ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 24:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ໄດ້​ອອກ​ໄປ​ຫາ​ກະສັດ​ບາບີໂລນ+ພ້ອມ​ກັບ​ແມ່​ຂອງ​ລາວ ພວກ​ຂ້າລາຊະການ+ ພວກ​ເຈົ້ານາຍ* ແລະ​ພວກ​ຄົນຮັບໃຊ້. ແລ້ວ​ກະສັດ​ບາບີໂລນ​ໄດ້​ຈັບ​ລາວ​ໄປ​ເປັນ​ຊະເລີຍ​ໃນ​ປີ​ທີ 8 ທີ່​ກະສັດ​ບາບີໂລນ​ປົກຄອງ.+

  • 2 ກະສັດ 24:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ລາວ​ຈັບ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ທັງໝົດ​ໄປ​ເປັນ​ຊະເລີຍ ເຊິ່ງ​ມີ​ພວກ​ເຈົ້ານາຍ+ ພວກ​ທະຫານ​ທີ່​ເກັ່ງ​ໆ​ ແລະ​ທຸກ​ຄົນ​ທີ່​ເຮັດ​ວຽກ​ດ້ານ​ສີໄມ້ລາຍມື​ກັບ​ຊ່າງເຫຼັກ*+ ລວມ​ທັງໝົດ 10.000 ຄົນ. ຄົນ​ທີ່​ຍັງ​ເຫຼືອ​ຢູ່​ມີ​ແຕ່​ໜ້ອຍດຽວ​ແລະ​ເປັນ​ຄົນ​ທີ່​ທຸກ​ທີ່​ສຸດ.+

  • ເອຊາຢາ 39:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ລູກ​ຫຼານ​ຂອງ​ເຈົ້າ​ບາງຄົນ​ຈະ​ຖືກ​ພາ​ໄປ​ບາບີໂລນ ແລະ​ຈະ​ເປັນ​ຂ້າລາຊະການ​ຢູ່​ໃນ​ວັງ​ຂອງ​ກະສັດ.’”+

  • ເຢເຣມີຢາ 22:24, 25
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ເອງ​ສາບານ​ວ່າ​ເຖິງ​ວ່າ​ໂກນີຢາ*+​ລູກ​ຊາຍ​ຂອງ​ເຢໂຮຢາກີມ+​ກະສັດ​ຂອງ​ຢູດາ​ຈະ​ເປັນ​ແຫວນ​ຈ້ຳກາ​ຢູ່​ມື​ເບື້ອງ​ຂວາ​ຂອງ​ເຮົາ ເຮົາ​ກໍ​ຈະ​ຖອດ​ເຈົ້າ​ອອກ! 25 ເຮົາ​ຈະ​ມອບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າເຈົ້າ ໃນ​ມື​ຂອງ​ຄົນ​ທີ່​ເຈົ້າ​ຢ້ານ ໃນ​ມື​ຂອງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ແລະ​ໃນ​ມື​ຂອງ​ພວກ​ການເດອາ.+

  • ເຢເຣມີຢາ 52:31, 32
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ໃນ​ປີ​ທີ 37 ທີ່​ເຢໂຮຢາກິນ​ກະສັດ+​ຂອງ​ຢູດາ​ຖືກ​ຈັບ​ມາ​ເປັນ​ຊະເລີຍ ເອວິນເມໂຣດັກ​ກໍ​ເລີ່ມ​ເປັນ​ກະສັດ​ປົກຄອງ​ບາບີໂລນ. ໃນ​ວັນ​ທີ 25 ເດືອນ​ທີ 12 ຂອງ​ປີ​ນັ້ນ ເອວິນເມໂຣດັກ​ໄດ້​ປ່ອຍ​ເຢໂຮຢາກິນ​ກະສັດ​ຂອງ​ຢູດາ​ອອກ​ຈາກ​ຄຸກ.+ 32 ເອວິນເມໂຣດັກ​ໄດ້​ເຮັດ​ດີ​ກັບ​ເຢໂຮຢາກິນ​ແລະ​ໃຫ້​ກຽດ​ລາວ​ຫຼາຍ​ກວ່າ​ກະສັດ​ອົງ​ອື່ນ​ໆ​*​ທີ່​ຖືກ​ຈັບ​ມາ​ເປັນ​ຊະເລີຍ​ຢູ່​ບາບີໂລນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌