-
ເຢເຣມີຢາ 6:13, 14ຄຳພີໄບເບິນສະບັບແປໂລກໃໝ່
-
-
13 “ຍ້ອນທຸກຄົນຕັ້ງແຕ່ເດັກນ້ອຍຈົນຮອດຜູ້ໃຫຍ່ເຮັດສິ່ງທີ່ບໍ່ສັດຊື່ເພື່ອຈະໄດ້ຜົນປະໂຫຍດ+
ພວກຜູ້ພະຍາກອນແລະພວກປະໂລຫິດກໍສໍ້ໂກງໝົດທຸກຄົນ.+
14 ເຂົາເຈົ້າພະຍາຍາມປິ່ນປົວບາດ*ໃຫ້ປະຊາຊົນຂອງເຮົາແບບພໍເປັນພິທີ*ຊື່ໆໂດຍເວົ້າວ່າ
‘ມີຄວາມສະຫງົບສຸກແລ້ວ! ມີຄວາມສະຫງົບສຸກແລ້ວ!’
ທັງໆທີ່ບໍ່ໄດ້ມີຄວາມສະຫງົບສຸກເລີຍ.+
-
-
ເຢເຣມີຢາ 23:16, 17ຄຳພີໄບເບິນສະບັບແປໂລກໃໝ່
-
-
16 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ:
“ຢ່າຟັງຄຳພະຍາກອນຂອງພວກຜູ້ພະຍາກອນເຫຼົ່ານັ້ນ.
ເຂົາເຈົ້າກຳລັງຫຼອກລວງເຈົ້າ.+
17 ເຂົາເຈົ້າບອກຄົນທີ່ບໍ່ຍອມຮັບເຮົາເທື່ອແລ້ວເທື່ອອີກວ່າ
‘ພະເຢໂຫວາເວົ້າວ່າ “ພວກເຈົ້າຈະມີສັນຕິສຸກ.”’+
ແລ້ວບອກທຸກຄົນທີ່ເຮັດຕາມໃຈດື້ດ້ານຂອງໂຕເອງວ່າ
‘ພວກເຈົ້າຈະບໍ່ເຈິຄວາມຈິບຫາຍດອກ.’+
-
-
ເຢເຣມີຢາ 27:8-10ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພະເຢໂຫວາບອກວ່າ ‘ຖ້າຊາດໃດຫຼືປະເທດໃດບໍ່ຍອມຮັບໃຊ້ເນບູກາດເນັດຊາກະສັດຂອງບາບີໂລນແລະບໍ່ຍອມເອົາແອກຂອງກະສັດບາບີໂລນໃສ່ຄໍໄວ້ ເຮົາຈະລົງໂທດຊາດນັ້ນດ້ວຍດາບ+ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*ຈົນກວ່າເຂົາເຈົ້າຈະຕາຍໝົດ.
9 ດັ່ງນັ້ນ ຢ່າຟັງພວກຜູ້ພະຍາກອນ ພວກໝໍມໍ ພວກທີ່ທຳນວາຍຄວາມຝັນ ພວກທີ່ໃຊ້ຄາຖາອາຄົມ ແລະພວກທີ່ເບິ່ງໂຊກລາງທີ່ບອກພວກເຈົ້າວ່າ “ພວກເຈົ້າຈະບໍ່ໄດ້ຮັບໃຊ້ກະສັດຂອງບາບີໂລນດອກ” 10 ຍ້ອນຄົນເຫຼົ່ານັ້ນພະຍາກອນເລື່ອງຕົວະໃຫ້ພວກເຈົ້າຟັງເພື່ອພວກເຈົ້າຈະຖືກພາໄປຈາກແຜ່ນດິນຂອງພວກເຈົ້າ ແລະເຮົາຈະເຮັດໃຫ້ພວກເຈົ້າກະຈັດກະຈາຍແລະຕາຍໄປ.
-
-
ມີກາ 3:11ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ພວກຜູ້ນຳຂອງເມືອງນີ້ຈະຕັດສິນ+ຄະດີໃຫ້ເມື່ອໄດ້ສິນບົນເທົ່ານັ້ນ
ພວກປະໂລຫິດຈະສອນເມື່ອມີຄົນຈ້າງເທົ່ານັ້ນ+
ແລະພວກຜູ້ພະຍາກອນຈະພະຍາກອນເມື່ອມີຄົນເອົາເງິນໃຫ້ເທົ່ານັ້ນ.+
ແຕ່ເຂົາເຈົ້າກໍຍັງເພິ່ງໃຫ້ພະເຢໂຫວາຊ່ວຍ*ໂດຍເວົ້າວ່າ:
“ພະເຢໂຫວາຢູ່ກັບພວກເຮົາ+
ພວກເຮົາຈະບໍ່ເຈິຄວາມຈິບຫາຍດອກ!”+
-