ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 7:2
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ກະສັດ​ດາວິດ​ເວົ້າ​ກັບ​ຜູ້ພະຍາກອນ​ນາທານ+ວ່າ: “ຕອນ​ນີ້​ຂ້ອຍ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ຊີດ້າ*+ ແຕ່​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ຍັງ​ຢູ່​ໃນ​ເຕັ້ນ​ທີ່​ເຮັດ​ຈາກ​ຜ້າ.”+

  • 1 ກະສັດ 8:17
    ຄຳພີໄບເບິນສະບັບແປໂລກໃໝ່
    • 17 ດາວິດ​ພໍ່​ຂອງ​ຂ້ອຍ​ຢາກ​ສ້າງ​ວິຫານ​ເພື່ອສັນລະເສີນຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.+

  • 1 ຂ່າວຄາວ 15:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຈາກ​ນັ້ນ ດາວິດ​ກໍ​ໃຫ້​ພວກ​ອິດສະຣາເອນ​ທຸກຄົນ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມເພື່ອ​ໄປ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ມາມ້ຽນຢູ່​ບ່ອນ​ທີ່​ລາວ​ໄດ້​ກຽມ​ໄວ້.+

  • 1 ຂ່າວຄາວ 15:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ແລ້ວ​ດາວິດ​ກໍ​ເວົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ເປັນ​ລູກຫຼານ​ຂອງ​ພວກເລວີ ໃຫ້​ພວກ​ເຈົ້າ​ກັບ​ພີ່ນ້ອງ​ຂອງ​ພວກ​ເຈົ້າເຮັດ​ໃຫ້​ໂຕເອງສະອາດ* ແລ້ວ​ເອົາ​ຫີບ​ສັນຍາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ມາ​ມ້ຽນ​ຢູ່​ບ່ອນ​ທີ່​ຂ້ອຍ​ກຽມ​ໄວ້.

  • ກິດຈະການ 7:45, 46
    ຄຳພີໄບເບິນສະບັບແປໂລກໃໝ່
    • 45 ລູກ​ຫຼານ​ຂອງ​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຮົາ​ທີ່​ໄດ້​ຮັບ​ເຕັ້ນ​ນັ້ນ​ກໍ​ໄດ້​ຫາມ​ເຕັ້ນ​ໄປໂດຍ​ມີ​ໂຢຊວຍ​ເປັນ​ຜູ້​ນຳ ແລະ​ເອົາ​ເຂົ້າ​ໄປ​ໄວ້​ໃນ​ແຜ່ນດິນ​ຂອງ​ຄົນ​ຕ່າງຊາດ+​ທີ່​ພະເຈົ້າ​ໄດ້ໄລ່​ໜີ+ ແລ້ວ​ເຕັ້ນ​ກໍ​ຢູ່​ໃນ​ແຜ່ນດິນ​ນັ້ນຈົນ​ຮອດ​ສະໄໝ​ຂອງ​ດາວິດ. 46 ພະເຈົ້າ​ພໍໃຈ​ດາວິດ​ຫຼາຍ ແລະ​ລາວ​ຂໍ​ເປັນ​ຄົນ​ສ້າງ​ວິຫານ​ໃຫ້​ພະເຈົ້າ​ຂອງ​ຢາໂຄບ+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌