ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ ເພງນີ້ຕັ້ງສຽງເຊມີນິດ.* ເພງຂອງດາວິດ.
12 ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍລູກແດ່ ເພາະຄົນທີ່ສັດຊື່ບໍ່ເຫຼືອຈັກຄົນແລ້ວ
ແລະຄົນທີ່ໄວ້ໃຈໄດ້ກໍບໍ່ມີຈັກຄົນ.
2 ເຂົາເຈົ້າເວົ້າຂີ້ຕົວະກັນ.
ເຂົາເຈົ້າໃຊ້ຄຳເວົ້າເພື່ອປະຈົບປະແຈງແລະຫຼອກລວງຄົນອື່ນ.+
3 ພະເຢໂຫວາຈະຕັດສົບທີ່ເວົ້າປະຈົບປະແຈງ
ແລະຕັດລີ້ນທີ່ເວົ້າໂອ້ອວດ+
4 ເຊິ່ງກໍຄືພວກທີ່ເວົ້າວ່າ: “ພວກເຮົາເວົ້າຫຍັງ ພວກເຮົາກໍໄດ້ຕາມນັ້ນ.
ພວກເຮົາຢາກເວົ້າຫຍັງ ພວກເຮົາກໍເວົ້າ.
ໃຜຊິມາສັ່ງພວກເຮົາໄດ້?”+
5 ພະເຢໂຫວາເວົ້າວ່າ: “ຍ້ອນຄົນທຸກຍາກຖືກກົດຂີ່ຂົ່ມເຫງ
ແລະເຂົາເຈົ້າພາກັນຖອນຫາຍໃຈ+
ເຮົາຈຶ່ງຈະເຮັດຫຍັງຈັກຢ່າງ.
ເຮົາຈະຊ່ວຍເຂົາເຈົ້າຈາກຄົນທີ່ດູຖູກເຂົາເຈົ້າ.”*
6 ຄຳເວົ້າຂອງພະເຢໂຫວາບໍລິສຸດ.+
ຄຳເວົ້າຂອງເພິ່ນເປັນຄືກັບເງິນຢ່າງດີທີ່ຖືກຫຼອມ 7 ເທື່ອຢູ່ໃນເຕົາດິນເຜົາ.*
8 ຄົນຊົ່ວຢາກຍ່າງໄປໃສກໍໄດ້
ຍ້ອນມະນຸດພາກັນສະໜັບສະໜູນຄວາມຊົ່ວ.+