-
ເອັດຊະຣາ 3:1ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ຫຼັງຈາກພວກອິດສະຣາເອນກັບໄປຢູ່ເມືອງຂອງໂຕເອງແລ້ວ ໃນເດືອນທີ 7+ ເຂົາເຈົ້າກໍມາລວມກັນຢູ່ເມືອງເຢຣູຊາເລັມ.
-
-
ເອັດຊະຣາ 9:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ແຕ່ພະເຢໂຫວາພະເຈົ້າ ພະອົງໄດ້ອີ່ຕົນພວກເຮົາໄລຍະໜຶ່ງໂດຍໃຫ້ຄົນທີ່ຖືກຈັບໄປເປັນຊະເລີຍລອດກັບມາຢ່າງປອດໄພແລະໄດ້ມາຢູ່ໃນບ່ອນທີ່ບໍລິສຸດ+ແລະເຮັດໃຫ້ພວກເຮົາມີຄວາມສຸກ. ພະເຈົ້າເອີ້ຍ ພະອົງໄດ້ຊ່ວຍພວກເຮົາບໍ່ໃຫ້ເປັນທາດໜັກສ່ຳເກົ່າ.
-
-
ເຢເຣມີຢາ 30:10ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ພະເຢໂຫວາບອກວ່າ: “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີ້ຍ ບໍ່ຕ້ອງຢ້ານເດີ້.
ອິດສະຣາເອນເອີ້ຍ ບໍ່ຕ້ອງຢ້ານ+
ຍ້ອນເຮົາຈະຊ່ວຍພວກເຈົ້າໃຫ້ກັບມາຈາກບ່ອນທີ່ໄກໆ
ແລະຈະຊ່ວຍລູກຫຼານຂອງພວກເຈົ້າຈາກແຜ່ນດິນທີ່ເຂົາເຈົ້າຖືກຈັບໄປເປັນຊະເລີຍ.+
ຢາໂຄບຈະກັບມາແບບສະບາຍໃຈແລະບໍ່ກັງວົນຫຍັງ
ແລະຈະບໍ່ມີໃຜເຮັດໃຫ້ເຂົາເຈົ້າຢ້ານໄດ້.”+
-