ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 6:13, 14
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 “ຍ້ອນ​ທຸກ​ຄົນ​ຕັ້ງແຕ່​ເດັກນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ເຮັດ​ສິ່ງ​ທີ່​ບໍ່​ສັດຊື່​ເພື່ອ​ຈະ​ໄດ້​ຜົນ​ປະໂຫຍດ+

      ພວກ​ຜູ້​ພະຍາກອນ​ແລະ​ພວກ​ປະໂລຫິດ​ກໍ​ສໍ້​ໂກງ​ໝົດ​ທຸກ​ຄົນ.+

      14 ເຂົາ​ເຈົ້າ​ພະຍາຍາມ​ປິ່ນປົວ​ບາດ*​ໃຫ້​ປະຊາຊົນ​ຂອງ​ເຮົາ​ແບບ​ພໍ​ເປັນ​ພິທີ*​ຊື່​ໆ​ໂດຍ​ເວົ້າ​ວ່າ

      ‘ມີ​ຄວາມ​ສະຫງົບສຸກ​ແລ້ວ! ມີ​ຄວາມ​ສະຫງົບສຸກ​ແລ້ວ!’

      ທັງ​ໆ​ທີ່​ບໍ່​ໄດ້​ມີ​ຄວາມ​ສະຫງົບສຸກ​ເລີຍ.+

  • ເຢເຣມີຢາ 14:13
    ຄຳພີໄບເບິນສະບັບແປໂລກໃໝ່
    • 13 ຂ້ອຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ ພວກ​ຜູ້​ພະຍາກອນ​ກຳລັງ​ບອກ​ເຂົາ​ເຈົ້າ​ວ່າ ‘ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ​ດອກ​ແລະ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ອຶດຢາກ ແຕ່​ພະເຈົ້າ​ຈະ​ໃຫ້​ເຈົ້າ​ມີ​ຄວາມ​ສະຫງົບ​ສຸກ​ແທ້​ໃນ​ບ່ອນ​ນີ້.’”+

  • ເຢເຣມີຢາ 23:16, 17
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ:

      “ຢ່າ​ຟັງ​ຄຳ​ພະຍາກອນ​ຂອງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ.

      ເຂົາ​ເຈົ້າ​ກຳລັງ​ຫຼອກ​ລວງ​ເຈົ້າ.+

      ນິມິດ​ທີ່​ເຂົາ​ເຈົ້າ​ເວົ້າ​ມາ​ຈາກ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າ​ເອງ+

      ບໍ່​ແມ່ນ​ມາ​ຈາກ​ພະ​ເຢໂຫວາ.+

      17 ເຂົາ​ເຈົ້າ​ບອກ​ຄົນ​ທີ່​ບໍ່​ຍອມ​ຮັບ​ເຮົາ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ

      ‘ພະ​ເຢໂຫວາ​ເວົ້າ​ວ່າ “ພວກ​ເຈົ້າ​ຈະ​ມີ​ສັນຕິສຸກ.”’+

      ແລ້ວ​ບອກ​ທຸກ​ຄົນ​ທີ່​ເຮັດ​ຕາມ​ໃຈ​ດື້​ດ້ານ​ຂອງ​ໂຕເອງ​ວ່າ

      ‘ພວກ​ເຈົ້າ​ຈະ​ບໍ່​ເຈິ​ຄວາມ​ຈິບຫາຍ​ດອກ.’+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌