9 ຖ້າພວກເຈົ້າກັບມາຫາພະເຢໂຫວາ ພວກທີ່ຈັບພວກພີ່ນ້ອງແລະພວກລູກຊາຍຂອງພວກເຈົ້າໄປເປັນຊະເລີຍຈະອີ່ຕົນເຂົາເຈົ້າ+ແລະຈະປ່ອຍເຂົາເຈົ້າໃຫ້ກັບມາແຜ່ນດິນນີ້.+ ພະເຢໂຫວາເປັນພະເຈົ້າທີ່ເມດຕາແລະໃຈດີ.+ ເພິ່ນຈະບໍ່ຖິ້ມພວກເຈົ້າຖ້າພວກເຈົ້າກັບມາຫາເພິ່ນ.”+