-
ປັນຍາຈານ 11:9ຄຳພີໄບເບິນສະບັບແປໂລກໃໝ່
-
-
9 ຄົນໜຸ່ມເອີ້ຍ ໃຫ້ເຈົ້າມີຄວາມສຸກຕອນທີ່ເຈົ້າຍັງໜຸ່ມແລະໃຫ້ຫົວໃຈຂອງເຈົ້າຍິນດີຕອນທີ່ເຈົ້າຍັງເປັນຄົນໜຸ່ມ. ຖ້າໃຈຂອງເຈົ້າຢາກເຮັດຫຍັງກໍໃຫ້ເຈົ້າເຮັດໂລດ ແລະຖ້າເຈົ້າຢາກໄດ້ຫຍັງກໍໃຫ້ເຈົ້າພະຍາຍາມເອົາໂລດ ແຕ່ໃຫ້ເຈົ້າຮູ້ໄວ້ວ່າພະເຈົ້າທ່ຽງແທ້ຈະໃຫ້ເຈົ້າຮັບຜິດຊອບທຸກສິ່ງທີ່ເຈົ້າເຮັດ.*+
-
-
1 ຕີໂມທຽວ 6:17-19ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ໃຫ້ເຈົ້າແນະນຳ*ຄົນຮັ່ງໃນໂລກນີ້*ວ່າຢ່າໃຫ້ເປັນຄົນຖືໂຕ ແລະຢ່າຝາກຄວາມຫວັງໄວ້ກັບຊັບສົມບັດທີ່ບໍ່ໝັ້ນຄົງ+ ແຕ່ໃຫ້ຝາກຄວາມຫວັງໄວ້ກັບພະເຈົ້າຜູ້ທີ່ໃຫ້ພວກເຮົາມີທຸກສິ່ງທີ່ເຮັດໃຫ້ພວກເຮົາມີຄວາມສຸກ.+ 18 ບອກເຂົາເຈົ້າໃຫ້ເຮັດດີຫຼາຍໆເພື່ອຈະຮັ່ງດ້ວຍຄວາມດີ. ໃຫ້ເຂົາເຈົ້າເປັນຄົນໃຈກວ້າງແລະຮູ້ຈັກແບ່ງປັນ.+ 19 ເມື່ອເຮັດແບບນີ້ກໍສ່ຳກັບວ່າເຂົາເຈົ້າສະສົມຊັບສົມບັດທີ່ໝັ້ນຄົງເຊິ່ງເປັນການວາງຮາກຖານທີ່ດີໄວ້ສຳລັບອະນາຄົດ+ ເພື່ອເຂົາເຈົ້າຈະໄດ້ຍຶດໝັ້ນກັບຄວາມຫວັງເລື່ອງຊີວິດແທ້ໄວ້.+
-