ເພງສັນລະເສີນ
ເພງຂອງດາວິດ.
א [ອາເລບ]*
37 ຢ່າໃຈຮ້າຍຍ້ອນຄົນເຮັດຊົ່ວ
ແລະຢ່າອິດສາຄົນທີ່ເຮັດຜິດ.+
2 ເຂົາເຈົ້າເປັນຄືກັບຫຍ້າທີ່ບຶດດຽວກໍຫ່ຽວແຫ້ງ+
ແລະເປັນຄືກັບຫຍ້າຂຽວທີ່ຫ່ຽວແຫ້ງຕາຍ.
ב [ເບດ]
3 ໃຫ້ວາງໃຈພະເຢໂຫວາແລະເຮັດແຕ່ແນວດີໆ.+
ໃຫ້ຢູ່ໃນແຜ່ນດິນ*ຂອງເຈົ້າຢ່າງສະຫງົບສຸກແລະເປັນຄົນສັດຊື່.+
4 ເຈົ້າຈະມີຄວາມຍິນດີຍ້ອນພະເຢໂຫວາ
ແລະເພິ່ນຈະໃຫ້ທຸກສິ່ງຕາມທີ່ເຈົ້າຕ້ອງການ.
ג [ກີເມວ]
6 ເພິ່ນຈະເຮັດໃຫ້ຄວາມດີຂອງເຈົ້າສ່ອງແສງຄືກັບຕາເວັນໃນຕອນເຊົ້າ
ແລະເພິ່ນຈະເຮັດໃຫ້ຄວາມຍຸຕິທຳຂອງເຈົ້າແຈ້ງຄືກັບແດດໃນຕອນທ່ຽງ.
ד [ດາເລດ]
7 ໃຫ້ມິດໆຢູ່ຕໍ່ໜ້າພະເຢໂຫວາ+
ແລະອົດທົນລໍຖ້າເພິ່ນ.
ຢ່າໃຈຮ້າຍໃຫ້ຜູ້ໃດກໍຕາມທີ່ເຮັດຕາມແຜນຊົ່ວຂອງລາວໄດ້.+
ה [ເຮ]
9 ເພາະຄົນຊົ່ວຈະຖືກກຳຈັດໃຫ້ໝົດໄປ.+
ແຕ່ຄົນທີ່ວາງໃຈພະເຢໂຫວາຈະໄດ້ຮັບແຜ່ນດິນເປັນມໍລະດົກ.+
ו [ວາວ]
10 ອີກຈັກໜ້ອຍກໍຈະບໍ່ມີຄົນຊົ່ວແລ້ວ.+
ເຈົ້າຈະແນມເບິ່ງບ່ອນທີ່ເຂົາເຈົ້າຢູ່
ແຕ່ເຈົ້າຈະບໍ່ເຫັນເຂົາເຈົ້າ.+
11 ແຕ່ຄົນທີ່ຖ່ອມໂຕຈະໄດ້ຮັບແຜ່ນດິນເປັນມໍລະດົກ.+
ເຂົາເຈົ້າຈະມີຄວາມຍິນດີຫຼາຍ ຍ້ອນຄວາມສະຫງົບສຸກຈະມີຢູ່ຕະຫຼອດໄປ.+
ז [ຊາຢິນ]
12 ຄົນຊົ່ວຈະວາງແຜນທຳຮ້າຍຄົນທີ່ເຮັດສິ່ງທີ່ຖືກຕ້ອງ.+
ລາວຈະກັດແຂ້ວໃສ່ຄົນນັ້ນ.
13 ແຕ່ພະເຢໂຫວາຈະຫົວຂວັນໃສ່ຄົນຊົ່ວ
ຍ້ອນເພິ່ນຮູ້ວ່າມີມື້ໜຶ່ງເຂົາເຈົ້າຈະຖືກທຳລາຍ.+
ח [ເຮດ]
14 ຄົນຊົ່ວຈະຖອດດາບແລະຫ້າງທະນູ
ເພື່ອທຳຮ້າຍຄົນທີ່ຖືກກົດຂີ່ກັບຄົນທຸກ
ແລະເພື່ອຈະຂ້າຄົນທີ່ເຮັດສິ່ງທີ່ຖືກຕ້ອງ.
15 ແຕ່ດາບຂອງເຂົາເຈົ້າຈະແທງຫົວໃຈຂອງເຂົາເຈົ້າເອງ+
ແລະຄັນທະນູຂອງເຂົາເຈົ້າຈະຖືກຫັກຖິ້ມ.
ט [ເທດ]
16 ຄົນດີມີຊັບສົມບັດແຕ່ໜ້ອຍດຽວ
ກໍຍັງດີກວ່າຄົນຊົ່ວທີ່ມີຊັບສົມບັດລົ້ນຟ້າ.+
17 ຄົນຊົ່ວຈະຖືກເຮັດໃຫ້ໝົດແຮງ*
ແຕ່ພະເຢໂຫວາຈະຊ່ວຍເຫຼືອຄົນທີ່ເຮັດສິ່ງທີ່ຖືກຕ້ອງ.
י [ໂຢດ]
18 ພະເຢໂຫວາຮູ້ວ່າຄົນທີ່ບໍ່ມີບ່ອນຕິຕ້ອງເຈິກັບຫຍັງແດ່
ແລະມໍລະດົກຂອງເຂົາເຈົ້າຈະມີຢູ່ຕະຫຼອດໄປ.+
19 ຕອນທີ່ມີຄວາມຈິບຫາຍ ເຂົາເຈົ້າຈະບໍ່ອັບອາຍ.
ຕອນທີ່ມີຄວາມອຶດຢາກ ເຂົາເຈົ້າກໍຈະມີຢູ່ມີກິນ.
כ [ຄາບ]
20 ແຕ່ຄົນຊົ່ວຈະຕ້ອງຕາຍ.+
ສັດຕູຂອງພະເຢໂຫວາຈະຫາຍໄປຄືກັບຫຍ້າຂຽວໆທີ່ຫ່ຽວແຫ້ງງ່າຍໆ.
ເຂົາເຈົ້າຈະຫາຍໄປຄືກັບຄວັນ.
ל [ລາເມດ]
21 ຄົນຊົ່ວຢືມແລ້ວບໍ່ສົ່ງຄືນ
ແຕ່ຄົນດີເປັນຄົນເອື້ອເຟື້ອແລະມັກໃຫ້.+
22 ຄົນທີ່ພະເຈົ້າອວຍພອນຈະໄດ້ຮັບແຜ່ນດິນເປັນມໍລະດົກ
ແຕ່ຄົນທີ່ເພິ່ນສາບແຊ່ງຈະຖືກທຳລາຍ.+
מ [ເມັມ]
24 ເຖິງວ່າລາວຈະລົ້ມ ແຕ່ໜ້າຂອງລາວຈະບໍ່ຟຸບໃສ່ດິນ+
ເພາະພະເຢໂຫວາຈະເອົາມືຂອງເພິ່ນໂຈມລາວໄວ້.+
נ [ນູນ]
25 ຕັ້ງແຕ່ຂ້ອຍຍັງໜຸ່ມຈົນຮອດຕອນນີ້ທີ່ຂ້ອຍເຖົ້າແລ້ວ
ຂ້ອຍຍັງບໍ່ເຄີຍເຫັນຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກປະຖິ້ມຈັກເທື່ອ+
ແລະບໍ່ເຄີຍເຫັນລູກຫຼານຂອງລາວຕ້ອງໄປເປັນຂໍທານ.+
26 ລາວເຕັມໃຈໃຫ້ຢືມຕະຫຼອດ+
ແລະລູກຫຼານຂອງລາວຈະໄດ້ຮັບພອນຈາກພະເຈົ້າ.
ס [ຊາເມກ]
27 ໃຫ້ເຊົາເຮັດຊົ່ວແລະມາເຮັດດີ+
ແລ້ວເຈົ້າຈະມີຊີວິດຢູ່ຕະຫຼອດໄປ.
ע [ອາຢິນ]
29 ຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະໄດ້ຮັບແຜ່ນດິນເປັນມໍລະດົກ+
ແລະເຂົາເຈົ້າຈະໄດ້ຢູ່ຫັ້ນຕະຫຼອດໄປ.+
פ [ເພ]
30 ຄຳເວົ້າຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງຊ່ວຍຄົນອື່ນໃຫ້ສະຫຼາດ
צ [ຊາເດ]
32 ຄົນຊົ່ວຈອບເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ
ແລະຫາວິທີຂ້າລາວ.
33 ແຕ່ພະເຢໂຫວາຈະບໍ່ປ່ອຍໃຫ້ຄົນຊົ່ວຂ້າຄົນທີ່ເຮັດສິ່ງທີ່ຖືກຕ້ອງ+
ແລະຈະບໍ່ປ່ອຍໃຫ້ຄົນທີ່ເຮັດສິ່ງທີ່ຖືກຕ້ອງຖືກຕັດສິນວ່າມີຄວາມຜິດ.+
ק [ໂຄບ]
34 ໃຫ້ໄວ້ໃຈພະເຢໂຫວາແລະເຮັດຕາມແນວທາງຂອງເພິ່ນ
ແລ້ວເພິ່ນຈະໃຫ້ກຽດເຈົ້າແລະໃຫ້ເຈົ້າໄດ້ຮັບແຜ່ນດິນເປັນມໍລະດົກ.
ເຈົ້າຈະໄດ້ເຫັນ+ຕອນທີ່ຄົນຊົ່ວຖືກກຳຈັດໃຫ້ໝົດໄປ.+
ר [ເຣດ]
35 ຂ້ອຍເຫັນຄົນຊົ່ວຈະເລີນຮຸ່ງເຮືອງ
ຄືກັບຕົ້ນໄມ້ໃຫຍ່ທີ່ງາມໆຢູ່ໃນດິນທີ່ດີໆ.+
ש [ຊິນ]
37 ໃຫ້ຕັ້ງໃຈເບິ່ງຄົນທີ່ບໍ່ມີບ່ອນຕິ
ແລະເບິ່ງຄົນທີ່ສັດຊື່ສະເໝີ+
ເພາະໃນອະນາຄົດຄົນແບບນີ້ແຫຼະຈະມີຄວາມສະຫງົບສຸກ.+
38 ແຕ່ທຸກຄົນທີ່ເຮັດຜິດຈະຖືກທຳລາຍ
ແລະຄົນຊົ່ວຈະຖືກກຳຈັດໃຫ້ໝົດໄປ.+
ת [ເທົາ]
39 ພະເຢໂຫວາຈະຊ່ວຍຄົນທີ່ເຮັດສິ່ງທີ່ຖືກຕ້ອງໃຫ້ລອດ.+
ເພິ່ນເປັນບ່ອນລີ້ໄພໃຫ້ເຂົາເຈົ້າໃນຍາມທີ່ທຸກລຳບາກ.+
40 ພະເຢໂຫວາຈະຊ່ວຍເຂົາເຈົ້າໃຫ້ລອດ.+
ເພິ່ນຈະປົກປ້ອງແລະຊ່ວຍເຂົາເຈົ້າຈາກຄົນຊົ່ວ
ຍ້ອນເຂົາເຈົ້າໄວ້ໃຈວ່າເພິ່ນຈະປົກປ້ອງເຂົາເຈົ້າ.+