-
ພະບັນຍັດ 28:53-57ຄຳພີໄບເບິນສະບັບແປໂລກໃໝ່
-
-
53 ຍ້ອນພວກສັດຕູລ້ອມເມືອງຂອງເຈົ້າຢ່າງແໜ້ນໜາ ແລະເຮັດໃຫ້ເຈົ້າລຳບາກຫຼາຍ ເຈົ້າກໍເລີຍຕ້ອງໄດ້ກິນຊີ້ນລູກຊາຍແລະລູກສາວຂອງໂຕເອງ+ທີ່ພະເຢໂຫວາພະເຈົ້າຂອງເຈົ້າອວຍພອນໃຫ້ເຈົ້າມີ.
54 ແມ່ນແຕ່ຜູ້ຊາຍທີ່ສຳອາງແລະອ່ອນໄຫວທີ່ສຸດໃນພວກເຈົ້າກໍຈະບໍ່ອີ່ຕົນອ້າຍນ້ອງແລະເມຍກັບລູກທີ່ລາວຮັກ. 55 ລາວຈະກິນຊີ້ນລູກຂອງໂຕເອງແລະບໍ່ປັນຜູ້ໃດ ຍ້ອນລາວບໍ່ມີຫຍັງຈະກິນແລ້ວ ເພາະພວກສັດຕູໄດ້ມາລ້ອມເມືອງຂອງພວກເຈົ້າທຸກເມືອງຢ່າງແໜ້ນໜາ ແລະເຮັດໃຫ້ມີຄວາມທຸກລຳບາກຫຼາຍ.+ 56 ແມ່ນແຕ່ຜູ້ຍິງທີ່ສຳອາງແລະອ່ອນໄຫວທີ່ສຸດ+ໃນພວກເຈົ້າ ເຊິ່ງບໍ່ເຄີຍປະຕີນເປົ່າຢຽບດິນເລີຍ ລາວກໍຈະບໍ່ອີ່ຕົນຜົວແລະລູກທີ່ລາວຮັກ. 57 ລາວຈະລັກກິນຊີ້ນລູກຂອງໂຕເອງທີ່ລາວເບັ່ງອອກມາ ລວມທັງສາຍແຮ່ແລະພົກແຮ່ ເພາະພວກສັດຕູໄດ້ມາລ້ອມເມືອງຂອງພວກເຈົ້າທຸກເມືອງຢ່າງແໜ້ນໜາ ແລະເຮັດໃຫ້ມີຄວາມທຸກລຳບາກຫຼາຍ.
-
-
2 ກະສັດ 25:3-7ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ຕອນນັ້ນມີຄວາມອຶດຢາກໜັກຫຼາຍ+ໃນເມືອງເຢຣູຊາເລັມແລະຄົນໃນເມືອງບໍ່ມີຂອງກິນເລີຍ.+ ແລ້ວໃນວັນທີ 9 ເດືອນທີ 4 ຂອງປີນັ້ນ 4 ກຳແພງເມືອງກໍພັງລົງມາ.+ ພວກທະຫານທຸກຄົນຂອງກະສັດເຊເດກີຢາໄດ້ໜີໄປໃນຄືນນັ້ນທາງປະຕູຂອງກຳແພງ 2 ຊັ້ນທີ່ຢູ່ໃກ້ສວນຂອງກະສັດ. ຕອນນັ້ນ ພວກການເດອາກຳລັງລ້ອມເມືອງໄວ້ ແຕ່ກະສັດເຊເດກີຢາກໍໜີໄປທາງອາຣາບາ.+ 5 ພວກທະຫານການເດອາໄດ້ໄລ່ນຳກະສັດແລະນຳລາວທັນຢູ່ບ່ອນກັນດານເຢຣິໂກ. ເມື່ອເຫັນແບບນັ້ນ ພວກທະຫານຂອງເຊເດກີຢາກໍພາກັນໜີໄປຄົນລະທາງ. 6 ເຂົາເຈົ້າຈັບລາວໄດ້+ແລະພາໄປຫາກະສັດບາບີໂລນຢູ່ເມືອງຣິບລາ ແລ້ວກໍຕັດສິນລາວ. 7 ເຂົາເຈົ້າໄດ້ຂ້າພວກລູກຊາຍຂອງເຊເດກີຢາຢູ່ຕໍ່ໜ້າລາວ. ເນບູກາດເນັດຊາເຮັດໃຫ້ກະສັດເຊເດກີຢາຕາບອດ ເອົາໂສ້ທອງແດງລ່າມລາວໄວ້ ແລະພາລາວໄປບາບີໂລນ.+
-
-
ເອຊາຢາ 3:1ຄຳພີໄບເບິນສະບັບແປໂລກໃໝ່
-
-
3 ຖ້າເບິ່ງເດີ້! ພະເຢໂຫວາຜູ້ບັນຊາການກອງທັບແລະຜູ້ເປັນນາຍອົງສູງສຸດ
ກຳລັງຈະຕັດທຸກສິ່ງທຸກຢ່າງທີ່ຄ້ຳຈູນເຢຣູຊາເລັມແລະຢູດາ
ແລະຈະບໍ່ໃຫ້ຄົນຢູ່ຫັ້ນມີເຂົ້າມີນ້ຳກິນ.+
-