ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 20:3, 4
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ເວົ້າ​ວ່າ: “ເອຊາຢາ​ຜູ້​ຮັບໃຊ້​ຂອງ​ເຮົາ​ນຸ່ງ​ແຕ່​ເສື້ອ​ໂຕ​ທາງ​ໃນ​ແລະ​ຍ່າງ​ປະ​ຕີນ​ເປົ່າ 3 ປີ ເພື່ອ​ເປັນ​ສັນຍະລັກ+​ແລະເປັນ​ສິ່ງ​ທີ່​ເຕືອນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ເອຢິບ+​ແລະ​ເອທິໂອເປຍ.+ 4 ກະສັດ​ອັດຊີເຣຍ​ຈະ​ເອົາ​ພວກ​ເອຢິບ​ກັບ​ພວກ​ເອທິໂອເປຍ​ທີ່​ລາວ​ຈັບ​ໄດ້​ນັ້ນ​ໄປ​ເປັນ​ຊະເລີຍ+ ເຊິ່ງ​ລວມ​ທັງ​ເດັກນ້ອຍ​ແລະ​ຜູ້​ເຖົ້າ. ລາວ​ຈະ​ໃຫ້​ເຂົາເຈົ້າ​ໃສ່​ເສື້ອ​ໂຕ​ທາງ​ໃນ​ທີ່​ຕັດ​ຮອດ​ແອວ​ໃຫ້​ເຫັນ​ກົ້ນ​ແລະ​ຍ່າງ​ປະ​ຕີນ​ເປົ່າ. ລາວ​ຈະ​ເຮັດ​ໃຫ້​ເອຢິບ​ອັບອາຍ.

  • ເຢເຣມີຢາ 46:25, 26
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ລົງໂທດ​ອາໂມນ+​ພະເຈົ້າ​ຂອງ​ເມືອງ​ໂນ*+ ຟາໂຣ ເອຢິບ ພວກ​ກະສັດ ແລະ​ພະເຈົ້າ​ຕ່າງ​ໆ​ຂອງ​ເອຢິບ.+ ເຮົາ​ຈະ​ລົງໂທດ​ຟາໂຣ​ແລະ​ທຸກ​ຄົນ​ທີ່​ໄວ້​ໃຈ​ລາວ.’+

      26 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ+​ແລະ​ພວກ​ຄົນ​ຮັບ​ໃຊ້​ຂອງ​ລາວ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ມີ​ຄົນ​ອາໄສ​ຢູ່​ເອຢິບ​ຄື​ກັບ​ແຕ່​ກີ້.+

  • ເອເຊກຽນ 29:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງສຸດ​ເວົ້າ​ວ່າ ‘ເຮົາ​ຈະ​ເອົາ​ແຜ່ນດິນ​ເອຢິບ​ໃຫ້​ເນບູກາດເນັດຊາກະສັດ​ຂອງ​ບາບີໂລນ.+ ລາວ​ຈະ​ຂົນ​ເອົາ​ຊັບ​ສົມບັດ​ຂອງ​ເອຢິບ​ໄປ ແລະ​ຈະ​ຂົນ​ເອົາ​ເຄື່ອງ​ຂອງ​ທີ່​ພວກ​ເອຢິບ​ປຸ້ນ​ແລະ​ຍຶດ​ມາ​ໄດ້​ໄປ​ບັກ​ຫຼາຍ​ໆ​. ເຄື່ອງ​ຂອງ​ເຫຼົ່ານີ້​ຈະ​ເປັນ​ຄ່າຈ້າງ​ສຳລັບ​ພວກ​ທະຫານ​ຂອງ​ລາວ.’

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌