-
ເພງສັນລະເສີນ 37:35ຄຳພີໄບເບິນສະບັບແປໂລກໃໝ່
-
-
35 ຂ້ອຍເຫັນຄົນຊົ່ວຈະເລີນຮຸ່ງເຮືອງ
ຄືກັບຕົ້ນໄມ້ໃຫຍ່ທີ່ງາມໆຢູ່ໃນດິນທີ່ດີໆ.+
-
-
ເພງສັນລະເສີນ 37:38ຄຳພີໄບເບິນສະບັບແປໂລກໃໝ່
-
-
38 ແຕ່ທຸກຄົນທີ່ເຮັດຜິດຈະຖືກທຳລາຍ
ແລະຄົນຊົ່ວຈະຖືກກຳຈັດໃຫ້ໝົດໄປ.+
-
-
ເຢເຣມີຢາ 12:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
12 ພະເຢໂຫວາເອີ້ຍ ເມື່ອລູກຮ້ອງທຸກກັບພະອົງ
ແລະເມື່ອລູກເວົ້າກ່ຽວກັບເລື່ອງຄວາມຍຸຕິທຳກັບພະອົງ ພະອົງກໍຈັດການຢ່າງຍຸຕິທຳ.+
ແຕ່ເປັນຫຍັງຄົນຊົ່ວຄືຍັງປະສົບຄວາມສຳເລັດ+
ແລະເປັນຫຍັງຄົນທໍລະຍົດຈຶ່ງບໍ່ທຸກບໍ່ຮ້ອນຫຍັງເລີຍ?
2 ພະອົງປູກເຂົາເຈົ້າແລະເຂົາເຈົ້າກໍປົ່ງຮາກອອກມາ.
ເຂົາເຈົ້າໃຫຍ່ຂຶ້ນແລະເປັນໝາກ.
ເຂົາເຈົ້າເວົ້າເຖິງພະອົງຕະຫຼອດ ແຕ່ຄວາມຄິດທີ່ເລິກທີ່ສຸດ*ຂອງເຂົາເຈົ້າພັດຫ່າງໄກຈາກພະອົງ.+
3 ພະເຢໂຫວາເອີ້ຍ ພະອົງຮູ້ຈັກລູກດີ+ແລະພະອົງກໍເຫັນລູກ.
ພະອົງກວດເບິ່ງຫົວໃຈຂອງລູກແລະໄດ້ເຫັນວ່າລູກທຸ່ມເທເພື່ອພະອົງ.+
ຂໍພະອົງແຍກເຂົາເຈົ້າອອກມາຄືກັບແກະທີ່ຈະຖືກເອົາໄປຂ້າ
ແລະແຍກເຂົາເຈົ້າໄວ້ຕ່າງຫາກຈົນຮອດມື້ທີ່ເຂົາເຈົ້າຈະຕ້ອງຖືກຂ້າ.
-