ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 27
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຂຽນ​ກົດ​ໝາຍ​ໃສ່​ຫີນ (1-10)

      • ຢູ່​ພູ​ເອບານ​ແລະ​ຢູ່​ພູ​ເກຣີຊີມ (11-14)

      • ເວົ້າ​ຄຳ​ສາບແຊ່ງ (15-26)

ພະບັນຍັດ 27:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 8:30-32

ພະບັນຍັດ 27:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:26, 27

ພະບັນຍັດ 27:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:29

ພະບັນຍັດ 27:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:25

ພະບັນຍັດ 27:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 3:1
  • +ລລວ 7:15
  • +ພບຍ 12:7

ພະບັນຍັດ 27:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:12

ພະບັນຍັດ 27:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ພບຍ 26:18

ພະບັນຍັດ 27:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:3; ມທ 19:17; 1ຢຮ 5:3

ພະບັນຍັດ 27:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:29

ພະບັນຍັດ 27:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 8:33

ພະບັນຍັດ 27:14

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພວກ​ປະໂລຫິດ​ຈາກ​ຕະກູນ​ເລວີ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:10

ພະບັນຍັດ 27:15

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:4; ພບຍ 4:15, 16; ອຊຢ 44:9
  • +ອພຍ 34:17; ລລວ 19:4
  • +ພບຍ 7:25; 29:17

ພະບັນຍັດ 27:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:12; ພບຍ 21:18-21; ສພສ 20:20; 30:17; ມທ 15:4

ພະບັນຍັດ 27:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 19:14; ສພສ 23:10

ພະບັນຍັດ 27:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:14

ພະບັນຍັດ 27:19

ໄຂເງື່ອນ

  • *

    ຫຼື “ລູກກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:20; ສພສ 17:23; ມກ 3:11
  • +ອພຍ 22:21, 22; ພບຍ 10:17, 18; ມລກ 3:5; ຢກບ 1:27

ພະບັນຍັດ 27:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:8; 1ກຣ 5:1

ພະບັນຍັດ 27:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:19; ລລວ 18:23; 20:15

ພະບັນຍັດ 27:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:9; 20:17

ພະບັນຍັດ 27:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:17; 20:14

ພະບັນຍັດ 27:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:13; 21:12; ຈຊບ 35:31

ພະບັນຍັດ 27:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 27:3, 4

ພະບັນຍັດ 27:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15; ຄລຕ 3:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 27:2ຢຊ 8:30-32
ພບຍ. 27:3ຈຊບ 13:26, 27
ພບຍ. 27:4ພບຍ 11:29
ພບຍ. 27:5ອພຍ 20:25
ພບຍ. 27:7ລລວ 3:1
ພບຍ. 27:7ລລວ 7:15
ພບຍ. 27:7ພບຍ 12:7
ພບຍ. 27:8ອພຍ 24:12
ພບຍ. 27:9ອພຍ 19:5; ພບຍ 26:18
ພບຍ. 27:101ກສ 2:3; ມທ 19:17; 1ຢຮ 5:3
ພບຍ. 27:12ພບຍ 11:29
ພບຍ. 27:13ຢຊ 8:33
ພບຍ. 27:14ພບຍ 33:10
ພບຍ. 27:15ອພຍ 20:4; ພບຍ 4:15, 16; ອຊຢ 44:9
ພບຍ. 27:15ອພຍ 34:17; ລລວ 19:4
ພບຍ. 27:15ພບຍ 7:25; 29:17
ພບຍ. 27:16ອພຍ 20:12; ພບຍ 21:18-21; ສພສ 20:20; 30:17; ມທ 15:4
ພບຍ. 27:17ພບຍ 19:14; ສພສ 23:10
ພບຍ. 27:18ລລວ 19:14
ພບຍ. 27:19ພບຍ 16:20; ສພສ 17:23; ມກ 3:11
ພບຍ. 27:19ອພຍ 22:21, 22; ພບຍ 10:17, 18; ມລກ 3:5; ຢກບ 1:27
ພບຍ. 27:20ລລວ 18:8; 1ກຣ 5:1
ພບຍ. 27:21ອພຍ 22:19; ລລວ 18:23; 20:15
ພບຍ. 27:22ລລວ 18:9; 20:17
ພບຍ. 27:23ລລວ 18:17; 20:14
ພບຍ. 27:24ອພຍ 20:13; 21:12; ຈຊບ 35:31
ພບຍ. 27:25ມທ 27:3, 4
ພບຍ. 27:26ພບຍ 28:15; ຄລຕ 3:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 27:1-26

ພະບັນຍັດ

27 ຈາກ​ນັ້ນ ໂມເຊ​ກັບ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ກໍ​ສັ່ງ​ປະຊາຊົນ​ວ່າ: “ໃຫ້​ພວກ​ເຈົ້າ​ເຮັດ​ຕາມ​ກົດ​ໝາຍ​ທຸກ​ຂໍ້​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້. 2 ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ເອົາ​ໃຫ້​ພວກ​ເຈົ້າ ໃຫ້​ພວກ​ເຈົ້າ​ຕັ້ງ​ຫີນ​ໃຫຍ່​ຈຳນວນ​ໜຶ່ງ​ຂຶ້ນ ແລ້ວເອົາ​ປູນໂອບ.+ 3 ຈາກ​ນັ້ນ ໃຫ້​ຂຽນ​ກົດ​ໝາຍ​ທັງ​ໝົດ​ນີ້​ໃສ່​ໃນ​ຫີນ​ເຫຼົ່າ​ນັ້ນ ເພື່ອພວກ​ເຈົ້າ​ຈະ​ໄດ້​ເຂົ້າ​ໄປຢູ່​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຈະ​ຍົກ​ໃຫ້​ພວກ​ເຈົ້າ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ພວກ​ເຈົ້າ.+ 4 ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ແລ້ວ ໃຫ້​ພວກ​ເຈົ້າ​ຕັ້ງ​ຫີນ​ເຫຼົ່າ​ນັ້ນ​ຢູ່​ພູ​ເອບານ+ ແລ້ວ​ເອົາ​ປູນ​ໂອບ​ຕາມ​ທີ່​ຂ້ອຍ​ສັ່ງ​ພວກ​ເຈົ້າ​ໃນ​ມື້​ນີ້. 5 ໃຫ້​ພວກ​ເຈົ້າ​ເອົາ​ຫີນ​ມາ​ສ້າງ​ແທ່ນ​ບູຊາ​ແທ່ນ​ໜຶ່ງ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢູ່​ຫັ້ນ. ຫ້າມ​ພວກ​ເຈົ້າ​ໃຊ້ເຄື່ອງ​ມື​ທີ່​ເປັນ​ເຫຼັກຕັດ​ຫີນ​ເຫຼົ່າ​ນັ້ນ.+ 6 ໃຫ້​ພວກ​ເຈົ້າ​ສ້າງ​ແທ່ນ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ຫີນ​ທີ່​ບໍ່​ໄດ້​ຕັດ​ແຕ່ງ​ຫຍັງ​ເລີຍ ແລະ​ໃຫ້​ໃຊ້​ແທ່ນ​ນີ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. 7 ພວກ​ເຈົ້າ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ+​ມາ​ໃຫ້​ພະເຈົ້າ ແລະ​ກິນ​ສ່ວນ​ຈາກ​ເຄື່ອງ​ບູຊາ​ຢູ່​ຫັ້ນ.+ ພວກ​ເຈົ້າ​ຈະ​ກິນ​ຢ່າງ​ມີ​ຄວາມ​ສຸກ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 8 ແລ້ວ​ໃຫ້​ພວກ​ເຈົ້າ​ຂຽນ​ກົດ​ໝາຍ​ທັງ​ໝົດ​ໃສ່​ຫີນ​ເຫຼົ່າ​ນັ້ນ​ຢ່າງ​ຈະ​ແຈ້ງ.”+

9 ໂມເຊ​ກັບ​ພວກ​ປະໂລຫິດ​ຄົນ​ເລວີ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພວກ​ອິດສະຣາເອນ​ເອີ້ຍ ມິດ​ໆ​ແດ່​ແລະ​ຕັ້ງ​ໃຈ​ຟັງ​ໃຫ້​ດີ. ຕອນ​ນີ້ ພວກ​ເຈົ້າ​ໄດ້​ເປັນ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ແລ້ວ.+ 10 ພວກ​ເຈົ້າ​ຕ້ອງ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ຂອງ​ເພິ່ນ+​ທີ່​ຂ້ອຍ​ບອກ​ພວກ​ເຈົ້າ​ໃນ​ມື້​ນີ້.”

11 ໃນ​ມື້​ນັ້ນ ໂມເຊ​ໄດ້​ສັ່ງ​ປະຊາຊົນ​ວ່າ: 12 “ເມື່ອ​ພວກ​ເຈົ້າ​ຂ້າມ​ແມ່​ນ້ຳ​ຈໍແດນ​ໄປ​ແລ້ວ ໃຫ້​ຕະກູນ​ຊີເມໂອນ ຕະກູນ​ເລວີ ຕະກູນ​ຢູດາ ຕະກູນ​ອິດຊາຄາ ຕະກູນ​ໂຢເຊັບ ແລະ​ຕະກູນ​ເບັນຢາມິນ​ໄປ​ຢືນ​ຢູ່​ພູ​ເກຣີຊີມ+​ເພື່ອຕອບ​ຮັບ​ຄຳ​ອວຍພອນ 13 ແລະ​ໃຫ້​ຕະກູນ​ຣູເບັນ ຕະກູນ​ຄາດ ຕະກູນ​ອາເຊ ຕະກູນ​ເຊບູລູນ ຕະກູນ​ດານ ແລະ​ຕະກູນ​ນັບທາລີ​ໄປ​ຢືນ​ຢູ່​ພູ​ເອບານ+ເພື່ອ​ຕອບ​ຮັບ​ຄຳ​ສາບແຊ່ງ. 14 ແລ້ວໃຫ້​ພວກ​ເລວີ*ເວົ້າ​ກັບ​ພວກ​ອິດສະຣາເອນ​ດ້ວຍ​ສຽງ​ດັງ​ໆ​ວ່າ+

15 ‘ຜູ້​ໃດ​ທີ່​ແກະ​ສະຫຼັກ+​ຫຼື​ຫຼໍ່​ຮູບ​ບູຊາ+​ຂຶ້ນ​ມາ ແລະ​ຜູ້​ໃດ​ທີ່​ລັກ​ນະມັດສະການ​ຮູບ​ບູຊາ​ເຫຼົ່າ​ນັ້ນ ເຊິ່ງ​ເປັນ​ສິ່ງ​ທີ່​ມະນຸດ​ເຮັດ​ຂຶ້ນ​ແລະ​ເປັນ​ສິ່ງ​ທີ່​ພະ​ເຢໂຫວາ​ຂີ້ດຽດ+ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’*)

16 ‘ຜູ້​ໃດ​ທີ່​ບໍ່​ນັບ​ຖື​ພໍ່​ແມ່ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

17 ‘ຜູ້​ໃດ​ທີ່​ຍ້າຍ​ຫຼັກ​ແດນ​ຂອງ​ເພື່ອນ​ບ້ານ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

18 ‘ຜູ້​ໃດ​ທີ່​ເຮັດ​ໃຫ້​ຄົນ​ຕາ​ບອດ​ຫຼົງ​ທາງ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

19 ‘ຜູ້​ໃດ​ທີ່​ຕັດສິນ+ຄະດີ​ຂອງ​ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່* ຫຼື​ແມ່​ໝ້າຍ​ແບບ​ບໍ່​ຍຸຕິທຳ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

20 ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່ ລາວ​ກໍ​ເຮັດ​ໃຫ້​ພໍ່​ຂອງ​ໂຕເອງ​ອັບອາຍ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

21 ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ສັດ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

22 ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ໂຕເອງ ບໍ່​ວ່າ​ຈະ​ເປັນ​ລູກສາວ​ຂອງ​ພໍ່​ຫຼື​ລູກສາວ​ຂອງ​ແມ່ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

23 ‘ຜູ້​ໃດ​ທີ່​ມີ​ເພດ​ສຳພັນ​ກັບ​ແມ່​ຂອງ​ເມຍ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

24 ‘ຜູ້​ໃດ​ທີ່​ລັດ​ຂ້າ​ເພື່ອນ​ບ້ານ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

25 ‘ຜູ້​ໃດ​ທີ່​ຮັບ​ເງິນ​ເພື່ອ​ໄປ​ຂ້າ​ຄົນ​ທີ່​ບໍ່​ມີ​ຄວາມ​ຜິດ ຜູ້​ນັ້ນ​ຈະ​ຖືກ​ສາບ​ແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)

26 ‘ຜູ້​ໃດ​ທີ່​ຕໍ່ຕ້ານ​ແລະ​ບໍ່​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ນີ້ ຜູ້​ນັ້ນ​ຈະ​ຖືກ​ສາບແຊ່ງ.’+ (ປະຊາຊົນ​ທຸກ​ຄົນ​ຈະ​ເວົ້າ​ວ່າ ‘ອາແມນ!’)”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌