ຈົດເຊັນບັນຊີ
24 ເມື່ອບາລາອາມຮູ້ວ່າພະເຢໂຫວາຢາກອວຍພອນໃຫ້ພວກອິດສະຣາເອນ ລາວກໍບໍ່ໄດ້ໄປຫາບ່ອນທີ່ຈະເສກມົນອີກຕໍ່ໄປ+ ແຕ່ລາວແນມເບິ່ງໄປທາງບ່ອນກັນດານ. 2 ເມື່ອບາລາອາມເຫັນຄ້າຍພັກຂອງພວກອິດສະຣາເອນທີ່ຈັດຕາມແຕ່ລະຕະກູນ+ ລາວກໍໄດ້ຮັບພະລັງຂອງພະເຈົ້າ.+ 3 ລາວເວົ້າອອກມາເປັນຄຳກອນວ່າ:+
“ນີ້ແມ່ນຄຳເວົ້າຂອງບາລາອາມລູກຊາຍຂອງເບໂອ
ຜູ້ທີ່ຕອນນີ້ໄດ້ເຫັນແຈ້ງແລ້ວ.
4 ລາວໄດ້ຍິນຄຳເວົ້າຂອງພະເຈົ້າ.
ຕອນທີ່ລາວໝູບໜ້າລົງ ແລະຍັງມືນຕາຢູ່
ລາວໄດ້ເຫັນນິມິດຂອງຜູ້ມີລິດເດດສູງສຸດ. ລາວເວົ້າວ່າ+
5 ‘ລູກຫຼານຂອງຢາໂຄບເອີ້ຍ ເຕັ້ນຂອງພວກເຈົ້າງາມແທ້ໆ
ພວກອິດສະຣາເອນເອີ້ຍ ບ່ອນຢູ່ຂອງພວກເຈົ້າຈັ່ງແມ່ນງາມອີ່ຫຼີ!+
6 ເຕັ້ນຂອງພວກເຈົ້າລຽນຍາວກັນໄປຄືກັບຮ່ອມພູ+
ຄືກັບສວນທີ່ຢູ່ແຄມແມ່ນ້ຳ
ຄືກັບຕົ້ນເກດສະໜາທີ່ພະເຢໂຫວາປູກໄວ້
ແລະຄືກັບຕົ້ນຊີດ້າ*ທີ່ຢູ່ແຄມນ້ຳ.
8 ພະເຈົ້າພາອິດສະຣາເອນອອກຈາກເອຢິບ.
ເພິ່ນປົກປ້ອງລາວຄືກັບເຂົາຂອງງົວປົກປ້ອງໂຕມັນເອງ.
ອິດສະຣາເອນຊິທຳລາຍຊາດຕ່າງໆທີ່ມາຂົ່ມເຫງລາວ.+
ລາວຊິແຫ້ນກະດູກຂອງພວກເຂົາ ແລະຊິຍິງທະນູໃສ່ພວກເຂົາໃຫ້ຕາຍ.
9 ລາວນອນຢຽດຄືກັບໂຕສິງ.
ໃຜຊິກ້າໄປກວນມັນ?
ຄົນທີ່ອວຍພອນເຈົ້າກໍຊິໄດ້ພອນ
ແຕ່ຄົນທີ່ສາບແຊ່ງເຈົ້າກໍຊິຖືກສາບແຊ່ງ.’”+
10 ບາລາກເລີຍໃຈຮ້າຍໃຫ້ບາລາອາມແຮງ. ລາວຕົບມືແຮງໆໃສ່ບາລາອາມ ແລະເວົ້າວ່າ: “ຂ້ອຍໃຫ້ເຈົ້າມາສາບແຊ່ງສັດຕູໃຫ້ຂ້ອຍ+ ແຕ່ເຈົ້າພັດອວຍພອນໃຫ້ພວກມັນຕັ້ງວ່າ 3 ເທື່ອແລ້ວ. 11 ກັບເມືອສະ! ຂ້ອຍລະຕັ້ງໃຈຊິເອົາລາງວັນໃຫ້ເຈົ້າບັກຫຼາຍໆ+ ແຕ່ພະເຢໂຫວາເຮັດໃຫ້ເຈົ້າບໍ່ໄດ້ຮັບລາງວັນຊ້ຳ.”
12 ບາລາອາມຕອບບາລາກວ່າ: “ຂ້ອຍບອກຄົນທີ່ເຈົ້າສົ່ງມາແລ້ວເດ້ວ່າ 13 ‘ເຖິງວ່າບາລາກຊິເອົາວັງພ້ອມກັບເງິນຄຳເຕັມວັງນັ້ນໃຫ້ຂ້ອຍ ຂ້ອຍກໍເຮັດຕາມໃຈໂຕເອງບໍ່ໄດ້ ຂ້ອຍຕ້ອງເຮັດຕາມທີ່ພະເຢໂຫວາບອກ ບໍ່ວ່າຊິເປັນເລື່ອງດີຫຼືເລື່ອງຮ້າຍ. ຂ້ອຍຊິເວົ້າແຕ່ສິ່ງທີ່ພະເຢໂຫວາບອກໃຫ້ເວົ້າເທົ່ານັ້ນ.’+ 14 ຄັນຊັ້ນ ຂ້ອຍຊິກັບໄປຫາພີ່ນ້ອງຂອງຂ້ອຍ. ແຕ່ກ່ອນຂ້ອຍຊິເມືອ ຂ້ອຍຊິບອກເຈົ້າວ່າພວກອິດສະຣາເອນຊິເຮັດແນວໃດກັບຄົນຂອງເຈົ້າ.” 15 ບາລາອາມກໍເວົ້າອອກມາເປັນຄຳກອນວ່າ:+
“ນີ້ແມ່ນຄຳເວົ້າຂອງບາລາອາມລູກຊາຍຂອງເບໂອ
ຜູ້ທີ່ຕອນນີ້ໄດ້ເຫັນແຈ້ງແລ້ວ.+
16 ລາວໄດ້ຍິນຄຳເວົ້າຂອງພະເຈົ້າ
ແລະມີຄວາມຮູ້ຂອງພະເຈົ້າສູງສຸດ.
ຕອນທີ່ລາວໝູບໜ້າລົງ ແລະຍັງມືນຕາຢູ່
ລາວໄດ້ເຫັນນິມິດຂອງຜູ້ມີລິດເດດສູງສຸດ. ລາວເວົ້າວ່າ
17 ‘ຂ້ອຍຈະເຫັນລາວ ແຕ່ບໍ່ແມ່ນຕອນນີ້.
ຂ້ອຍຈະເຫັນລາວ ແຕ່ບໍ່ແມ່ນໄວໆນີ້.
ຈະມີດາວດວງໜຶ່ງ+ອອກມາຈາກລູກຫຼານຂອງຢາໂຄບ
ແລະຈະມີຄ້ອນຂອງກະສັດອັນໜຶ່ງ+ອອກມາຈາກລູກຫຼານຂອງອິດສະຣາເອນ.+
ເຮົາຈະຕີໜ້າຜາກຂອງພວກໂມອາບ+ໃຫ້ແຕກ
ແລະທຸບກະໂຫຼກຂອງຄົນໂຫດຮ້າຍ.
18 ລາວຈະຍຶດເອົາເອໂດມເປັນຂອງໂຕເອງ.+
ພວກສັດຕູຂອງເສອີ+ຈະຍຶດເອົາເສອີໄດ້+
ແລະຕອນນັ້ນອິດສະຣາເອນຈະສະແດງຄວາມກ້າຫານ.
19 ຄົນທີ່ອອກມາຈາກລູກຫຼານຂອງຢາໂຄບຈະຊະນະສັດຕູຂອງລາວ.+
ລາວຈະຂ້າຄົນທີ່ເຫຼືອຢູ່ໃນເມືອງນັ້ນໃຫ້ໝົດ.’”
20 ເມື່ອບາລາອາມເຫັນພວກອາມາເລັກ ລາວກໍເວົ້າອອກມາເປັນຄຳກອນວ່າ:
21 ຈາກນັ້ນ ບາລາອາມກໍເຫັນພວກເກນີ+ ລາວຈຶ່ງເວົ້າເປັນຄຳກອນວ່າ:
“ພວກເຈົ້າຄິດວ່າບ່ອນຢູ່ຂອງພວກເຈົ້າໝັ້ນຄົງ ແລະເຮືອນຂອງພວກເຈົ້າກໍຕັ້ງຢູ່ເທິງຫີນ
22 ແຕ່ຈະມີຄົນມາເຜົາພວກເກນີຈົນໝົດ.
ອີກບໍ່ດົນພວກອັດຊີເຣຍກໍຈະມາຈັບພວກເຈົ້າໄປເປັນຊະເລີຍ.”
23 ບາລາອາມເວົ້າເປັນຄຳກອນອີກວ່າ:
“ຖ້າພະເຈົ້າເຮັດແນວນີ້ ຈະບໍ່ມີຜູ້ໃດລອດ!
ແຕ່ສຸດທ້າຍ ພວກມັນກໍຈະບໍ່ເຫຼືອເລີຍ.”
25 ແລ້ວບາລາອາມ+ກັບບາລາກກໍແຍກທາງກັນ ເມືອເຮືອນໃຜເຮືອນລາວ.