ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 32:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ເມື່ອ​ປະຊາຊົນ​ເຫັນ​ວ່າ​ໂມເຊ​ຂຶ້ນ​ໄປ​ເທິງ​ພູ​ດົນ​ແລ້ວ​ແລະ​ບໍ່​ລົງ​ມາ​ຈັກ​ເທື່ອ+ ເຂົາ​ເຈົ້າ​ກໍ​ພາກັນ​ໄປ​ຫາ​ອາໂຣນ​ແລະ​ເວົ້າ​ກັບ​ລາວ​ວ່າ: “ໃຫ້​ສ້າງ​ພະເຈົ້າ​ເພື່ອ​ຊີ້ນຳ​ພວກ​ເຮົາ​ແດ່+ ຍ້ອນ​ໂມເຊ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ນັ້ນ​ໄປ​ໃສ​ແລ້ວ​ກໍ​ບໍ່​ຮູ້.”

  • ອົບພະຍົບ 32:4
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ອາໂຣນເອົາ​ຄຳ​ນຳເຂົາ​ເຈົ້າ ແລະ​ໃຊ້​ເຄື່ອງ​ມື​ຫຼໍ່​ເປັນ​ຮູບ​ງົວ​ນ້ອຍ​ຂຶ້ນ​ມາ.+ ແລ້ວ​ເຂົາ​ເຈົ້າ​ກໍ​ພາກັນ​ເວົ້າ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ​ນີ້​ແມ່ນ​ພະເຈົ້າ​ທີ່​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ເດີ້.”+

  • 1 ກະສັດ 12:28, 29
    ຄຳພີໄບເບິນສະບັບແປໂລກໃໝ່
    • 28 ຫຼັງ​ຈາກ​ລົມ​ກັບ​ພວກ​ທີ່​ປຶກສາ​ແລ້ວ ເຢໂຣໂບອາມ​ໄດ້ເອົາ​ຄຳ​ມາ​ຫຼໍ່​ເປັນ​ຮູບ​ງົວ​ນ້ອຍ 2 ໂຕ+ ແລ້ວ​ບອກ​ປະຊາຊົນ​ວ່າ: “ມັນ​ຍາກ​ໂພດ​ສຳລັບ​ພວກ​ເຈົ້າ​ທີ່​ຈະ​ເດີນ​ທາງ​ໄປ​ເມືອງ​ເຢຣູຊາເລັມ. ພວກ​ອິດສະຣາເອນ​ເອີ້ຍ ນີ້​ແມ່ນ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຜູ້​ທີ່​ພາ​ພວກ​ເຈົ້າ​ອອກ​ມາ​ຈາກ​ເອຢິບ.”+ 29 ແລ້ວ​ລາວ​ກໍ​ເອົາ​ຮູບ​ງົວ​ນ້ອຍ​ໂຕ​ໜຶ່ງ​ໄວ້​ຢູ່​ເບເທນ+ ແລະ​ອີກ​ໂຕ​ໜຶ່ງ​ໄວ້​ຢູ່​ເມືອງ​ດານ.+

  • 2 ກະສັດ 10:29
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 ແຕ່​ເຢຮູ​ບໍ່​ໄດ້​ທຳລາຍ​ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ​ຢູ່​ເມືອງ​ເບເທນ​ແລະ​ເມືອງ​ດານ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່ເປັນ​ຕົ້ນ​ເຫດ​ພາ​ໃຫ້ພວກ​ອິດສະຣາເອນ​ເຮັດ​ຜິດ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌