-
ເອເຊກຽນ 17:12-15ຄຳພີໄບເບິນສະບັບແປໂລກໃໝ່
-
-
12 “ໃຫ້ຖາມຊາດທີ່ມັກກະບົດວ່າ ‘ພວກເຈົ້າບໍ່ເຂົ້າໃຈບໍວ່າເລື່ອງນີ້ໝາຍຄວາມວ່າແນວໃດ?’ ໃຫ້ບອກເຂົາເຈົ້າແບບນີ້ ‘ຖ້າເບິ່ງເດີ້ ກະສັດບາບີໂລນຈະມາເຢຣູຊາເລັມແລະຈະຈັບກະສັດ*ແລະພວກຜູ້ນຳຂອງເມືອງນີ້ກັບໄປບາບີໂລນນຳລາວ.+ 13 ນອກຈາກນັ້ນ ກະສັດບາບີໂລນໄດ້ເຮັດສັນຍາກັບລູກຫຼານຄົນໜຶ່ງຂອງກະສັດ+ແລະໃຫ້ລາວສາບານ.+ ແລ້ວກະສັດບາບີໂລນກໍຈັບພວກຄົນສຳຄັນໃນແຜ່ນດິນນີ້ໄປ+ 14 ເພື່ອເຮັດໃຫ້ອານາຈັກນີ້ຕົກຕ່ຳແລະບໍ່ສາມາດຟື້ນໂຕໄດ້. ອານາຈັກນີ້ຈະຢູ່ຕໍ່ໄປໄດ້ກໍຕໍ່ເມື່ອເຮັດຕາມສັນຍາທີ່ໃຫ້ໄວ້ເທົ່ານັ້ນ.+ 15 ແຕ່ໃນທີ່ສຸດ ກະສັດຂອງຢູດາໄດ້ກະບົດຕໍ່ກະສັດບາບີໂລນ+ໂດຍສົ່ງຄົນໄປຂໍມ້າ+ກັບກອງທະຫານໃຫຍ່ຈາກເອຢິບໃຫ້ມາຊ່ວຍ.+ ລາວຈະເຮັດສຳເລັດບໍ? ຄົນທີ່ເຮັດແບບນີ້ຈະລອດຈາກການລົງໂທດບໍ? ຄົນທີ່ເຮັດຜິດສັນຍາຈະໜີລອດໄດ້ບໍ?’+
-