີກຊື່ໜຶ່ງວ່າເບັດເລເຮັມ.+
-
-
ນາງຣຸດ 4:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ທຸກຄົນທີ່ຢູ່ປະຕູເມືອງແລະພວກຜູ້ນຳກໍເວົ້າວ່າ: “ພວກເຮົາເປັນພະຍານ. ຂໍໃຫ້ພະເຢໂຫວາອວຍພອນເມຍທີ່ຈະເຂົ້າມາຢູ່ໃນເຮືອນຂອງເຈົ້າໃຫ້ເປັນຄືກັບຣາເຄນແລະເລອາ ເຊິ່ງພວກອິດສະຣາເອນເກີດມາຈາກ 2 ຄົນນີ້.+ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນເມືອງເອຟຣາທາ+ ແລະມີຊື່ສຽງທີ່ດີໃນເມືອງເບັດເລເຮັມ.+
-
-
1 ຊາມູເອນ 16:1ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ຕໍ່ມາ ພະເຢໂຫວາເວົ້າກັບຊາມູເອນວ່າ: “ເຈົ້າຈະເສຍໃຈເລື່ອງຊາອູນອີກດົນປານໃດ?+ ຕອນນີ້ ເຮົາໄດ້ປົດລາວບໍ່ໃຫ້ເປັນກະສັດປົກຄອງອິດສະຣາເອນແລ້ວ.+ ເອົານ້ຳມັນໃສ່ເຂົາສັດຂອງເຈົ້າໃຫ້ເຕັມ+ ແລ້ວເຮົາຈະໃຫ້ເຈົ້າໄປຫາເຢຊີ+ຄົນເບັດເລເຮັມ ເພາະເຮົາໄດ້ເລືອກລູກຊາຍຜູ້ໜຶ່ງຂອງລາວໃຫ້ເປັນກະສັດ.”+
-