ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 11:9-12
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ພວກ​ຫົວ​ໜ້າ​ກອງ​ຮ້ອຍ+ກໍ​ເຮັດ​ຕາມ​ທີ່​ປະໂລຫິດ​ເຢໂຮຢາດາ​ສັ່ງ. ເຂົາ​ເຈົ້າ​ໄດ້​ພາ​ຄົນ​ຂອງ​ໂຕເອງ​ທັງ​ຜູ້​ທີ່​ຍາມ​ແລະ​ຜູ້​ທີ່​ບໍ່​ໄດ້​ຍາມ​ໃນ​ວັນ​ຊະບາໂຕ​ນັ້ນ​ມາ​ຫາ​ປະໂລຫິດ​ເຢໂຮຢາດາ.+ 10 ແລ້ວ​ປະໂລຫິດ​ເຢໂຮຢາດາ​ກໍ​ເອົາ​ຫອກ​ກັບ​ໂລ້​ມົນ​ຫຼາຍ​ອັນ​ຂອງ​ກະສັດ​ດາວິດ​ທີ່​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ມາ​ໃຫ້​ພວກ​ຫົວ​ໜ້າ​ກອງ​ຮ້ອຍ. 11 ທະຫານ​ປ້ອງກັນ​ວັງ+ຖືອາວຸດ​ແລະ​ຢືນອ້ອມ​ກະສັດ​ໄວ້ຕັ້ງ​ແຕ່​ເບື້ອງ​ຂວາ​ຈົນ​ຮອດ​ເບື້ອງ​ຊ້າຍ​ຂອງ​ວິຫານ. ບາງຄົນ​ຢືນ​ຢູ່​ທາງ​ຂ້າງ​ແທ່ນ​ບູຊາ+ ແລະ​ບາງຄົນ​ຢືນ​ຢູ່​ທາງຂ້າງວິຫານ. 12 ຈາກ​ນັ້ນ ເຢໂຮຢາດາ​ກໍ​ພາ​ລູກ​ຊາຍ​ຂອງ​ກະສັດ+​ອອກ​ມາ ເອົາ​ມົງກຸດ​ສຸບ​ໃສ່​ຫົວ​ລາວ ແລ້ວ​ເອົາ​ມ້ວນ​ໜັງສື​ກົດ​ໝາຍ​ຂອງ​ພະເຈົ້າ+​ໃຫ້​ລາວ.* ເຂົາ​ເຈົ້າ​ເອົາ​ນ້ຳມັນ​ເທ​ໃສ່​ຫົວ​ລາວ​ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ. ແລ້ວ​ທຸກ​ຄົນ​ກໍ​ພາກັນ​ຕົບ​ມື​ແລະ​ຮ້ອງ​ວ່າ: “ຂໍ​ໃຫ້​ກະສັດ​ມີ​ອາຍຸ​ຍືນ​ຍາວ!”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌