ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 43:10, 11
    ຄຳພີໄບເບິນສະບັບແປໂລກໃໝ່
    • 10 ແລ້ວ​ໃຫ້​ເຈົ້າ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ເຮົາ​ຈະ​ສົ່ງ​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ.+ ເຮົາ​ຈະ​ຕັ້ງ​ບັນລັງ​ຂອງ​ລາວ​ຢູ່​ເທິງ​ຫີນ​ເຫຼົ່າ​ນີ້​ທີ່​ເຮົາ​ໄດ້​ເຊື່ອງ​ໄວ້ ແລະ​ລາວ​ຈະ​ກາງ​ເຕັ້ນ​ຂອງ​ກະສັດ​ກວມ​ພວກ​ມັນ​ໄວ້.+ 11 ລາວ​ຈະ​ເຂົ້າ​ມາ​ໂຈມຕີ​ແຜ່ນດິນ​ເອຢິບ.+ ບາງ​ຄົນ​ຈະ​ຕາຍ​ດ້ວຍ​ໂລກ​ລະບາດ ບາງ​ຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ບາງ​ຄົນ​ຈະ​ຖືກ​ຂ້າ​ດ້ວຍ​ດາບ.+

  • ເຢເຣມີຢາ 46:25, 26
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ຈະ​ລົງໂທດ​ອາໂມນ+​ພະເຈົ້າ​ຂອງ​ເມືອງ​ໂນ*+ ຟາໂຣ ເອຢິບ ພວກ​ກະສັດ ແລະ​ພະເຈົ້າ​ຕ່າງ​ໆ​ຂອງ​ເອຢິບ.+ ເຮົາ​ຈະ​ລົງໂທດ​ຟາໂຣ​ແລະ​ທຸກ​ຄົນ​ທີ່​ໄວ້​ໃຈ​ລາວ.’+

      26 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ ໄວ້​ໃນ​ມື​ຂອງ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ+​ແລະ​ພວກ​ຄົນ​ຮັບ​ໃຊ້​ຂອງ​ລາວ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ຈະ​ມີ​ຄົນ​ອາໄສ​ຢູ່​ເອຢິບ​ຄື​ກັບ​ແຕ່​ກີ້.+

  • ເອເຊກຽນ 30:24
    ຄຳພີໄບເບິນສະບັບແປໂລກໃໝ່
    • 24 ເຮົາ​ຈະ​ເຮັດ​ໃຫ້​ແຂນ​ຂອງ​ກະສັດ​ບາບີໂລນ​ມີ​ກຳລັງ​ຫຼາຍ​ຂຶ້ນ+ ແລະ​ຈະ​ເອົາ​ດາບ​ຂອງ​ເຮົາ​ໃສ່​ໃນ​ມື​ລາວ.+ ເຮົາ​ຈະ​ຫັກ​ແຂນ​ຂອງ​ກະສັດ​ເອຢິບ​ແລະ​ລາວ​ຈະ​ຮ້ອງ​ບັກ​ແຮງ​ໆ​ຄື​ຊິ​ຕາຍ​ຕໍ່​ໜ້າ​ລາວ.*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌