-
ອົບພະຍົບ 34:6, 7ຄຳພີໄບເບິນສະບັບແປໂລກໃໝ່
-
-
6 ພະເຢໂຫວາກາຍໜ້າໂມເຊໄປແລະເວົ້າວ່າ: “ເຮົາແມ່ນເຢໂຫວາ ເຮົາແມ່ນເຢໂຫວາ ເຮົາເປັນພະເຈົ້າທີ່ມີຄວາມເມດຕາ ໃຈດີ+ ບໍ່ໃຈຮ້າຍງ່າຍ+ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະເວົ້າແຕ່ຄວາມຈິງ.*+ 7 ເຮົາສະແດງຄວາມຮັກທີ່ໝັ້ນຄົງໄປຈົນຮອດຫຼາຍພັນຊົ່ວອາຍຸຄົນ+ ໃຫ້ອະໄພຄວາມຜິດ ການບໍ່ເຊື່ອຟັງແລະການເຮັດບາບ.+ ແຕ່ເຮົາຊິບໍ່ປ່ອຍໃຫ້ຄົນທີ່ເຮັດຜິດບໍ່ຖືກລົງໂທດ.+ ເຮົາຈະລົງໂທດຄົນທີ່ເຮັດຜິດໄປຈົນຮອດລູກຮອດຫຼານແລະເຫຼນຂອງລາວ.”+
-
-
ພະບັນຍັດ 7:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ພວກເຈົ້າກໍຮູ້ວ່າພະເຢໂຫວາພະເຈົ້າຂອງພວກເຈົ້າເປັນພະເຈົ້າທ່ຽງແທ້ ສັດຊື່ ແລະເຮັດຕາມຄຳສັນຍາ. ຖ້າຜູ້ໃດຮັກເພິ່ນແລະເຊື່ອຟັງຄຳສັ່ງຂອງເພິ່ນ ເພິ່ນກໍຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າຈົນຮອດຫຼາຍພັນລຸ້ນ.+
-