ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 21:22, 23
    ຄຳພີໄບເບິນສະບັບແປໂລກໃໝ່
    • 22 ຖ້າ​ຜູ້​ໃດ​ເຮັດ​ຜິດ​ແລະ​ມີ​ໂທດ​ເຖິງ​ຕາຍ ຫຼັງ​ຈາກ​ທີ່​ລາວ​ຖືກ​ຂ້າ​ແລ້ວ+ ພວກ​ເຈົ້າ​ເອົາ​ສົບ​ຂອງ​ລາວ​ໄປ​ແຂວນ​ຢູ່​ເທິງ​ເສົາ​ໄດ້+ 23 ແຕ່​ບໍ່​ໃຫ້​ປະ​ໄວ້​ຢູ່​ຫັ້ນ​ຄ້າງ​ຄືນ.+ ໃຫ້​ເອົາ​ສົບ​ລົງ​ມາ​ຝັງ​ພາຍ​ໃນ​ມື້​ນັ້ນ​ເລີຍ ຍ້ອນ​ວ່າ​ສົບ​ທີ່​ຖືກ​ແຂວນ​ໄວ້​ເທິງ​ເສົາ​ເປັນ​ສິ່ງ​ທີ່​ພະເຈົ້າ​ສາບແຊ່ງ.+ ຢ່າ​ເຮັດ​ໃຫ້​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ນັ້ນ​ບໍ່​ສະອາດ.”+

  • ມັດທາຍ 27:57, 58
    ຄຳພີໄບເບິນສະບັບແປໂລກໃໝ່
    • 57 ຕອນ​ຄ້າຍ​ແລງ ລູກສິດ​ຜູ້​ໜຶ່ງ​ຂອງ​ພະ​ເຢຊູ​ຊື່​ໂຢເຊັບ​ທີ່​ເປັນ​ເສດຖີ​ຢູ່​ເມືອງ​ອາຣີມາທາຍ+ 58 ໄດ້​ໄປ​ຂໍ​ສົບ​ພະ​ເຢຊູ​ຈາກ​ປີລາດ.+ ປີລາດ​ກໍ​ສັ່ງ​ໃຫ້​ເອົາ​ສົບ​ໃຫ້​ລາວ.+

  • ລູກາ 23:50-52
    ຄຳພີໄບເບິນສະບັບແປໂລກໃໝ່
    • 50 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ໂຢເຊັບ​ທີ່​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ.* ລາວ​ເປັນ​ຄົນ​ດີ​ແລະ​ເຊື່ອຟັງ​ພະເຈົ້າ.*+ 51 (ລາວ​ບໍ່​ໄດ້​ອອກ​ສຽງ​ສະໜັບ​ສະໜູນ​ແຜນການ​ແລະ​ການ​ກະທຳ​ຂອງ​ສະພາ​ນັ້ນ.) ລາວ​ມາ​ຈາກ​ອາຣີມາທາຍ​ທີ່​ເປັນ​ເມືອງ​ໜຶ່ງ​ຂອງ​ຄົນ​ຢູດາຍ ແລະ​ລາວ​ລໍ​ຖ້າ​ການ​ປົກຄອງ​ຂອງ​ພະເຈົ້າ​ຢູ່. 52 ໂຢເຊັບ​ຄົນ​ນີ້​ໄປ​ຂໍ​ສົບ​ພະ​ເຢຊູ​ຈາກ​ປີລາດ.

  • ໂຢຮັນ 19:38
    ຄຳພີໄບເບິນສະບັບແປໂລກໃໝ່
    • 38 ຫຼັງ​ຈາກນັ້ນ ໂຢເຊັບ​ຈາກ​ເມືອງ​ອາຣີມາທາຍ​ກໍ​ໄປ​ຫາ​ປີລາດ​ເພື່ອ​ຂໍ​ສົບ​ພະ​ເຢຊູ. ໂຢເຊັບ​ຄົນ​ນີ້​ເປັນ​ລູກສິດ​ຜູ້​ໜຶ່ງ​ຂອງ​ພະ​ເຢຊູ ແຕ່​ລາວ​ບໍ່​ເປີດເຜີຍ​ໂຕ​ຍ້ອນ​ຢ້ານ​ພວກ​ຢິວ.+ ເມື່ອ​ປີລາດ​ອະນຸຍາດ ລາວ​ກໍ​ມາ​ເອົາ​ສົບ​ພະ​ເຢຊູ​ໄປ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌