ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 2:22-25
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ຕອນ​ນີ້​ເອລີ​ກໍ​ເຖົ້າ​ຫຼາຍ​ແລ້ວ ລາວ​ຮູ້​ທຸກ​ເລື່ອງ​ທີ່​ພວກ​ລູກຊາຍ​ເຮັດ+ຕໍ່​ພວກ​ອິດສະຣາເອນ ແລະ​ເລື່ອງ​ທີ່​ເຂົາເຈົ້າ​ໄປ​ນອນ​ນຳ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ໜ້າ​ເຕັ້ນ​ສັກສິດ.*+ 23 ເອລີ​ເວົ້າ​ກັບ​ເຂົາເຈົ້າ​ເລື້ອຍ​ໆ​ວ່າ: “ເປັນ​ຫຍັງ​ພວກ​ລູກ​ເຮັດ​ແບບ​ນີ້​ອີກ​ແລ້ວ? ພໍ່​ໄດ້​ຍິນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ພວກ​ລູກ. 24 ເຊົາເຮັດເດີ້​ລູກ. ເລື່ອງ​ທີ່​ພໍ່​ໄດ້​ຍິນ​ຈາກ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແມ່ນ​ບໍ່​ດີ​ເລີຍ. 25 ຖ້າ​ຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ອີກ​ຜູ້​ໜຶ່ງ​ກໍ​ຍັງ​ມີ​ຄົນ​ອ້ອນວອນ​ຂໍ​ພະ​ເຢໂຫວາ​ເພື່ອ​ລາວ​ໄດ້.* ແຕ່​ຖ້າຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ+ ໃຜ​ຈະ​ອະທິດຖານ​ຂໍ​ເພື່ອ​ລາວ​ໄດ້?” ແຕ່​ພວກ​ລູກ​ຊາຍ​ຂອງ​ເອລີ​ບໍ່​ຟັງ​ສິ່ງ​ທີ່​ພໍ່​ບອກ ຍ້ອນ​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ເຂົາເຈົ້າ​ຕາຍ.+

  • 1 ຊາມູເອນ 8:1-3
    ຄຳພີໄບເບິນສະບັບແປໂລກໃໝ່
    • 8 ເມື່ອ​ຊາມູເອນ​ເຖົ້າ​ແລ້ວ ລາວ​ໄດ້​ຕັ້ງ​ພວກ​ລູກ​ຊາຍ​ຂອງ​ລາວ​ໃຫ້​ເປັນ​ຜູ້ຕັດສິນ​ຂອງ​ອິດສະຣາ​ເອນ. 2 ລູກກົກ​ຂອງ​ລາວ​ຊື່​ໂຢເອນ ແລະ​ຜູ້​ທີ 2 ຊື່​ອາບີຢາ.+ ທັງ​ສອງ​ຄົນ​ເປັນ​ຜູ້ຕັດສິນ​ຢູ່​ເມືອງ​ເບເອເຊບາ. 3 ແຕ່​ພວກ​ລູກ​ຊາຍ​ຂອງ​ຊາມູເອນ​ບໍ່​ໄດ້​ເຮັດ​ຕາມແບບ​ຢ່າງຂອງ​ພໍ່. ເຂົາ​ເຈົ້າໂລບມາກໂລພາ+ ມັກຮັບ​ເອົາເງິນ​ແບບ​ບໍ່​ສັດຊື່+ ແລະ​ຕັດສິນ​ແບບ​ບໍ່​ຍຸຕິທຳ.+

  • 2 ຊາມູເອນ 15:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ດາວິດ​ຈຶ່ງ​ຟ້າວ​ບອກ​ຄົນ​ຂອງ​ລາວ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ວ່າ: “ໃຫ້​ພວກ​ເຮົາ​ຟ້າວ​ໜີ​ໄວ​ໆ​!+ ຄັນບໍ່ຊັ້ນ​ຊິ​ບໍ່​ມີ​ໃຜ​ລອດຈາກອັບຊາໂລມ. ໄປ! ຟ້າວໄປ ກ່ອນ​ທີ່​ລາວ​ຈະ​ມາ​ຂ້າ​ພວກເຮົາ​ແລະຂ້າທຸກ​ຄົນ​ໃນ​ເມືອງ​ນີ້!”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌