ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 3:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຕໍ່​ມາ ໂຢຮັນ+​ຜູ້​ໃຫ້​ບັບເຕມາ*​ເລີ່ມ​ປະກາດ+​ໃນ​ບ່ອນ​ກັນດານ​ຢູດາຍ​ວ່າ:

  • ມັດທາຍ 3:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ຜູ້​ພະຍາກອນ​ເອຊາຢາ+​ໄດ້​ເວົ້າ​ເຖິງ​ໂຢຮັນ​ຜູ້​ນີ້​ວ່າ: “ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.’”+

  • ມາຣະໂກ 1:2-4
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ຜູ້​ພະຍາກອນ​ເອຊາຢາ*​ຂຽນ​ໄວ້​ວ່າ: “(ຖ້າ​ເບິ່ງ​ເດີ້! ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ​ກ່ອນ​ເຈົ້າ. ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຈົ້າ.)+ 3 ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.’”+ 4 ແລ້ວ​ໂຢຮັນ​ຜູ້​ໃຫ້​ບັບເຕມາ​ກໍ​ມາ​ປະກາດ​ຢູ່​ບ່ອນ​ກັນດານ. ລາວ​ບອກ​ໃຫ້​ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ ແລ້ວ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+

  • ລູກາ 3:3-6
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ໂຢຮັນ​ຈຶ່ງ​ໄປ​ທົ່ວ​ເຂດ​ແມ່​ນ້ຳ​ຈໍແດນ​ແລະ​ປະກາດ​ໃຫ້​ຄົນ​ຮັບ​ບັບເຕມາ​ເພື່ອ​ສະແດງ​ວ່າ​ເຂົາເຈົ້າ​ກັບໃຈ ແລ້ວ​ພະເຈົ້າ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຂົາເຈົ້າ.+ 4 ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ຜູ້​ພະຍາກອນ​ເອຊາຢາ​ທີ່​ວ່າ: “ມີ​ສຽງ​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ກຽມ​ທາງ​ໄວ້​ສຳລັບ​ພະ​ເຢໂຫວາ.* ໃຫ້​ເຮັດ​ທາງ​ຂອງ​ເພິ່ນ​ໃຫ້​ຊື່​ໆ​.+ 5 ຮ່ອມພູ​ທຸກ​ບ່ອນ​ຕ້ອງ​ຖົມ​ໃຫ້​ເຕັມ ພູ​ແລະ​ໂນນ​ພູ​ທຸກ​ໜ່ວຍ​ຕ້ອງ​ເຮັດ​ໃຫ້​ພຽງ ທາງ​ຄົດ​ລ້ຽວ​ຕ້ອງ​ເຮັດ​ໃຫ້​ຊື່ ແລະ​ບ່ອນ​ທີ່​ມີ​ຂຸມ​ຕ້ອງ​ປັບ​ໃຫ້​ລຽບ. 6 ມະນຸດ​ທຸກ​ຄົນ​ຈະ​ໄດ້​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຈາກ​ພະເຈົ້າ.’”+

  • ໂຢຮັນ 1:23
    ຄຳພີໄບເບິນສະບັບແປໂລກໃໝ່
    • 23 ໂຢຮັນ​ບອກ​ວ່າ: “ຂ້ອຍ​ແມ່ນ​ຜູ້​ທີ່​ຮ້ອງ​ອອກ​ມາ​ຈາກ​ບ່ອນ​ກັນດານ​ວ່າ ‘ໃຫ້​ເຮັດ​ທາງ​ຂອງ​ພະ​ເຢໂຫວາ*​ໃຫ້​ຊື່​ໆ​’+ ຕາມ​ທີ່​ຜູ້​ພະຍາກອນ​ເອຊາຢາ​ໄດ້​ບອກ​ໄວ້.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌