-
2 ກະສັດ 24:14, 15ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ລາວຈັບຄົນທີ່ຢູ່ໃນເມືອງເຢຣູຊາເລັມທັງໝົດໄປເປັນຊະເລີຍ ເຊິ່ງມີພວກເຈົ້ານາຍ+ ພວກທະຫານທີ່ເກັ່ງໆ ແລະທຸກຄົນທີ່ເຮັດວຽກດ້ານສີໄມ້ລາຍມືກັບຊ່າງເຫຼັກ*+ ລວມທັງໝົດ 10.000 ຄົນ. ຄົນທີ່ຍັງເຫຼືອຢູ່ມີແຕ່ໜ້ອຍດຽວແລະເປັນຄົນທີ່ທຸກທີ່ສຸດ.+ 15 ລາວໄດ້ຈັບເຢໂຮຢາກິນ+ໄປເປັນຊະເລີຍຢູ່ບາບີໂລນ.+ ລາວຍັງໄດ້ຈັບແມ່ຂອງກະສັດ ພວກເມຍຂອງກະສັດ ພວກຂ້າລາຊະການ ແລະພວກຄົນສຳຄັນຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນນຳ.
-
-
ເຢເຣມີຢາ 39:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ເນບູຊາຣາດານ+ທີ່ເປັນຫົວໜ້າທະຫານປ້ອງກັນໂຕກະສັດໄດ້ຈັບຄົນທີ່ເຫຼືອຢູ່ໃນເມືອງ ຄົນທີ່ໜີໄປຫາລາວ ແລະຄົນທັງໝົດທີ່ເຫຼືອໄປເປັນຊະເລີຍຢູ່ບາບີໂລນ.
-