-
ມັດທາຍ 27:57-60ຄຳພີໄບເບິນສະບັບແປໂລກໃໝ່
-
-
57 ຕອນຄ້າຍແລງ ລູກສິດຜູ້ໜຶ່ງຂອງພະເຢຊູຊື່ໂຢເຊັບທີ່ເປັນເສດຖີຢູ່ເມືອງອາຣີມາທາຍ+ 58 ໄດ້ໄປຂໍສົບພະເຢຊູຈາກປີລາດ.+ ປີລາດກໍສັ່ງໃຫ້ເອົາສົບໃຫ້ລາວ.+ 59 ໂຢເຊັບເອົາຜ້າລີນິນເນື້ອດີແລະສະອາດມາພັນສົບ+ 60 ແລະວາງສົບໄວ້ໃນບ່ອນຝັງສົບໃໝ່ຂອງລາວ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນໃຫຍ່ໆມາອັດທາງເຂົ້າບ່ອນຝັງສົບໄວ້ ແລ້ວລາວກໍໄປ.
-
-
ມາຣະໂກ 15:43-46ຄຳພີໄບເບິນສະບັບແປໂລກໃໝ່
-
-
43 ໂຢເຊັບຈາກເມືອງອາຣີມາທາຍກໍລວບລວມຄວາມກ້າແລະໄປຂໍສົບຂອງພະເຢຊູຈາກປີລາດ.+ ໂຢເຊັບເປັນສະມາຊິກສະພາ*ຜູ້ມີຊື່ສຽງ ແລະລໍຖ້າການປົກຄອງຂອງພະເຈົ້າຢູ່. 44 ແຕ່ປີລາດຢາກຮູ້ວ່າພະເຢຊູຕາຍແທ້ໆບໍຈຶ່ງເອີ້ນນາຍຮ້ອຍມາຖາມວ່າພະເຢຊູຕາຍແລ້ວບໍ. 45 ເມື່ອນາຍຮ້ອຍຢືນຢັນວ່າເພິ່ນຕາຍແລ້ວ ປີລາດຈຶ່ງໃຫ້ໂຢເຊັບເອົາສົບໄປໄດ້. 46 ຈາກນັ້ນ ໂຢເຊັບກໍຊື້ຜ້າລີນິນເນື້ອດີມາ ເອົາສົບຂອງພະເຢຊູລົງຈາກເສົາ ເອົາຜ້າລີນິນມາພັນ ແລະວາງສົບໄວ້ໃນບ່ອນຝັງສົບ+ທີ່ເຈາະໄວ້ແລ້ວໃນຫີນ. ຈາກນັ້ນ ລາວກໍກິ້ງຫີນມາອັດທາງເຂົ້າບ່ອນຝັງສົບໄວ້.+
-