ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 62:12
    ຄຳພີໄບເບິນສະບັບແປໂລກໃໝ່
    • 12 ພະ​ເຢໂຫວາ​ເອີ້ຍ ຄວາມ​ຮັກ​ທີ່​ໝັ້ນຄົງ​ກໍ​ເປັນ​ຂອງ​ພະອົງ​ຄື​ກັນ.+

      ພະອົງ​ຕອບ​ແທນ​ແຕ່​ລະ​ຄົນ​ຕາມ​ການ​ກະທຳ​ຂອງ​ເຂົາເຈົ້າ.+

  • ປັນຍາຈານ 11:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ຄົນ​ໜຸ່ມ​ເອີ້ຍ ໃຫ້​ເຈົ້າ​ມີ​ຄວາມ​ສຸກ​ຕອນ​ທີ່​ເຈົ້າ​ຍັງ​ໜຸ່ມ​ແລະ​ໃຫ້​ຫົວໃຈ​ຂອງ​ເຈົ້າ​ຍິນດີ​ຕອນ​ທີ່​ເຈົ້າ​ຍັງ​ເປັນ​ຄົນ​ໜຸ່ມ. ຖ້າ​ໃຈ​ຂອງ​ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ໃຫ້​ເຈົ້າ​ເຮັດ​ໂລດ ແລະ​ຖ້າ​ເຈົ້າ​ຢາກ​ໄດ້​ຫຍັງ​ກໍ​ໃຫ້​ເຈົ້າ​ພະຍາຍາມ​ເອົາ​ໂລດ ແຕ່​ໃຫ້​ເຈົ້າ​ຮູ້​ໄວ້​ວ່າ​ພະເຈົ້າ​ທ່ຽງແທ້​ຈະ​ໃຫ້​ເຈົ້າ​ຮັບ​ຜິດ​ຊອບ​ທຸກ​ສິ່ງ​ທີ່​ເຈົ້າ​ເຮັດ.*+

  • ມັດທາຍ 12:36, 37
    ຄຳພີໄບເບິນສະບັບແປໂລກໃໝ່
    • 36 ຂ້ອຍ​ຈະ​ບອກ​ໃຫ້​ຮູ້​ວ່າ ໃນ​ມື້​ທີ່​ພະເຈົ້າ​ຕັດສິນ ທຸກ​ຄົນ​ຕ້ອງ​ຮັບ​ຜິດ​ຊອບ+​ຄຳເວົ້າ​ຂອງ​ໂຕເອງ​ທຸກ​ຄຳ​ທີ່​ບໍ່​ມີ​ປະໂຫຍດ.* 37 ເຈົ້າ​ຈະ​ຖືກ​ຕັດສິນ​ວ່າ​ເປັນ​ຄົນ​ດີ ຫຼື​ຈະ​ຖືກ​ຕັດສິນ​ວ່າ​ຕ້ອງ​ຖືກ​ລົງໂທດ​ກໍ​ຂຶ້ນ​ຢູ່​ກັບ​ຄຳເວົ້າ​ຂອງ​ເຈົ້າ​ເອງ.”

  • ກິດຈະການ 17:31
    ຄຳພີໄບເບິນສະບັບແປໂລກໃໝ່
    • 31 ຍ້ອນ​ເພິ່ນ​ກຳນົດ​ວັນ​ໜຶ່ງ​ໄວ້​ແລ້ວ​ທີ່​ຈະ​ໃຫ້​ຜູ້​ໜຶ່ງ​ທີ່​ເພິ່ນ​ແຕ່ງຕັ້ງ​ມາ​ຕັດສິນ+​ໂລກ​ດ້ວຍ​ຄວາມ​ຍຸຕິທຳ. ເພິ່ນ​ປຸກ​ຜູ້​ນັ້ນ​ໃຫ້​ຄືນ​ມາ​ຈາກ​ຕາຍ​ແລະ​ພິສູດ​ກັບ​ທຸກ​ຄົນ​ວ່າ​ວັນ​ນັ້ນ​ຈະ​ຕ້ອງ​ມາ​ແນ່ນອນ.”+

  • 2 ໂກຣິນໂທ 5:10
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຢູ່​ຕໍ່​ໜ້າ​ບັນລັງ​ຕັດສິນ​ຂອງ​ພະຄລິດ ແລະ​ແຕ່​ລະ​ຄົນ​ຈະ​ໄດ້​ຮັບ​ຜົນ​ຕາມ​ສິ່ງ​ທີ່​ໂຕເອງ​ເຮັດ​ຕອນ​ທີ່​ຢູ່​ໃນ​ຮ່າງກາຍ​ນີ້ ບໍ່​ວ່າ​ຈະ​ເຮັດ​ດີ​ຫຼື​ເຮັດ​ຊົ່ວ.+

  • 1 ຕີໂມທຽວ 5:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ຄວາມ​ຜິດ​ຂອງ​ບາງ​ຄົນ​ເຫັນ​ໄດ້​ແຈ້ງ​ແລະ​ເຮັດ​ໃຫ້​ເຂົາເຈົ້າ​ຖືກ​ຕັດສິນ​ລົງໂທດ​ທັນທີ ແຕ່​ຄວາມ​ຜິດ​ຂອງ​ບາງ​ຄົນ​ກໍ​ເຫັນ​ນຳ​ຫຼັງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌