ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເນເຮມີຢາ 12:27
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ເມື່ອ​ໃກ້​ຊິ​ຮອດ​ມື້​ອຸທິດ​ກຳແພງ​ເມືອງ​ເຢຣູຊາເລັມ ເຂົາ​ເຈົ້າ​ກໍ​ໄປ​ຊອກ​ພວກ​ເລວີ​ຈາກ​ທຸກ​ບ່ອນ​ໃຫ້​ມາ​ເມືອງ​ເຢຣູຊາເລັມ​ເພື່ອ​ສະຫຼອງ​ການ​ອຸທິດ​ກຳແພງ ມາ​ມ່ວນ​ຊື່ນ​ນຳ​ກັນ ມາ​ຮ້ອງ​ເພງ​ຂອບໃຈ​ພະເຈົ້າ+ ມາ​ຕີ​ແສ່ງ ມາ​ຫຼິ້ນ​ເຄື່ອງ​ດົນຕີ​ທີ່​ມີ​ສາຍ​ແລະ​ດີດ​ພິນ.

  • ເອຊາຢາ 44:28
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ໄຊຣັດ​ວ່າ+ ‘ລາວ​ເປັນ​ຜູ້​ລ້ຽງ​ແກະ​ຂອງ​ເຮົາ.

      ລາວ​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ເຮົາ​ຕ້ອງການ.’+

      ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ເຢຣູຊາເລັມ​ວ່າ ‘ເມືອງ​ນີ້​ຈະ​ຖືກ​ສ້າງ​ຄືນ​ໃໝ່’

      ແລະ​ເຮົາ​ເປັນ​ຜູ້​ເວົ້າ​ເຖິງ​ວິຫານ​ວ່າ ‘ວິຫານ​ຈະ​ຖືກ​ວາງ​ຮາກ​ຖານ.’”+

  • ເຢເຣມີຢາ 30:18
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ພະ​ເຢໂຫວາ​ເວົ້າ​ວ່າ:

      “ເຮົາ​ຈະ​ລວບ​ລວມ​ລູກ​ຫຼານ​ຂອງ​ຢາໂຄບ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ+

      ແລະ​ເຮົາ​ຈະ​ອີ່ຕົນ​ເຂົາ​ເຈົ້າ.

      ເມືອງ​ນີ້​ຈະ​ຖືກ​ສ້າງ​ຂຶ້ນ​ອີກ​ຢູ່​ບ່ອນ​ເກົ່າ+

      ແລະ​ປ້ອມ​ສູງ​ໆ​ກໍ​ຈະ​ຖືກ​ສ້າງ​ຢູ່​ບ່ອນ​ທີ່​ເໝາະ​ສົມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌