ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່ (1-​20)

      • ການ​ສະຫຼອງ​ປັດຊະຄາ (21-​23)

      • ໂຢສີຢາ​ຈັດ​ລະບຽບ​ຄືນ​ໃໝ່​ຕື່ມ​ອີກ (24-​27)

      • ໂຢສີຢາ​ຕາຍ (28-​30)

      • ເຢໂຮອາຮາດ​ເປັນ​ກະສັດ​ປົກຄອງ​ຢູດາ (31-​33)

      • ເຢໂຮຢາກີມ​ເປັນ​ກະສັດ​ປົກຄອງ​ຢູດາ (34-​37)

2 ກະສັດ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 34:29, 30

2 ກະສັດ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:26
  • +ອພຍ 24:8
  • +2ກສ 22:8

2 ກະສັດ 23:3

ໄຂເງື່ອນ

  • *

    ຫຼື “ສັນຍາ​ສິ່ງ​ທີ່​ຄົນອື່ນ​ເຄີຍ​ສັນຍາ​ແລ້ວ​ໃຫ້​ກັບ​ມາ​ມີ​ຜົນ​ບັງຄັບ​ໃຊ້​ອີກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 11:17; 2ຂຄ 15:10, 12
  • +ຢຊ 24:24, 25; 2ຂຄ 34:31, 32

2 ກະສັດ 23:4

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:4
  • +2ກສ 21:1, 7; 2ຂຄ 34:4
  • +1ກສ 12:28, 29

2 ກະສັດ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:1, 3; ຢຣມ 8:1, 2

2 ກະສັດ 23:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:1, 7
  • +ພບຍ 7:25
  • +2ຂຄ 34:4

2 ກະສັດ 23:7

ໄຂເງື່ອນ

  • *

    ຄົນ​ທີ່​ຂາຍ​ໂຕ​ເພື່ອ​ພິທີ​ທາງ​ສາສະໜາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:22; ພບຍ 23:17, 18; 1ກສ 15:11, 12; 22:46

2 ກະສັດ 23:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:17, 19; 1ກສ 15:22
  • +ປຖກ 21:31

2 ກະສັດ 23:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:10; ມລກ 2:7, 8

2 ກະສັດ 23:10

ໄຂເງື່ອນ

  • *

    ສະຖານ​ທີ່​ຢູ່​ນອກ​ເມືອງ​ເຢຣູຊາເລັມ​ເຊິ່ງ​ພວກ​ອິດສະຣາເອນ​ທີ່​ປ່ຽນ​ໄປ​ນັບຖື​ພະເຈົ້າ​ປອມ​ເຜົາ​ລູກ​ໂຕເອງ​ເປັນ​ເຄື່ອງ​ບູຊາ

  • *

    ແປ​ຕາມ​ໂຕ​ວ່າ “ຮ່ອມພູ​ຂອງ​ລູກ​ຊາຍ​ຮິນໂນມ.” ເບິ່ງ​ຄຳ​ວ່າ “ເກເຮັນນາ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 7:31
  • +ຢຊ 15:8
  • +2ກສ 16:2, 3; ຢຣມ 32:35

2 ກະສັດ 23:11

ໄຂເງື່ອນ

  • *

    ບ່ອນ​ກິນ​ເຂົ້າ​ນີ້​ຢູ່​ໃນ​ສາລາ​ໃຫຍ່​ໆ​ທີ່​ມີ​ເສົາ​ຫຼາຍ​ໆ​

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:19; ອຊກ 8:16

2 ກະສັດ 23:12

ໄຂເງື່ອນ

  • *

    ໝາຍເຖິງ​ຫ້ອງ​ທາງ​ເທິງ​ຂອງ​ອາຮາດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 19:13; ຊຟຢ 1:4, 5
  • +2ກສ 21:1, 5

2 ກະສັດ 23:13

ໄຂເງື່ອນ

  • *

    ຫຼື “ພູ​ແຫ່ງ​ການ​ທຳລາຍ.” ໝາຍເຖິງ​ພູ​ໝາກກອກ ໂດຍສະເພາະ​ເບື້ອງ​ທາງ​ໃຕ້​ສຸດ​ເຊິ່ງ​ຍັງ​ມີ​ອີກ​ຊື່​ໜຶ່ງ​ວ່າ​ພູ​ຂອງ​ຄວາມ​ໃຈຮ້າຍ.

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຟຢ 1:4, 5
  • +1ກສ 11:5, 7

2 ກະສັດ 23:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:24; ພບຍ 7:5; 2ຂຄ 34:1, 3

2 ກະສັດ 23:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28, 33
  • +2ຂຄ 34:6, 7

2 ກະສັດ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:2

2 ກະສັດ 23:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:1

2 ກະສັດ 23:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:30, 31

2 ກະສັດ 23:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:25, 31; 13:32; 2ກສ 17:9
  • +2ຂຄ 34:6, 7

2 ກະສັດ 23:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 13:2

2 ກະສັດ 23:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 35:1
  • +ອພຍ 12:3-14

2 ກະສັດ 23:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 35:18, 19

2 ກະສັດ 23:24

ໄຂເງື່ອນ

  • *

    ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:31; ພບຍ 18:10, 11; 2ກສ 21:1, 6; ອຊຢ 8:19
  • +ປຖກ 31:19
  • +ຈຊບ 33:52; ພບຍ 12:2
  • +2ກສ 22:8

2 ກະສັດ 23:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:29

2 ກະສັດ 23:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:11, 12; 24:3, 4; ຢຣມ 15:4

2 ກະສັດ 23:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:28; 2ກສ 25:11; ອຊກ 23:33
  • +2ກສ 18:11; 21:13
  • +ພບຍ 12:5; 1ກສ 8:29; 9:3

2 ກະສັດ 23:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:15; 2ຂຄ 35:20-25; ຊຄຢ 12:11

2 ກະສັດ 23:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:1, 2

2 ກະສັດ 23:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:11
  • +2ກສ 24:18

2 ກະສັດ 23:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:1, 2, 19-21

2 ກະສັດ 23:33

ໄຂເງື່ອນ

  • *

    3.420 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    34,2 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 23:29
  • +ຢຣມ 39:5; 52:10
  • +2ຂຄ 36:3

2 ກະສັດ 23:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:4, 5
  • +ຢຣມ 22:11, 12

2 ກະສັດ 23:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:3; 22:18, 19
  • +2ຂຄ 36:5

2 ກະສັດ 23:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 26:21; 36:22-24
  • +2ຂຄ 28:24, 25; 33:1, 4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 23:12ຂຄ 34:29, 30
2ກສ. 23:2ພບຍ 31:26
2ກສ. 23:2ອພຍ 24:8
2ກສ. 23:22ກສ 22:8
2ກສ. 23:32ກສ 11:17; 2ຂຄ 15:10, 12
2ກສ. 23:3ຢຊ 24:24, 25; 2ຂຄ 34:31, 32
2ກສ. 23:42ກສ 22:4
2ກສ. 23:42ກສ 21:1, 7; 2ຂຄ 34:4
2ກສ. 23:41ກສ 12:28, 29
2ກສ. 23:52ກສ 21:1, 3; ຢຣມ 8:1, 2
2ກສ. 23:62ກສ 21:1, 7
2ກສ. 23:6ພບຍ 7:25
2ກສ. 23:62ຂຄ 34:4
2ກສ. 23:7ລລວ 18:22; ພບຍ 23:17, 18; 1ກສ 15:11, 12; 22:46
2ກສ. 23:8ຢຊ 21:17, 19; 1ກສ 15:22
2ກສ. 23:8ປຖກ 21:31
2ກສ. 23:9ອຊກ 44:10; ມລກ 2:7, 8
2ກສ. 23:10ຢຣມ 7:31
2ກສ. 23:10ຢຊ 15:8
2ກສ. 23:102ກສ 16:2, 3; ຢຣມ 32:35
2ກສ. 23:11ພບຍ 4:19; ອຊກ 8:16
2ກສ. 23:12ຢຣມ 19:13; ຊຟຢ 1:4, 5
2ກສ. 23:122ກສ 21:1, 5
2ກສ. 23:13ຊຟຢ 1:4, 5
2ກສ. 23:131ກສ 11:5, 7
2ກສ. 23:14ອພຍ 23:24; ພບຍ 7:5; 2ຂຄ 34:1, 3
2ກສ. 23:151ກສ 12:28, 33
2ກສ. 23:152ຂຄ 34:6, 7
2ກສ. 23:161ກສ 13:2
2ກສ. 23:171ກສ 13:1
2ກສ. 23:181ກສ 13:30, 31
2ກສ. 23:191ກສ 12:25, 31; 13:32; 2ກສ 17:9
2ກສ. 23:192ຂຄ 34:6, 7
2ກສ. 23:201ກສ 13:2
2ກສ. 23:212ຂຄ 35:1
2ກສ. 23:21ອພຍ 12:3-14
2ກສ. 23:222ຂຄ 35:18, 19
2ກສ. 23:24ລລວ 19:31; ພບຍ 18:10, 11; 2ກສ 21:1, 6; ອຊຢ 8:19
2ກສ. 23:24ປຖກ 31:19
2ກສ. 23:24ຈຊບ 33:52; ພບຍ 12:2
2ກສ. 23:242ກສ 22:8
2ກສ. 23:25ພບຍ 4:29
2ກສ. 23:262ກສ 21:11, 12; 24:3, 4; ຢຣມ 15:4
2ກສ. 23:27ພບຍ 29:28; 2ກສ 25:11; ອຊກ 23:33
2ກສ. 23:272ກສ 18:11; 21:13
2ກສ. 23:27ພບຍ 12:5; 1ກສ 8:29; 9:3
2ກສ. 23:291ກສ 9:15; 2ຂຄ 35:20-25; ຊຄຢ 12:11
2ກສ. 23:302ຂຄ 36:1, 2
2ກສ. 23:31ຢຣມ 22:11
2ກສ. 23:312ກສ 24:18
2ກສ. 23:322ກສ 21:1, 2, 19-21
2ກສ. 23:332ກສ 23:29
2ກສ. 23:33ຢຣມ 39:5; 52:10
2ກສ. 23:332ຂຄ 36:3
2ກສ. 23:342ຂຄ 36:4, 5
2ກສ. 23:34ຢຣມ 22:11, 12
2ກສ. 23:36ຢຣມ 1:3; 22:18, 19
2ກສ. 23:362ຂຄ 36:5
2ກສ. 23:37ຢຣມ 26:21; 36:22-24
2ກສ. 23:372ຂຄ 28:24, 25; 33:1, 4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 23:1-37

ກະສັດ​ສະບັບ​ທີ​ສອງ

23 ກະສັດ​ໂຢສີຢາ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ພວກ​ຜູ້​ນຳ​ທຸກ​ຄົນ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ໃຫ້​ມາ​ລວມ​ກັນ.+ 2 ແລ້ວ​ກະສັດ​ກໍ​ໄປ​ວິຫານ​ຂອງ​ພະ​ເຢໂຫວາ​ພ້ອມ​ກັບ​ປະຊາຊົນ​ທຸກ​ຄົນ​ຕັ້ງ​ແຕ່​ເດັກ​ນ້ອຍ​ຈົນ​ຮອດ​ຜູ້​ໃຫຍ່​ທີ່​ມາ​ຈາກ​ຢູດາ​ແລະ​ເຢຣູຊາເລັມ ລວມ​ທັງ​ພວກ​ປະໂລຫິດ​ແລະ​ພວກ​ຜູ້ພະຍາກອນ. ລາວ​ອ່ານ​ທຸກ​ສິ່ງ​ທີ່​ຢູ່​ໃນປຶ້ມ+​ບັນທຶກ​ຂໍ້​ສັນຍາ+ທີ່​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ໃຫ້​ທຸກ​ຄົນ​ຟັງ.+ 3 ກະສັດ​ຢືນ​ຢູ່​ຂ້າງ​ເສົາ​ແລະສັນຍາ*ກັບພະ​ເຢໂຫວາ​ວ່າ ລາວ​ຈະ​ເຊື່ອ​ຟັງ​ພະ​ເຢໂຫວາ​+ແລະ​ເຮັດ​ຕາມ​ຄຳ​ສັ່ງ ຂໍ້​ເຕືອນ​ໃຈ ແລະ​ກົດ​ໝາຍ​ຂອງ​ເພິ່ນ​ດ້ວຍ​ສຸດ​ຫົວໃຈ​ສຸດ​ຊີວິດ​ໂດຍ​ເຮັດ​ຕາມ​ທຸກ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນັ້ນ. ທຸກ​ຄົນ​ທີ່​ຢູ່​ຫັ້ນ​ກໍ​ສັນຍາ​ຄື​ກັນ.+

4 ແລ້ວ​ກະສັດ​ໄດ້​ສັ່ງ​ປະໂລຫິດ​ໃຫຍ່​ຮິນກີຢາ+ ປະໂລຫິດ​ຄົນອື່ນ​ໆ​ ແລະ​ພວກ​ຄົນ​ຍາມ​ປະຕູ​ໃຫ້​ເອົາ​ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ນະມັດສະການ​ພະ​ບາອານ ນະມັດສະການ​ເສົາ​ໄມ້​ສັກສິດ*+ ແລະ​ນະມັດສະການ​ດວງ​ດາວ​ຕ່າງ​ໆ​ອອກ​ໄປ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ. ຈາກ​ນັ້ນ ກະສັດ​ໄດ້​ເອົາ​ເຄື່ອງ​ທັງ​ໝົດ​ນີ້​ອອກ​ໄປ​ນອກ​ເມືອງ​ເຢຣູຊາເລັມ​ແລະ​ເຜົາ​ຢູ່​ຮ່ອມພູ​ກິດໂຣນ. ແລ້ວ​ລາວ​ກໍ​ເອົາ​ຂີ້ເທົ່າ​ໄປ​ເມືອງ​ເບເທນ.+ 5 ລາວ​ໄດ້​ໄລ່​ພວກ​ປະໂລຫິດ​ຂອງ​ພະເຈົ້າ​ປອມ​ໜີ ເຊິ່ງ​ກະສັດ​ຢູດາ​ອົງ​ກ່ອນ​ໆ​ໄດ້​ແຕ່ງຕັ້ງ​ໃຫ້​ເຜົາ​ເຄື່ອງ​ບູຊາ​ຢູ່​ບ່ອນ​ນະມັດສະການ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາແລະ​ຢູ່​ອ້ອມແອ້ມ​ເມືອງ​ເຢຣູຊາເລັມ. ລາວ​ຍັງ​ໄດ້​ໄລ່​ພວກ​ທີ່​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ ດວງ​ຕາເວັນ ດວງ​ເດືອນ ກຸ່ມ​ດາວ​ລາສີ ແລະ​ດວງ​ດາວ​ຕ່າງ​ໆ​.+ 6 ລາວ​ເອົາ​ເສົາ​ໄມ້​ສັກສິດ+ທີ່​ຢູ່​ວິຫານ​ຂອງ​ພະ​ເຢໂຫວາ​ອອກ​ໄປ​ນອກ​ເມືອງ​ເຢຣູຊາເລັມ ໄປ​ເຜົາ​+ຢູ່​ຮ່ອມ​ພູ​ກິດໂຣນ ແລ້ວທຸບ​ໃຫ້​ມຸ່ນ ແລະ​ເອົາ​ໄປ​ຖິ້ມ​ຢູ່​ບ່ອນ​ຝັງ​ສົບ​ຂອງ​ປະຊາຊົນ.+ 7 ລາວ​ຍັງ​ໄດ້​ທຳລາຍ​ບ່ອນ​ຢູ່​ຂອງ​ພວກ​ຜູ້​ຊາຍ​ຂາຍ​ໂຕ​ທີ່​ຢູ່​ວິຫານ*+ຂອງ​ພະ​ເຢໂຫວາ ເຊິ່ງ​ເປັນ​ບ່ອນ​ທີ່​ພວກ​ຜູ້​ຍິງ​ໃຊ້​ເພື່ອ​ຕ່ຳ​ຜ້າ​ເຮັດ​ເຕັ້ນ​ສຳລັບ​ນະມັດສະການ​ເສົາ​ໄມ້​ສັກສິດ.

8 ລາວ​ໄລ່​ພວກ​ປະໂລຫິດ​ທຸກ​ຄົນ​ອອກ​ຈາກ​ເມືອງ​ຕ່າງ​ໆ​ຂອງ​ຢູດາ. ຕັ້ງ​ແຕ່​ເມືອງ​ເຄບາ​+ຈົນ​ຮອດ​ເມືອງ​ເບເອເຊບາ+ ລາວ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ທີ່​ພວກ​ປະໂລຫິດ​ເຫຼົ່າ​ນັ້ນ​ເຄີຍ​ເຜົາ​ເຄື່ອງ​ບູຊາໃຊ້​ບໍ່​ໄດ້​ອີກຕໍ່​ໄປ. ລາວ​ຍັງ​ໄດ້​ທຳລາຍ​ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ຢູ່​ປະຕູ​ທາງເຂົ້າ​ຂອງ​ໂຢຊວຍ​ທີ່​ເປັນ​ເຈົ້າ​ເມືອງ. ເມື່ອ​ຍ່າງ​ເຂົ້າ​ປະຕູ​ເມືອງ​ມາ ບ່ອນ​ນະມັດສະການ​ເຫຼົ່ານີ້​ຢູ່​ເບື້ອງ​ຊ້າຍ. 9 ພວກ​ປະໂລຫິດ​ຂອງ​ບ່ອນ​ນະມັດສະການ​ຕ່າງ​ໆ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ​ວຽກ​ຮັບ​ໃຊ້​ຢູ່​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ໃນ​ເມືອງ​ເຢຣູຊາເລັມ+ ແຕ່​ເຂົາ​ເຈົ້າ​ໄດ້​ຮັບ​ອະນຸຍາດ​ໃຫ້​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ກັບ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ. 10 ລາວ​ເຮັດ​ໃຫ້​ໂຕເຟັດ*+​ທີ່​ຢູ່​ຮ່ອມ​ພູ​ຮິນໂນມ*+​ໃຊ້​ບໍ່​ໄດ້​ອີກ​ຕໍ່​ໄປ​ເພື່ອ​ບໍ່​ໃຫ້​ໃຜ​ເອົາ​ລູກ​ຊາຍ​ຫຼື​ລູກສາວ​ໄປ​ເຜົາ​ໃຫ້​ພະ​ໂມເລັກ​ຢູ່​ຫັ້ນ.+ 11 ລາວ​ຫ້າມ​ບໍ່​ໃຫ້​ເອົາ​ຝູງ​ມ້າ​ທີ່​ກະສັດ​ຂອງ​ຢູດາ​ອົງ​ກ່ອນ​ໆ​ອຸທິດ​ໃຫ້​ດວງ​ຕາເວັນ​ຍ່າງ​ຜ່ານ​ທາງ​ບ່ອນ​ກິນ​ເຂົ້າ*ທີ່​ເປັນ​ຂອງ​ນາທານເມເລັກ​ທີ່​ເປັນ​ຂ້າລາຊະການ​ເພື່ອ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ລາວ​ໄດ້​ເຜົາລົດ​ມ້າ​ທີ່​ອຸທິດໃຫ້​ດວງ​ຕາເວັນ.+ 12 ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນ​ບູຊາ​ຕ່າງ​ໆ​ທີ່​ກະສັດ​ຂອງ​ຢູດາ​ອົງ​ກ່ອນ​ໆ​ສ້າງ​ໄວ້​ຢູ່​ເທິງ​ດາດ​ຟ້າ​+ທີ່​ຢູ່​ທາງ​ເທິງຫ້ອງຂອງ​ອາຮາດ* ແລະ​ລາວ​ຍັງ​ໄດ້​ທຳລາຍ​ແທ່ນ​ບູຊາ​ທີ່​ມານາເຊ​ສ້າງ​ໄວ້​ຢູ່ 2 ເດີ່ນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ ລາວ​ທຸບ​ແທ່ນ​ບູຊາ​ເຫຼົ່າ​ນັ້ນ​ຈົນ​ມຸ່ນ​ແລ້ວ​ເອົາ​ໄປ​ຖິ້ມ​ຢູ່​ຮ່ອມ​ພູ​ກິດໂຣນ. 13 ກະສັດ​ໂຢສີຢາ​ເຮັດ​ໃຫ້​ບ່ອນ​ນະມັດສະການ​ຕ່າງ​ໆ​ທີ່​ຢູ່​ເນີນ​ທາງ​ທິດໃຕ້​ຂອງພູ​ໝາກກອກ*ເຊິ່ງ​ຢູ່​ຕໍ່​ໜ້າ​ເມືອງ​ເຢຣູຊາເລັມ​ໃຊ້​ບໍ່​ໄດ້​ອີກ​ຕໍ່​ໄປ. ໂຊໂລໂມນ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສ້າງ​ບ່ອນ​ນະມັດສະການ​ເຫຼົ່ານີ້​ໃຫ້​ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ອັດຊະໂຕເຣດ*ຂອງ​ພວກ​ຊີໂດນ ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ເຄມົດ​ຂອງ​ພວກ​ໂມອາບ ແລະ​ພະເຈົ້າ​ທີ່​ເປັນ​ຕາ​ຂີ້ດຽດ​ຊື່​ມີເລກອມ+ຂອງ​ພວກ​ອຳໂມນ.+ 14 ກະສັດ​ໂຢສີຢາ​ທຸບ​ເສົາ​ຫີນ​ສັກສິດ​ຈົນ​ແຕກ​ແລະ​ໄດ້​ຟັນ​ເສົາ​ໄມ້​ສັກສິດ+ ແລ້ວ​ເອົາ​ກະດູກ​ຄົນ​ໄປ​ຖິ້ມ​ໃສ່​ບ່ອນ​ເຫຼົ່າ​ນັ້ນ. 15 ລາວ​ຍັງ​ໄດ້​ທຳລາຍ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ​ແລະ​ບ່ອນ​ນະມັດສະການ​ທີ່​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ສ້າງ​ໄວ້​ເຊິ່ງ​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ ຫຼັງ​ຈາກ​ທຳລາຍ​ແທ່ນ​ບູຊາ​ແລະ​ບ່ອນ​ນະມັດສະການ ລາວ​ກໍ​ຈູດ​ບ່ອນ​ນະມັດສະການ​ນັ້ນ ແລ້ວ​ເຮັດ​ໃຫ້​ມຸ່ນ​ແລະ​ຈູດ​ເສົາ​ໄມ້​ສັກສິດ.+

16 ເມື່ອ​ໂຢສີຢາ​ເຫັນ​ບ່ອນ​ຝັງ​ສົບ​ຢູ່​ເທິງ​ພູ ລາວ​ກໍ​ໃຫ້​ຄົນ​ເອົາ​ກະດູກ​ຢູ່​ຫັ້ນ​ໄປ​ເຜົາ​ຢູ່​ເທິງ​ແທ່ນ​ບູຊາ​ເພື່ອ​ໃຫ້​ແທ່ນ​ບູຊາ​ນັ້ນ​ໃຊ້​ບໍ່​ໄດ້​ອີກ. ເລື່ອງ​ນີ້ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ຜ່ານ​ທາງ​ຜູ້ພະຍາກອນ​ຂອງ​ເພິ່ນ.+ 17 ແລ້ວ​ກະສັດ​ໂຢສີຢາ​ກໍ​ຖາມ​ວ່າ: “ນັ້ນ​ແມ່ນ​ບ່ອນ​ຝັງ​ສົບ​ຂອງ​ໃຜ?” ຄົນ​ຢູ່​ເມືອງ​ນັ້ນ​ບອກ​ລາວ​ວ່າ: “ເປັນ​ບ່ອນ​ຝັງ​ສົບ​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ມາ​ຈາກ​ຢູດາ+ ລາວ​ເຄີຍ​ພະຍາກອນ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ໄດ້​ເຮັດ​ກັບ​ແທ່ນ​ບູຊາ​ຢູ່​ເມືອງ​ເບເທນ.” 18 ໂຢສີຢາ​ຈຶ່ງ​ບອກ​ວ່າ: “ບໍ່​ຕ້ອງ​ເຮັດ​ຫຍັງ​ກັບ​ກະດູກ​ຂອງ​ລາວ. ໃຫ້​ປະ​ໄວ້​ແບບ​ນັ້ນ.” ເຂົາ​ເຈົ້າ​ຈຶ່ງ​ບໍ່​ເຮັດ​ຫຍັງ​ກັບ​ກະດູກ​ນັ້ນ ແລະ​ກະດູກ​ຂອງ​ຜູ້ພະຍາກອນ​ທີ່​ມາ​ຈາກ​ເມືອງ​ຊາມາເຣຍ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຄື​ກັນ.+

19 ໂຢສີຢາ​ຍັງ​ໄດ້​ທຳລາຍ​ວິຫານ​ທັງ​ໝົດ​ຢູ່​ບ່ອນ​ນະມັດສະການ​ໃນ​ເມືອງ​ຕ່າງ​ໆ​ຂອງ​ຊາມາເຣຍ​+ທີ່​ກະສັດ​ອິດສະຣາເອນ​ອົງ​ກ່ອນ​ໆ​ໄດ້​ສ້າງ​ໄວ້ ເຊິ່ງ​ເຮັດ​ໃຫ້​ພະເຈົ້າ​ໃຈ​ຮ້າຍ. ລາວ​ເຮັດ​ທຸກ​ຢ່າງ​ກັບ​ວິຫານ​ເຫຼົ່າ​ນັ້ນ​ຄື​ກັບ​ທີ່​ໄດ້​ເຮັດ​ຢູ່​ເມືອງ​ເບເທນ.+ 20 ລາວ​ຂ້າ​ປະໂລຫິດ​ທຸກ​ຄົນ​ຂອງ​ບ່ອນ​ນະມັດສະການ​ເຫຼົ່າ​ນັ້ນ​ເທິງ​ແທ່ນ​ບູຊາ ແລະ​ເຜົາ​ກະດູກ​ຄົນ​ຢູ່​ເທິງ​ແທ່ນ​ນັ້ນ​ຄື​ກັນ.+ ຫຼັງ​ຈາກ​ນັ້ນ ລາວ​ກໍ​ກັບ​ເມືອ​ເມືອງ​ເຢຣູຊາເລັມ.

21 ແລ້ວ​ກະສັດ​ກໍ​ສັ່ງ​ປະຊາຊົນ​ທຸກ​ຄົນ​ວ່າ: “ໃຫ້​ສະຫຼອງ​ປັດສະຄາ+ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຕາມ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ບັນທຶກ​ຂໍ້​ສັນຍາ​ນີ້.”+ 22 ໃນ​ສະໄໝ​ພວກ​ຜູ້ຕັດສິນ​ຂອງ​ອິດສະຣາເອນ​ແລະ​ໃນ​ສະໄໝ​ຂອງ​ພວກ​ກະສັດ​ອິດສະຣາເອນ​ກັບ​ພວກ​ກະສັດ​ຢູດາ​ບໍ່​ເຄີຍ​ມີການ​ສະຫຼອງ​ປັດສະຄາ​ໃຫຍ່​ແບບ​ນີ້.+ 23 ແຕ່​ໃນ​ປີ​ທີ 18 ທີ່​ກະສັດ​ໂຢສີຢາ​ປົກຄອງ​ໄດ້​ມີການ​ສະຫຼອງ​ປັດສະຄາ​ໃຫຍ່​ນີ້​ໃຫ້​ພະ​ເຢໂຫວາ​ຢູ່​ເມືອງ​ເຢຣູຊາເລັມ.

24 ໂຢສີຢາ​ໄດ້​ກຳຈັດ​ພວກ​ໝໍ​ຜີ ພວກ​ໝໍ​ດູ+ ຮູບ​ພະ​ເທຣາຟີມ*+ ຮູບ​ບູຊາ​ຕ່າງ​ໆ​ທີ່​ເປັນ​ຕາ​ຂີ້ດຽດ* ແລະ​ທຸກ​ສິ່ງ​ທີ່ພະເຈົ້າ​ຂີ້ດຽດ​ໃນ​ຢູດາ​ແລະ​ໃນ​ເຢຣູຊາເລັມ​ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ+ທີ່​ປະໂລຫິດ​ຮິນກີຢາ​ເຫັນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ 25 ບໍ່​ມີ​ກະສັດ​ອົງ​ໃດ​ເປັນ​ຄື​ກັບ​ລາວ ບໍ່​ວ່າ​ຈະ​ກ່ອນ​ຫຼື​ຫຼັງ​ລາວ ເພາະ​ວ່າ​ລາວ​ກັບ​ມາ​ຫາ​ພະ​ເຢໂຫວາ​ແລະ​ຮັບ​ໃຊ້​ເພິ່ນ​ດ້ວຍ​ສຸດ​ຫົວໃຈ+ ສຸດ​ຊີວິດ ສຸດ​ກຳລັງ ແລະ​ເຮັດ​ຕາມ​ກົດ​ໝາຍ​ຂອງ​ໂມເຊ​ທຸກ​ຂໍ້.

26 ແຕ່​ຍ້ອນ​ມານາເຊ​ເຮັດ​ຫຼາຍ​ສິ່ງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໃຈ​ຮ້າຍ​ຫຼາຍ ເພິ່ນ​ຈຶ່ງ​ຍັງ​ໃຈ​ຮ້າຍ​ໃຫ້​ຢູດາ​ຢູ່.+ 27 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ກຳຈັດ​ພວກ​ຢູດາ​ອອກ​ໄປ​ຈາກ​ຕໍ່​ໜ້າ​ເຮົາ+ຄື​ກັບ​ທີ່​ເຮົາ​ໄດ້​ກຳຈັດ​ພວກ​ອິດສະຣາເອນ.+ ເຮົາ​ຈະ​ຖິ້ມ​ເມືອງ​ເຢຣູຊາເລັມ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລະ​ຖິ້ມ​ວິຫານ​ທີ່​ເຮົາ​ເຄີຍ​ເວົ້າ​ວ່າ ‘ຊື່​ຂອງ​ເຮົາ​ຈະ​ຢູ່​ບ່ອນ​ນີ້​ຕະຫຼອດໄປ.’”+

28 ເລື່ອງ​ຕ່າງ​ໆ​ຂອງ​ໂຢສີຢາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ຢູດາ. 29 ມີ​ມື້​ໜຶ່ງ ຕອນ​ທີ່​ຟາໂຣ​ເນໂກ​ກະສັດ​ຂອງ​ເອຢິບ​ໄປ​ຫາ​ກະສັດ​ອັດຊີເຣຍ​ຢູ່​ແມ່​ນ້ຳ​ເອິຟາຣາດ ກະສັດ​ໂຢສີຢາ​ໄດ້​ໄປ​ຕໍ່ສູ້​ກັບ​ເນໂກ. ເມື່ອ​ເນໂກ​ເຫັນ​ລາວ ເນໂກ​ກໍ​ຂ້າ​ລາວ​ຢູ່​ເມກິດໂດ.+ 30 ແລ້ວ​ຄົນ​ຮັບ​ໃຊ້​ຂອງ​ໂຢສີຢາ​ໄດ້​ເອົາ​ສົບ​ລາວ​ຢູ່​ເມກິດໂດ​ໃສ່​ລົດ​ມ້າ​ກັບ​ມາ​ເມືອງ​ເຢຣູຊາເລັມ ແລະ​ຝັງ​ໄວ້​ຢູ່​ບ່ອນ​ຝັງ​ສົບ​ຂອງ​ລາວ. ຈາກ​ນັ້ນ ປະຊາຊົນ​ກໍ​ເອົານ້ຳມັນ​ເທໃສ່​ຫົວ​ເຢໂຮອາຮາດລູກ​ຊາຍ​ຂອງ​ໂຢສີຢາ ແລະ​ແຕ່ງຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແທນ​ພໍ່.+

31 ເຢໂຮອາຮາດ+ເປັນ​ກະສັດ​ຕອນ​ອາຍຸ 23 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 3 ເດືອນ. ແມ່​ຂອງ​ລາວ​ຊື່​ຮາມຸຕານ+ເປັນ​ລູກສາວ​ຂອງ​ເຢເຣມີຢາ​ຄົນ​ເມືອງ​ລິບນາ. 32 ລາວ​ເລີ່ມ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ຄື​ກັບ​ປູ່ຍ່າຕານາຍ​ຂອງ​ລາວ​ໄດ້​ເຮັດ.+ 33 ເນໂກ+ໄດ້​ຈັບ​ເຢໂຮອາຮາດ​ໄປ​ຂັງ​ໄວ້​ໃນ​ຄຸກ​ຢູ່​ເມືອງ​ຣິບລາ+​ໃນ​ເຂດ​ຮາມັດ​ເພື່ອ​ບໍ່​ໃຫ້​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ. ແລ້ວ​ເນໂກ​ໄດ້​ປັບ​ໄໝຢູດາເປັນ​ເງິນ​ໜັກ 100 ຕະລັນ* ແລະ​ຄຳ​ໜັກ 1 ຕະລັນ.*+ 34 ຈາກ​ນັ້ນ ເນໂກ​ກໍ​ຕັ້ງ​ເອລີຢາກີມ​ລູກ​ຊາຍ​ຂອງ​ໂຢສີຢາ​ເປັນ​ກະສັດ​ແທນ​ພໍ່ ແລະ​ປ່ຽນ​ຊື່​ລາວ​ເປັນ​ເຢໂຮຢາກີມ. ແຕ່​ເນໂກ​ໄດ້​ຈັບ​ເຢໂຮອາຮາດ​ໄປ​ເອຢິບ+ ແລ້ວ​ເຢໂຮອາຮາດ​ກໍ​ຕາຍ​ຢູ່​ຫັ້ນ.+ 35 ເຢໂຮຢາກີມ​ໄດ້​ເອົາ​ເງິນ​ກັບ​ຄຳ​ໃຫ້​ເນໂກ ແຕ່​ລາວ​ຕ້ອງ​ເກັບ​ພາສີ​ຈາກ​ປະຊາຊົນ​ເພື່ອ​ໃຫ້​ໄດ້​ເງິນ​ຕາມ​ທີ່​ເນໂກ​ຮຽກ​ຮ້ອງ. ເຢໂຮຢາກີມ​ກຳນົດ​ວ່າ​ປະຊາຊົນ​ແຕ່​ລະ​ຄົນ​ຕ້ອງ​ເອົາ​ເງິນ​ກັບ​ຄຳ​ໃຫ້​ຫຼາຍ​ສ່ຳ​ໃດ​ເພື່ອ​ຈະ​ພໍ​ສົ່ງ​ໄປ​ໃຫ້​ເນໂກ.

36 ເຢໂຮຢາກີມ​+ເປັນ​ກະສັດ​ຕອນ​ອາຍຸ 25 ປີ ແລະ​ລາວ​ປົກຄອງ​ຢູ່​ເມືອງ​ເຢຣູຊາເລັມ 11 ປີ.+ ແມ່​ຂອງ​ລາວ​ຊື່​ເຊບີດາ​ເປັນ​ລູກສາວ​ຂອງ​ເປດາຢາ​ຄົນ​ຣູມາ. 37 ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​+ຄື​ກັບ​ປູ່ຍ່າຕານາຍ​ຂອງ​ລາວ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌