ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 19:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ຕອນ​ທີ່​ຕັດສິນ​ຄະດີ ຢ່າ​ຕັດສິນ​ແບບ​ບໍ່​ຍຸຕິທຳ. ຢ່າ​ອີ່ຕົນຄົນ​ທຸກ​ແລະ​ເຂົ້າ​ຂ້າງ​ລາວ ຫຼື​ຢ່າ​ມັກ​ຄົນ​ລວຍ​ແລະ​ເຂົ້າ​ຂ້າງ​ລາວ.+ ເຈົ້າ​ຕ້ອງ​ຕັດສິນ​ເລື່ອງ​ຂອງ​ເພື່ອນ​ບ້ານ​ຢ່າງ​ຍຸຕິທຳ.

  • ພະບັນຍັດ 1:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ຕອນ​ນັ້ນ ຂ້ອຍ​ສັ່ງ​ພວກ​ຜູ້ຕັດສິນ​ວ່າ ‘ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ໃຫ້​ຕັດສິນ​ຢ່າງ​ຍຸຕິທຳ+ ບໍ່​ວ່າ​ຈະ​ເປັນ​ຄະດີ​ຂອງ​ຄົນ​ອິດສະຣາເອນ​ນຳ​ກັນ ຫຼື​ຄະດີ​ຂອງ​ຄົນ​ອິດສະຣາເອນ​ກັບ​ຄົນ​ຕ່າງ​ຊາດ.+ 17 ຢ່າ​ເຂົ້າ​ຂ້າງ​ຜູ້​ໃດ.+ ໃຫ້​ຟັງ​ທັງຄົນ​ທຳມະດາແລະ​ຄົນ​ທີ່​ມີຕຳແໜ່ງ.+ ຢ່າ​ຢ້ານ​ຜູ້​ໃດ+ ເພາະ​ຕອນ​ທີ່​ພວກ​ເຈົ້າ​ຕັດສິນ​ຄະດີ ພວກ​ເຈົ້າເປັນ​ຕົວແທນຂອງ​ພະເຈົ້າ.+ ຖ້າ​ຄະດີ​ໃດ​ຍາກ​ກໍ​ເອົາ​ມາ​ໃຫ້​ຂ້ອຍ​ຕັດສິນ.’+

  • ພະບັນຍັດ 16:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ເຈົ້າ​ຕ້ອງ​ເປັນ​ຄົນ​ຍຸຕິທຳ+ ບໍ່​ເຂົ້າ​ຂ້າງ​ຜູ້​ໃດ+​ແລະ​ບໍ່​ຮັບ​ສິນບົນ ເພາະ​ສິນບົນ​ເຮັດ​ໃຫ້​ຄົນ​ສະຫຼາດຕາ​ບອດ+ ແລະ​ເຮັດ​ໃຫ້​ຄົນ​ສັດຊື່​ເວົ້າ​ປີ້ນ​ຄວາມ.

  • 2 ຂ່າວຄາວ 19:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ໃຫ້​ພວກ​ເຈົ້າ​ຢ້ານຢຳ​ພະ​ເຢໂຫວາ.+ ພວກ​ເຈົ້າ​ຈະ​ຕັດສິນ​ເລື່ອງ​ຫຍັງ​ກໍ​ໃຫ້ລະວັງ ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກເຮົາ​ຈະບໍ່​ຍອມ​ໃຫ້​ມີຜູ້ຕັດສິນ​ທີ່​ບໍ່​ຍຸຕິທຳ+ ລຳອຽງ+ ແລະ​ຮັບ​ສິນບົນ.”+

  • 1 ຕີໂມທຽວ 5:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ຂ້ອຍ​ຂໍ​ສັ່ງ​ເຈົ້າ​ຕໍ່​ໜ້າ​ພະເຈົ້າ​ແລະ​ພະຄລິດ​ເຢຊູ​ລວມ​ທັງ​ພວກ​ທູດສະຫວັນ​ທີ່​ພະເຈົ້າ​ເລືອກ​ໄວ້​ວ່າ ໃຫ້​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ເຫຼົ່າ​ນີ້​ໂດຍ​ບໍ່​ມີ​ອະຄະຕິ​ກັບ​ໃຜ​ແລະ​ບໍ່​ລຳອຽງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌