ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຄຳ​ອະທິດຖານ​ຂອງ​ຮັນນາ (1-​11)

      • ລູກ​ຊາຍ 2 ຄົນ​ຂອງ​ເອລີ​ເຮັດ​ຜິດ (12-​26)

      • ພະ​ເຢໂຫວາ​ຕັດສິນ​ຄອບຄົວ​ຂອງ​ເອລີ (27-​36)

1 ຊາມູເອນ 2:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ​ຂອງ​ລູກ​ຂຶ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 13:6; ລກ 1:46

1 ຊາມູເອນ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:11; ພບຍ 4:35; ພສ 73:25; 86:8; 89:6
  • +ພບຍ 32:4

1 ຊາມູເອນ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 36:4; 37:16; ຣມ 11:33

1 ຊາມູເອນ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 40:29

1 ຊາມູເອນ 2:5

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຫ່ຽວ​ແຫ້ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 1:53
  • +1ຊມ 1:11, 20

1 ຊາມູເອນ 2:6

ໄຂເງື່ອນ

  • *

    ຫຼື “ເຮັດ​ໃຫ້​ມີ​ຊີວິດ​ໄດ້”

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:39; ໂຢບ 14:13; ພສ 30:3; 49:15; 68:20; ຮຊອ 13:14; ຢຮ 11:24; 1ກຣ 15:55

1 ຊາມູເອນ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 8:18; 28:12; 2ຂຄ 1:11, 12; ໂຢບ 42:12; ສພສ 10:22
  • +ພສ 75:7

1 ຊາມູເອນ 2:8

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ກອງ​ຂີ້ເຫຍື້ອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 113:5, 7; ລກ 1:52
  • +ພສ 102:25

1 ຊາມູເອນ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 91:11; 97:10; 121:3
  • +ພສ 37:28
  • +ພສ 33:16; ຊຄຢ 4:6

1 ຊາມູເອນ 2:10

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຜູ້​ທີ່​ຕໍ່ສູ້​ພະ​ເຢໂຫວາ​ຈະ​ຕ້ອງ​ຢ້ານ”

  • *

    ແປ​ຕາມ​ໂຕ​ວ່າ “ຍົກ​ເຂົາ​ຂອງ​ຜູ້​ທີ່​ເພິ່ນ​ເລືອກ​ໄວ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:6
  • +1ຊມ 7:10; 2ຊມ 22:14; ພສ 18:13
  • +ພສ 96:13; ກຈກ 17:31
  • +ພສ 2:6; 110:1; ມທ 28:18
  • +ລກ 1:69; ກຈກ 4:27

1 ຊາມູເອນ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:11; 3:1, 15

1 ຊາມູເອນ 2:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:22

1 ຊາມູເອນ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:34

1 ຊາມູເອນ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:3-5

1 ຊາມູເອນ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:16; 7:25, 31

1 ຊາມູເອນ 2:17

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ລູກ​ຊາຍ 2 ຄົນ​ຂອງ​ເອລີ ແລະ​ອາດ​ລວມ​ເຖິງ​ພວກ​ຜູ້​ຊ່ວຍ​ນຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:29

1 ຊາມູເອນ 2:18

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:11; 3:15
  • +2ຊມ 6:14

1 ຊາມູເອນ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:14; 1ຊມ 1:3, 21

1 ຊາມູເອນ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:27, 28

1 ຊາມູເອນ 2:21

ໄຂເງື່ອນ

  • *

    ຫຼື “ຕໍ່​ໜ້າ​ພະ​ເຢໂຫວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:1, 2; 1ຊມ 1:19
  • +1ຊມ 2:26; 3:19

1 ຊາມູເອນ 2:22

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:12-17
  • +ອພຍ 38:8; ລລວ 21:6

1 ຊາມູເອນ 2:25

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພະເຈົ້າ​ຈະ​ຊ່ວຍ​ໄກ່ເກ່ຍ​ໃຫ້​ລາວ​ໄດ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 15:31; 1ຊມ 2:17; 3:13, 14
  • +ສພສ 29:1; 30:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 11

1 ຊາມູເອນ 2:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:21

1 ຊາມູເອນ 2:27

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃນ​ເຮືອນ​ຂອງ​ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:14, 27

1 ຊາມູເອນ 2:28

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຮັດ​ໃຫ້​ຄວັນ​ຂອງ​ເຄື່ອງຫອມ​ລອຍ​ຂຶ້ນ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:1; ລລວ 8:12; ຈຊບ 17:5, 8
  • +ຈຊບ 18:7
  • +ລລວ 2:3; 6:16; 10:14; ຈຊບ 5:9; 18:9

1 ຊາມູເອນ 2:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; ຢຊ 18:1; 1ຊມ 1:3
  • +1ຊມ 2:14-16

1 ຊາມູເອນ 2:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:43
  • +ພສ 18:20; 91:14

1 ຊາມູເອນ 2:31

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕັດ​ແຂນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 3:14; 4:11, 18; 22:18; 1ກສ 2:27

1 ຊາມູເອນ 2:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:60, 61

1 ຊາມູເອນ 2:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:18, 21

1 ຊາມູເອນ 2:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 4:11, 17

1 ຊາມູເອນ 2:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:27, 35; 1ຂຄ 29:22

1 ຊາມູເອນ 2:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:3; ຈຊບ 5:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 2:1ພສ 13:6; ລກ 1:46
1ຊມ. 2:2ອພຍ 15:11; ພບຍ 4:35; ພສ 73:25; 86:8; 89:6
1ຊມ. 2:2ພບຍ 32:4
1ຊມ. 2:3ໂຢບ 36:4; 37:16; ຣມ 11:33
1ຊມ. 2:4ອຊຢ 40:29
1ຊມ. 2:5ລກ 1:53
1ຊມ. 2:51ຊມ 1:11, 20
1ຊມ. 2:6ພບຍ 32:39; ໂຢບ 14:13; ພສ 30:3; 49:15; 68:20; ຮຊອ 13:14; ຢຮ 11:24; 1ກຣ 15:55
1ຊມ. 2:7ພບຍ 8:18; 28:12; 2ຂຄ 1:11, 12; ໂຢບ 42:12; ສພສ 10:22
1ຊມ. 2:7ພສ 75:7
1ຊມ. 2:8ພສ 113:5, 7; ລກ 1:52
1ຊມ. 2:8ພສ 102:25
1ຊມ. 2:9ພສ 91:11; 97:10; 121:3
1ຊມ. 2:9ພສ 37:28
1ຊມ. 2:9ພສ 33:16; ຊຄຢ 4:6
1ຊມ. 2:10ອພຍ 15:6
1ຊມ. 2:101ຊມ 7:10; 2ຊມ 22:14; ພສ 18:13
1ຊມ. 2:10ພສ 96:13; ກຈກ 17:31
1ຊມ. 2:10ພສ 2:6; 110:1; ມທ 28:18
1ຊມ. 2:10ລກ 1:69; ກຈກ 4:27
1ຊມ. 2:111ຊມ 1:11; 3:1, 15
1ຊມ. 2:121ຊມ 2:22
1ຊມ. 2:13ລລວ 7:34
1ຊມ. 2:15ລລວ 3:3-5
1ຊມ. 2:16ລລວ 3:16; 7:25, 31
1ຊມ. 2:171ຊມ 2:29
1ຊມ. 2:181ຊມ 2:11; 3:15
1ຊມ. 2:182ຊມ 6:14
1ຊມ. 2:19ອພຍ 23:14; 1ຊມ 1:3, 21
1ຊມ. 2:201ຊມ 1:27, 28
1ຊມ. 2:21ປຖກ 21:1, 2; 1ຊມ 1:19
1ຊມ. 2:211ຊມ 2:26; 3:19
1ຊມ. 2:221ຊມ 2:12-17
1ຊມ. 2:22ອພຍ 38:8; ລລວ 21:6
1ຊມ. 2:25ຈຊບ 15:31; 1ຊມ 2:17; 3:13, 14
1ຊມ. 2:25ສພສ 29:1; 30:17
1ຊມ. 2:261ຊມ 2:21
1ຊມ. 2:27ອພຍ 4:14, 27
1ຊມ. 2:28ອພຍ 28:1; ລລວ 8:12; ຈຊບ 17:5, 8
1ຊມ. 2:28ຈຊບ 18:7
1ຊມ. 2:28ລລວ 2:3; 6:16; 10:14; ຈຊບ 5:9; 18:9
1ຊມ. 2:29ອພຍ 25:8; ຢຊ 18:1; 1ຊມ 1:3
1ຊມ. 2:291ຊມ 2:14-16
1ຊມ. 2:30ອພຍ 28:43
1ຊມ. 2:30ພສ 18:20; 91:14
1ຊມ. 2:311ຊມ 3:14; 4:11, 18; 22:18; 1ກສ 2:27
1ຊມ. 2:32ພສ 78:60, 61
1ຊມ. 2:331ຊມ 22:18, 21
1ຊມ. 2:341ຊມ 4:11, 17
1ຊມ. 2:351ກສ 2:27, 35; 1ຂຄ 29:22
1ຊມ. 2:36ລລວ 2:3; ຈຊບ 5:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 2:1-36

ຊາມູເອນ​ສະບັບ​ທີ​ໜຶ່ງ

2 ຈາກນັ້ນ ຮັນນາ​ກໍ​ອະທິດຖານ​ວ່າ:

“ລູກ​ມີ​ຄວາມ​ສຸກ​ຍ້ອນ​ພະ​ເຢໂຫວາ.+

ພະ​ເຢໂຫວາ​ເຮັດ​ໃຫ້​ລູກ​ມີ​ກຳລັງ.*

ລູກ​ຕອບ​ສັດຕູ​ດ້ວຍ​ຄວາມ​ກ້າຫານ

ຍ້ອນ​ດີ​ໃຈ​ທີ່​ພະອົງ​ມາ​ຊ່ວຍ​ລູກ​ໃຫ້​ລອດ.

 2 ບໍ່​ມີ​ໃຜ​ບໍລິສຸດ​ຄື​ກັບ​ພະ​ເຢໂຫວາ

ແລະ​ບໍ່​ມີ​ໃຜ​ທຽບ​ພະອົງ​ໄດ້.+

ພະເຈົ້າ​ຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ຫີນຜາ.+

 3 ຢ່າ​ເວົ້າ​ອວດ​ອົ່ງ​ອີກ.

ຢ່າ​ໃຫ້​ຄຳເວົ້າ​ຈອງຫອງ​ອອກ​ມາ​ຈາກ​ປາກ​ຂອງ​ເຈົ້າ.

ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຮູ້​ທຸກຢ່າງ+

ແລະ​ເພິ່ນ​ຕັດສິນ​ການ​ກະທຳ​ຂອງ​ມະນຸດ​ຢ່າງ​ຍຸຕິທຳ.

 4 ຄັນ​ທະນູ​ຂອງ​ຄົນ​ທີ່​ແຂງແຮງ​ຈະ​ຫັກ​ເປັນທ່ອນ​ໆ​

ແຕ່​ຄົນ​ທີ່​ສະດຸດ​ແລະ​ລົ້ມລົງ​ຈະ​ກັບ​ມາ​ມີ​ແຮງອີກ.+

 5 ຄົນ​ທີ່​ເຄີຍ​ຢູ່​ດີ​ກິນ​ດີ​ຈະ​ຕ້ອງ​ໄປ​ເຮັດ​ວຽກ​ຮັບຈ້າງ​ເພື່ອ​ຈະ​ມີ​ເຂົ້າ​ກິນ

ແຕ່​ຄົນ​ທີ່​ອຶດຢາກ​ຈະ​ບໍ່​ອຶດຢາກ​ອີກ​ຕໍ່​ໄປ.+

ຜູ້ຍິງ​ທີ່​ເປັນ​ໝັນ​ໄດ້​ລູກຊາຍ​ຮອດ 7 ຄົນ+

ແຕ່​ຜູ້ຍິງ​ທີ່​ມີ​ລູກຊາຍ​ຫຼາຍ​ຄົນ​ພັດ​ບໍ່​ມີ​ລູກ​ອີກ​ເລີຍ.*

 6 ພະ​ເຢໂຫວາ​ຂ້າ​ຄົນ​ໃຫ້​ຕາຍ​ໄດ້​ແລະ​ປົກປ້ອງ​ຊີວິດ​ໄດ້.*

ເພິ່ນ​ເອົາ​ມະນຸດ​ລົງ​ໄປ​ໃນ​ບ່ອນ​ຝັງສົບ*​ໄດ້​ແລະ​ກໍ​ເອົາ​ຂຶ້ນ​ມາ​ໄດ້.+

 7 ພະ​ເຢໂຫວາ​ເຮັດ​ໃຫ້​ທຸກຍາກ​ແລະ​ເຮັດ​ໃຫ້​ຮັ່ງມີ​ໄດ້.+

ເພິ່ນ​ເຮັດ​ໃຫ້​ຕົກຕ່ຳ​ແລະ​ຍົກ​ໃຫ້​ສູງ​ຂຶ້ນ​ໄດ້.+

 8 ເພິ່ນ​ຍົກ​ຄົນ​ທີ່​ຕ່ຳຕ້ອຍ​ຂຶ້ນ​ຈາກ​ດິນ.

ເພິ່ນ​ຍົກ​ຄົນ​ທີ່​ທຸກຍາກ​ຂຶ້ນ​ຈາກ​ກອງຂີ້ເທົ່າ*+

ເພື່ອ​ໃຫ້​ເຂົາເຈົ້າ​ນັ່ງ​ກັບ​ພວກ​ເຈົ້າ​ນາຍ

ແລະ​ໃຫ້​ເຂົາເຈົ້າ​ນັ່ງ​ໃນ​ບ່ອນ​ທີ່​ມີ​ກຽດ.

ຮາກຖານ​ຂອງ​ໂລກ​ເປັນ​ຂອງ​ພະ​ເຢໂຫວາ+

ແລະເພິ່ນ​ໄດ້​ວາງ​ແຜ່ນດິນ​ໄວ້​ເທິງ​ຫັ້ນ.

 9 ເພິ່ນ​ປົກປ້ອງ​ຜູ້​ທີ່​ພັກດີ​ຕໍ່​ເພິ່ນ​ທຸກ​ບາດ​ຍ່າງ+

ແຕ່​ຄົນ​ຊົ່ວ​ຈະ​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ​ທີ່​ມືດ​ໆ​.+

ຄົນ​ເຮົາບໍ່​ສາມາດ​ເອົາ​ຊະນະ​ດ້ວຍ​ກຳລັງ​ຂອງ​ໂຕ​ເອງ​ໄດ້.+

10 ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ຄົນ​ທີ່​ຕໍ່ສູ້​ເພິ່ນ​ມຸ່ນອຸ້ຍປຸ້ຍ.*+

ເພິ່ນ​ຈະ​ສະແດງ​ຄວາມ​ໃຈຮ້າຍ​ໃສ່​ເຂົາເຈົ້າ​ຄື​ກັບ​ສຽງ​ຟ້າຮ້ອງ​ທີ່ຢູ່ເທິງຟ້າ.+

ພະ​ເຢໂຫວາ​ຈະ​ຕັດສິນ​ທົ່ວໂລກ.+

ເພິ່ນ​ຈະ​ໃຫ້​ອຳນາດ​ກະສັດ​ທີ່​ເພິ່ນ​ແຕ່ງຕັ້ງ+

ແລະ​ເຮັດ​ໃຫ້ຜູ້ທີ່​ເພິ່ນ​ເລືອກ​ໄວ້​ມີ​ກຳລັງ​ເພີ່ມຂຶ້ນ.”*+

11 ຈາກ​ນັ້ນ ເອນການາ​ກໍ​ກັບ​ເມືອ​ເຮືອນ​ຂອງ​ລາວ​ທີ່​ຢູ່​ເມືອງ​ຣາມາ ແຕ່​ຊາມູເອນ​ຢູ່​ຮັບໃຊ້​ພະ​ເຢໂຫວາ​+ໂດຍ​ມີ​ປະໂລຫິດ​ເອລີ​ເປັນ​ຜູ້​ເບິ່ງແຍງ.

12 ລູກຊາຍ​ຂອງ​ເອລີ​ເປັນ​ຄົນ​ຊົ່ວ​ຫຼາຍ.+ ເຂົາເຈົ້າ​ບໍ່​ນັບຖື​ພະ​ເຢໂຫວາ. 13 ທຸກ​ເທື່ອ​ທີ່​ປະຊາຊົນ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້ພະເຈົ້າ ເຂົາເຈົ້າ​ຈະ​ບໍ່​ຍອມ​ເອົາ​ສ່ວນ​ທີ່​ປະໂລຫິດ​ມີ​ສິດ​ຈະ​ໄດ້ຈາກ​ເຄື່ອງບູຊາ+ ແຕ່​ຜູ້​ຊ່ວຍ​ຄົນ​ໜຶ່ງ​ຂອງ​ປະໂລຫິດ​ຈະ​ເອົາ​ສ້ອມ​ໃຫຍ່​ທີ່​ມີ​ສາມງ່າມ​ມາ​ບ່ອນ​ທີ່​ກຳລັງ​ຕົ້ມ​ຊີ້ນ 14 ແລ້ວ​ລາວ​ຈະ​ສັກສ້ອມ​ນັ້ນ​ລົງ​ໄປ​ໃນ​ໝໍ້​ຕົ້ມ​ຊີ້ນ ຫຼື​ໝໍ້​ທີ່​ມີ​ຫູ ຫຼື​ໝໍ້​ໃຫຍ່ ຫຼື​ໝໍ້​ທີ່​ມີ​ດ້າມຈັບ. ຖ້າ​ສຽບ​ຖືກ​ຊີ້ນ​ຕ່ອນ​ໃດ ຊີ້ນ​ຕ່ອນ​ນັ້ນ​ກໍ​ຈະ​ເປັນ​ຂອງ​ປະໂລຫິດ. ເຂົາເຈົ້າ​ເຮັດ​ແບບ​ນີ້​ກັບ​ຄົນ​ອິດສະຣາເອນ​ທຸກຄົນ​ທີ່​ມາ​ເມືອງ​ຊີໂລ. 15 ນອກຈາກນັ້ນ ກ່ອນ​ທີ່​ຜູ້​ໃດ​ຜູ້​ໜຶ່ງ​ຈະ​ເອົາ​ນ້ຳມັນ​ສັດ​ໄປເຜົາ+ ຜູ້​ຊ່ວຍ​ຂອງ​ປະໂລຫິດ​ຈະ​ມາ​ບອກ​ລາວ​ວ່າ: “ເອົາ​ຊີ້ນ​ມາ​ນີ້ ປະໂລຫິດ​ຈະ​ເອົາ​ໄປ​ປີ້ງ​ເອງ. ລາວ​ບໍ່​ຢາກ​ໄດ້​ຊີ້ນ​ຕົ້ມ ລາວ​ຢາກ​ໄດ້​ແຕ່​ຊີ້ນ​ດິບ.” 16 ຖ້າ​ຄົນ​ນັ້ນ​ເວົ້າ​ກັບ​ຜູ້​ຊ່ວຍ​ວ່າ: “ຂໍ​ເຜົາ​ນ້ຳມັນ​ສັດ+ໃຫ້​ພະເຈົ້າ​ກ່ອນ​ໄດ້​ບໍ? ຖ້າ​ເຈົ້າ​ຢາກ​ໄດ້​ຫຍັງ​ແລ້ວ​ຈຶ່ງ​ເອົາ​ໄປ.” ຜູ້​ຊ່ວຍ​ກໍ​ຈະ​ເວົ້າ​ວ່າ: “ບໍ່​ໄດ້ ຕ້ອງ​ເອົາ​ມາ​ໃຫ້​ຂ້ອຍ​ດຽວ​ນີ້. ຖ້າ​ບໍ່​ໃຫ້ ຂ້ອຍ​ກໍ​ຈະ​ຍາດ​ເອົາ.” 17 ພວກ​ຜູ້​ຊ່ວຍ​ຂອງ​ປະໂລຫິດ​ເຮັດ​ຜິດ​ຮ້າຍແຮງ​ຕໍ່​ພະ​ເຢໂຫວາ+ ຍ້ອນ​ເຂົາເຈົ້າ*​ບໍ່​ນັບຖື​ເຄື່ອງ​ບູຊາ​ທີ່​ເອົາ​ມາ​ໃຫ້​ພະ​ເຢໂຫວາ.

18 ຊາມູເອນ​ເຮັດ​ວຽກ​ຮັບໃຊ້​+ພະ​ເຢໂຫວາ​ແລະ​ນຸ່ງ​ເອໂຟດ*​ທີ່​ເຮັດ​ຈາກ​ຜ້າ​ລີນິນ+ເຖິງ​ວ່າ​ລາວ​ຈະ​ເປັນ​ເດັກນ້ອຍ. 19 ແມ່​ຂອງ​ລາວ​ຈະ​ເຮັດ​ເສື້ອ​ແຂນ​ກິ້ນ​ໂຕ​ນ້ອຍ​ໆ​ແລະ​ເອົາ​ໄປ​ໃຫ້​ຊາມູເອນ​ທຸກ​ປີ​ຕອນ​ທີ່​ລາວ​ກັບ​ຜົວ​ເອົາ​ເຄື່ອງ​ບູຊາ​ປະຈຳປີ​ໄປ​ເຜົາ​ໃຫ້​ພະເຈົ້າ.+ 20 ເອລີ​ອວຍພອນ​ໃຫ້​ເອນການາ​ແລະ​ເມຍ​ຂອງ​ລາວ​ວ່າ: “ຂໍ​ພະ​ເຢໂຫວາ​ໃຫ້​ເຈົ້າ​ມີ​ລູກ​ກັບ​ເມຍ​ຜູ້​ນີ້​ອີກ ເພື່ອ​ແທນ​ລູກ​ທີ່​ເຈົ້າ​ເອົາ​ໃຫ້​ພະ​ເຢໂຫວາ.”+ ແລ້ວ​ເຂົາເຈົ້າ​ກໍ​ເມືອ​ເຮືອນ. 21 ພະ​ເຢໂຫວາ​ອີ່ຕົນ​ຮັນນາ ເພິ່ນ​ຈຶ່ງ​ໃຫ້​ລາວ​ຖືພາ.+ ລາວ​ໄດ້​ລູກ​ຊາຍ​ອີກ 3 ຄົນ​ແລະ​ລູກສາວ 2 ຄົນ. ຊາມູເອນ​ກໍ​ໃຫຍ່​ຂຶ້ນ​ລະຫວ່າງ​ທີ່​ຮັບໃຊ້​ພະ​ເຢໂຫວາ.*+

22 ຕອນ​ນີ້​ເອລີ​ກໍ​ເຖົ້າ​ຫຼາຍ​ແລ້ວ ລາວ​ຮູ້​ທຸກ​ເລື່ອງ​ທີ່​ພວກ​ລູກຊາຍ​ເຮັດ+ຕໍ່​ພວກ​ອິດສະຣາເອນ ແລະ​ເລື່ອງ​ທີ່​ເຂົາເຈົ້າ​ໄປ​ນອນ​ນຳ​ພວກ​ຜູ້ຍິງ​ທີ່​ເຮັດ​ວຽກ​ຮັບໃຊ້​ຢູ່​ໜ້າ​ເຕັ້ນ​ສັກສິດ.*+ 23 ເອລີ​ເວົ້າ​ກັບ​ເຂົາເຈົ້າ​ເລື້ອຍ​ໆ​ວ່າ: “ເປັນ​ຫຍັງ​ພວກ​ລູກ​ເຮັດ​ແບບ​ນີ້​ອີກ​ແລ້ວ? ພໍ່​ໄດ້​ຍິນ​ແຕ່​ເລື່ອງ​ທີ່​ບໍ່​ດີ​ກ່ຽວ​ກັບ​ພວກ​ລູກ. 24 ເຊົາເຮັດເດີ້​ລູກ. ເລື່ອງ​ທີ່​ພໍ່​ໄດ້​ຍິນ​ຈາກ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ແມ່ນ​ບໍ່​ດີ​ເລີຍ. 25 ຖ້າ​ຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ອີກ​ຜູ້​ໜຶ່ງ​ກໍ​ຍັງ​ມີ​ຄົນ​ອ້ອນວອນ​ຂໍ​ພະ​ເຢໂຫວາ​ເພື່ອ​ລາວ​ໄດ້.* ແຕ່​ຖ້າຜູ້​ໜຶ່ງ​ເຮັດ​ຜິດ​ຕໍ່​ພະ​ເຢໂຫວາ+ ໃຜ​ຈະ​ອະທິດຖານ​ຂໍ​ເພື່ອ​ລາວ​ໄດ້?” ແຕ່​ພວກ​ລູກ​ຊາຍ​ຂອງ​ເອລີ​ບໍ່​ຟັງ​ສິ່ງ​ທີ່​ພໍ່​ບອກ ຍ້ອນ​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ​ຈະ​ໃຫ້​ເຂົາເຈົ້າ​ຕາຍ.+ 26 ໃນ​ລະຫວ່າງ​ນັ້ນ ຊາມູເອນ​ກໍ​ໃຫຍ່​ຂຶ້ນ​ແລະ​ພະ​ເຢໂຫວາ​ກັບ​ປະຊາຊົນ​ກໍ​ຮັກ​ລາວ​ຫຼາຍ.+

27 ຄົນ​ຂອງ​ພະເຈົ້າ​ມາ​ຫາ​ເອລີ​ແລະ​ເວົ້າ​ກັບ​ລາວ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ຕອນ​ທີ່​ປູ່ຍ່າຕານາຍຂອງ​ເຈົ້າ​ເປັນ​ທາດ​ຂອງຟາໂຣ*​ໃນ​ເອຢິບ ເຮົາ​ໄດ້​ໃຫ້​ເຂົາເຈົ້າ​ຮູ້​ຈັກ​ເຮົາ​ເປັນ​ຢ່າງ​ດີ​ບໍ່​ແມ່ນ​ບໍ?+ 28 ເຮົາ​ໄດ້​ເລືອກ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ອອກ​ຈາກ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ+ເພື່ອ​ໃຫ້​ເປັນ​ປະໂລຫິດ. ເຂົາເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ ເຜົາ​ເຄື່ອງຫອມ*ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ເຮົາ+ ແລະ​ນຸ່ງ​ເອໂຟດ​ຮັບໃຊ້​ເຮົາ. ເຮົາ​ໄດ້​ຍົກ​ເຄື່ອງ​ບູຊາ​ເຜົາ​ທັງ​ໝົດ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ນັ້ນ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ກັບ​ພວກ​ລູກ​ຫຼານ.+ 29 ເປັນ​ຫຍັງ​ເຈົ້າ​ບໍ່​ນັບຖື​ເຄື່ອງ​ບູຊາ​ທີ່​ເຮົາ​ສັ່ງ​ໃຫ້​ເອົາ​ມາ​ບ່ອນ​ຢູ່​ຂອງ​ເຮົາ?+ ເປັນ​ຫຍັງ​ເຈົ້າ​ໃຫ້​ກຽດ​ລູກ​ຊາຍ​ຂອງ​ເຈົ້າ​ຫຼາຍ​ກວ່າ​ເຮົາ​ແລະ​ເອົາ​ສ່ວນ​ທີ່​ດີ​ທີ່​ສຸດ​ຂອງ​ເຄື່ອງ​ບູຊາ​ທີ່​ພວກ​ອິດສະຣາເອນ​ເອົາ​ມາ​ໃຫ້​ເຮົາ​ໄປ​ກິນ​ຈົນ​ຕຸ້ຍ​ຈົນ​ພີ?+

30 ຍ້ອນ​ແນວ​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຈຶ່ງ​ເວົ້າ​ວ່າ “ເຮົາ​ເຄີຍ​ເວົ້າ​ວ່າ ເຮົາ​ຈະ​ໃຫ້​ລູກຫຼານ​ຂອງ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າ​ຮັບໃຊ້​ເຮົາ​ຕະຫຼອດໄປ.”+ ແຕ່​ຕອນ​ນີ້​ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ຈະ​ບໍ່​ເຮັດ​ແບບ​ນັ້ນ​ອີກ​ຕໍ່ໄປ ເພາະ​ວ່າ​ເຮົາ​ຈະ​ໃຫ້​ກຽດ​ຜູ້​ທີ່​ໃຫ້​ກຽດ​ເຮົາ+ ແຕ່​ເຮົາ​ຈະ​ບໍ່​ເຫັນ​ຄ່າ​ຜູ້​ທີ່​ບໍ່​ນັບຖື​ເຮົາ.” 31 ດັ່ງນັ້ນ ມື້​ໜຶ່ງ​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ເຈົ້າໝົດ​ແຮງ*ຈົນ​ບໍ່​ມີ​ໃຜ​ໃນ​ພວກ​ລູກ​ຫຼານ​ຂອງ​ເຈົ້າ​ໄດ້​ມີ​ຊີວິດ​ຢູ່​ຈົນ​ເຖົ້າ​ຈົນ​ແກ່.+ 32 ຕອນ​ທີ່​ອິດສະຣາເອນ​ຢູ່​ຢ່າງ​ສຸກສະບາຍ ເຈົ້າ​ຈະ​ເຫັນ​ສັດຕູ​ຂອງ​ເຈົ້າ​ຢູ່​ໃນ​ບ່ອນ​ຢູ່​ຂອງ​ເຮົາ+ ແລະ​ຈະ​ບໍ່​ມີ​ໃຜ​ໃນ​ພວກ​ລູກຫຼານ​ຂອງ​ເຈົ້າ​ໄດ້​ຢູ່​ຈົນ​ເຖົ້າ​ຈົນ​ແກ່​ອີກ​ເລີຍ. 33 ຈະ​ມີ​ລູກຫຼານ​ຄົນ​ໜຶ່ງ​ຂອງ​ເຈົ້າ​ທີ່​ເຮົາ​ບໍ່​ໄດ້​ປົດ​ອອກ​ຈາກ​ການ​ຮັບໃຊ້​ຢູ່​ແທ່ນບູຊາ ລາວ​ຈະ​ເຮັດ​ໃຫ້​ຕາ​ຂອງ​ເຈົ້າ​ມົວແລະ​ເຮັດ​ໃຫ້​ເຈົ້າ​ເສຍໃຈ ແລະ​ລູກຫຼານ​ຂອງ​ເຈົ້າ​ຫຼາຍ​ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+ 34 ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ໂຮບນີ​ແລະ​ຟີເນຮາດ​ລູກ​ຊາຍ 2 ຄົນ​ຂອງ​ເຈົ້າ​ຈະ​ເປັນ​ສິ່ງ​ທີ່​ຢືນຢັນ​ຄຳເວົ້າ​ຂອງ​ເຮົາ. ທັງ​ສອງ​ຄົນ​ຈະ​ຕາຍ​ໃນ​ມື້​ດຽວ​ກັນ.+ 35 ແລ້ວ​ເຮົາ​ຈະ​ເລືອກ​ປະໂລຫິດ​ຄົນ​ໜຶ່ງ​ທີ່​ສັດຊື່.+ ລາວ​ຈະ​ເຮັດ​ຕາມ​ທີ່​ໃຈ​ເຮົາ​ຕ້ອງການ. ເຮົາ​ຈະ​ໃຫ້​ລູກ​ຫຼານ​ຂອງ​ລາວ​ຮັບໃຊ້​ເປັນ​ປະໂລຫິດ​ຕະຫຼອດ​ໄປ ແລະ​ລາວ​ຈະ​ຮັບໃຊ້​ເປັນ​ປະໂລຫິດ​ຂອງ​ຜູ້​ທີ່​ເຮົາ​ເລືອກ​ໄວ້​ຕະຫຼອດ​ໄປ. 36 ຄົນ​ໃນ​ຕະກູນ​ຂອງ​ເຈົ້າ​ທີ່​ຍັງ​ເຫຼືອ​ຢູ່​ຈະ​ມາ​ໝູບລົງ​ຕໍ່ໜ້າ​ລາວເພື່ອ​ຂໍ​ເງິນ​ກັບ​ເຂົ້າຈີ່​ກ້ອນ​ໜຶ່ງ​ເປັນ​ຄ່າຈ້າງ​ເຮັດ​ວຽກ ແລະ​ຈະ​ເວົ້າ​ວ່າ “ຂໍ​ແຕ່ງຕັ້ງ​ຂ້ອຍ​ໃຫ້​ເປັນ​ປະໂລຫິດ​ເພື່ອ​ຂ້ອຍ​ຈະ​ມີ​ແນວ​ກິນ.”’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌