ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 18:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ຍ້ອນ​ແນວ​ນີ້ ແຜ່ນດິນ​ຈຶ່ງ​ບໍ່​ສະອາດ. ເຮົາ​ຈະ​ລົງໂທດ​ແຜ່ນດິນ​ຍ້ອນ​ຄວາມ​ຜິດ​ນີ້ ແລະ​ຄົນ​ທີ່​ຢູ່​ຫັ້ນ​ຈະ​ຖືກຂັບ​ໄລ່ອອກ​ຈາກ​ແຜ່ນດິນ.+

  • ລະບຽບພວກເລວີ 26:33
    ຄຳພີໄບເບິນສະບັບແປໂລກໃໝ່
    • 33 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ໄປ​ຢູ່​ນຳ​ຊາດ​ຕ່າງ​ໆ​+ ແລະ​ເຮົາ​ຈະ​ເຮັດໃຫ້​ສັດຕູໃຊ້​ດາບ​ຕໍ່ສູ້​ພວກ​ເຈົ້າ.+ ແຜ່ນດິນ​ຂອງ​ພວກ​ເຈົ້າ​ຈະ​ຮ້າງ​ເປົ່າ+ ແລະ​ເມືອງ​ຕ່າງ​ໆ​ຂອງ​ພວກ​ເຈົ້າ​ກໍ​ຈະ​ຖືກ​ທຳລາຍ.

  • ພະບັນຍັດ 28:36
    ຄຳພີໄບເບິນສະບັບແປໂລກໃໝ່
    • 36 ພະ​ເຢໂຫວາ​ຈະ​ຂັບ​ໄລ່​ພວກ​ເຈົ້າ​ກັບ​ກະສັດ​ທີ່​ພວກ​ເຈົ້າ​ແຕ່ງຕັ້ງ​ໃຫ້​ໄປ​ຢູ່​ປະເທດ​ທີ່​ພວກ​ເຈົ້າ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ບໍ່​ເຄີຍ​ຮູ້ຈັກ+ ແລະ​ຢູ່​ບ່ອນ​ນັ້ນ​ພວກ​ເຈົ້າ​ຈະ​ນະມັດສະການ​ພະເຈົ້າ​ອື່ນ​ທີ່​ເປັນ​ໄມ້​ເປັນ​ຫີນ.+

  • ເອຊາຢາ 24:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ແຜ່ນດິນ​ນີ້​ຈະ​ຮ້າງ​ເປົ່າ

      ແລະ​ຈະ​ຖືກ​ປຸ້ນ​ຈົນ​ບໍ່​ເຫຼືອ​ຫຍັງ+

      ຍ້ອນ​ພະ​ເຢໂຫວາ​ໄດ້​ບອກ​ໄວ້​ແນວ​ນີ້.

  • ເຢເຣມີຢາ 25:9
    ຄຳພີໄບເບິນສະບັບແປໂລກໃໝ່
    • 9 ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ຈະ​ເອີ້ນ​ທຸກ​ຄອບຄົວ​ຂອງ​ປະເທດ​ຕ່າງ​ໆ​ທີ່​ຢູ່​ທາງ​ເໜືອ+​ແລະ​ເອີ້ນ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ.+ ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ມາ​ຕໍ່ສູ້​ແຜ່ນດິນ​ນີ້+ ຄົນ​ທີ່​ຢູ່​ແຜ່ນດິນ​ນີ້ ແລະ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ແຜ່ນດິນ​ນີ້.+ ເຮົາ​ຈະ​ທຳລາຍ​ພວກ​ເຈົ້າ​ແລະ​ຊາດ​ເຫຼົ່າ​ນີ້. ຜູ້​ຄົນ​ຈະ​ຕົກ​ໃຈ​ແລະ​ເຍາະເຍີ້ຍ*​ເມື່ອ​ເຫັນ​ພວກ​ເຈົ້າ ແລະ​ແຜ່ນດິນ​ນີ້​ຈະ​ກາຍ​ເປັນ​ຊາກ​ຫັກ​ພັງ​ຕະຫຼອດ​ໄປ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌