ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 11:22-25
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ເບນາຢາ+​ລູກຊາຍ​ຂອງ​ເຢໂຮຢາດາ​ເປັນ​ຄົນ​ກ້າຫານ. ລາວ​ເຮັດ​ຫຼາຍ​ສິ່ງ​ທີ່​ກ້າຫານ​ຢູ່​ເມືອງ​ກັບເຊເອນ.+ ລາວ​ຂ້າ​ລູກຊາຍ 2 ຄົນ​ຂອງ​ອາຣີເອນ​ທີ່​ເປັນ​ຄົນ​ໂມອາບ. ໃນ​ມື້​ທີ່​ມີ​ຫິມະ​ຕົກ ລາວລົງ​ໄປ​ໃນ​ຂຸມ​ເລິກ​ແລ້ວ​ຂ້າ​ໂຕ​ສິງ.+ 23 ເບນາຢາ​ຍັງ​ໄດ້​ຂ້າ​ຜູ້​ຊາຍ​ເອຢິບ​ຄົນ​ໜຶ່ງ​ທີ່​ໂຕ​ບັກໃຫຍ່​ໆ​ສູງ 5 ສອກ.*+ ຄົນ​ເອຢິບ​ຜູ້​ນັ້ນ​ຖື​ຫອກ​ທີ່​ມີ​ດ້າມ​ເປັນ​ໄມ້​ທີ່​ໃຫຍ່​ສ່ຳ​ກັບ​ໄມ້ຄານ​ກີ່ຕ່ຳຫູກ+​ເພື່ອ​ມາ​ຕໍ່ສູ້​ກັບ​ເບນາຢາ. ເບນາຢາ​ມີ​ແຕ່​ໄມ້ຄ້ອນເທົ້າ​ເທົ່ານັ້ນ ແຕ່​ເບນາຢາ​ກໍ​ຍາດ​ເອົາ​ຫອກ​ທີ່​ຢູ່​ມື​ຂອງ​ລາວ​ແລະ​ເອົາ​ຫອກ​ນັ້ນ​ແທງ​ລາວ​ຕາຍ.+ 24 ທັງໝົດ​ນີ້​ແມ່ນ​ສິ່ງ​ທີ່​ເບນາຢາ​ລູກຊາຍ​ຂອງ​ເຢໂຮຢາດາ​ໄດ້​ເຮັດ. ລາວ​ມີ​ຊື່ສຽງ​ສ່ຳ​ກັບ​ພວກ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ. 25 ເຖິງ​ວ່າ​ເບນາຢາ​ຈະ​ເກັ່ງ​ກວ່າ​ພວກ​ທະຫານ 30 ຄົນ ລາວ​ກໍ​ບໍ່​ໄດ້​ມີ​ຕຳແໜ່ງ​ສ່ຳ​ກັບ​ທະຫານ 3 ຄົນ​ທີ່​ເກັ່ງ​ທີ່​ສຸດ.+ ແຕ່​ດາວິດ​ໄດ້​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ຫົວໜ້າ​ພວກ​ທະຫານ​ປ້ອງ​ກັນ​ໂຕ​ດາວິດ.

  • ສຸພາສິດ 30:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ນັ້ນ​ກໍ​ຄື: ໂຕ​ສິງ​ເຊິ່ງ​ເປັນ​ສັດ​ປ່າ​ທີ່​ແຂງແຮງ​ທີ່ສຸດ.

      ມັນ​ບໍ່​ຍອມ​ຖອຍ​ຈາກ​ຜູ້​ໃດ​ເລີຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌