ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ຜູ້​ຊາຍ 6 ຄົນ​ທີ່​ຈະ​ລົງໂທດ​ເມືອງ​ນີ້​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ກັບ​ສໍ (1-​11)

        • ການ​ຕັດສິນ​ເລີ່ມ​ຢູ່​ວິຫານ (6)

ເອເຊກຽນ 9:2

ໄຂເງື່ອນ

  • *

    ໃນ​ກັບ​ນີ້​ມີ​ນ້ຳ​ມຶກ​ແລະ​ແນວ​ທີ່​ໃຊ້​ຂຽນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:2; ອຊກ 8:3
  • +2ຂຄ 4:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    6/2017, ໜ້າ 6

ເອເຊກຽນ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:23; 8:3, 4; 11:22
  • +ອຊກ 10:4

ເອເຊກຽນ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 119:53; 2ປຕ 2:7, 8
  • +ອຊກ 5:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    6/2017, ໜ້າ 6

    ຫໍສັງເກດການ (ສຶກສາ)

    6/2016, ໜ້າ 31-32

    ນະມັດສະການ ໜ້າ 124

    ຄວາມຮູ້ ໜ້າ 179-180

ເອເຊກຽນ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:26, 27; ອຊກ 7:4

ເອເຊກຽນ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:17
  • +ອພຍ 12:23; ຢຊ 2:17-19; ພນມ 9:4
  • +2ກສ 25:18, 21; ຢຣມ 25:29
  • +ອຊກ 8:11

ເອເຊກຽນ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສສ 2:21

ເອເຊກຽນ 9:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 18:23; ອຊກ 11:13

ເອເຊກຽນ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:14; ອຊຢ 1:4
  • +2ກສ 21:16; ຢຣມ 2:34; ມທ 23:30
  • +ອຊກ 22:29
  • +ອຊຢ 29:15; ອຊກ 8:12

ເອເຊກຽນ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:11; 7:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 9:2ຢຣມ 20:2; ອຊກ 8:3
ອຊກ. 9:22ຂຄ 4:1
ອຊກ. 9:3ອຊກ 3:23; 8:3, 4; 11:22
ອຊກ. 9:3ອຊກ 10:4
ອຊກ. 9:4ພສ 119:53; 2ປຕ 2:7, 8
ອຊກ. 9:4ອຊກ 5:11
ອຊກ. 9:5ອພຍ 32:26, 27; ອຊກ 7:4
ອຊກ. 9:62ຂຄ 36:17
ອຊກ. 9:6ອພຍ 12:23; ຢຊ 2:17-19; ພນມ 9:4
ອຊກ. 9:62ກສ 25:18, 21; ຢຣມ 25:29
ອຊກ. 9:6ອຊກ 8:11
ອຊກ. 9:7ສສ 2:21
ອຊກ. 9:8ປຖກ 18:23; ອຊກ 11:13
ອຊກ. 9:92ຂຄ 36:14; ອຊຢ 1:4
ອຊກ. 9:92ກສ 21:16; ຢຣມ 2:34; ມທ 23:30
ອຊກ. 9:9ອຊກ 22:29
ອຊກ. 9:9ອຊຢ 29:15; ອຊກ 8:12
ອຊກ. 9:10ອຊກ 5:11; 7:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 9:1-11

ເອເຊກຽນ

9 ຂ້ອຍ​ໄດ້​ຍິນ​ເພິ່ນ​ຮ້ອງ​ດັງ​ໆ​ວ່າ: “ໃຫ້​ເອີ້ນ​ຄົນ​ທີ່​ຈະ​ລົງໂທດ​ເມືອງ​ນີ້​ມາ​ນີ້ ແລະ​ໃຫ້​ຄົນ​ຖືອາວຸດທີ່​ຈະ​ໃຊ້​ທຳລາຍ​ມາ​ນຳ.”

2 ຂ້ອຍ​ເຫັນ​ຜູ້​ຊາຍ 6 ຄົນ​ມາ​ຈາກ​ທາງ​ປະຕູ​ທາງ​ເທິງ+​ທີ່​ຢູ່​ທິດ​ເໜືອ. ເຂົາເຈົ້າ​ແຕ່​ລະ​ຄົນຖືອາວຸດ​ທີ່​ຈະ​ໃຊ້​ທຳລາຍ​ມາ​ນຳ. ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໃສ່​ເຄື່ອງ​ນຸ່ງ​ທີ່​ເປັນ​ຜ້າ​ລີນິນ​ຢູ່​ນຳ​ເຂົາເຈົ້າ. ລາວ​ມີ​ກັບ​ສໍ*​ຂອງ​ເລຂາ​ເໜັບ​ຢູ່​ແອວ. ເຂົາເຈົ້າ​ໄປ​ຢືນ​ຢູ່​ຂ້າງ​ແທ່ນ​ບູຊາ​ທອງແດງ.+

3 ຈາກ​ນັ້ນ ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ+​ທີ່​ເຄີຍ​ຢູ່​ນຳ​ເຄຣູບ​ກໍ​ຍ້າຍ​ມາ​ຢູ່​ປະຕູ​ທາງ​ເຂົ້າ​ວິຫານ+ ແລະ​ເພິ່ນ​ໄດ້​ເວົ້າ​ກັບ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ທີ່​ມີ​ກັບ​ສໍ​ຂອງ​ເລຂາ​ເໜັບ​ຢູ່​ແອວ. 4 ພະ​ເຢໂຫວາ​ບອກ​ລາວ​ວ່າ: “ໃຫ້​ເຈົ້າ​ໄປ​ທົ່ວ​ເມືອງ​ເຢຣູຊາເລັມ ແລະ​ໝາຍ​ໜ້າຜາກ​ຄົນ​ທີ່​ທຸກໃຈ​ແລະ​ເສຍໃຈ+ ຍ້ອນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທຸກ​ຢ່າງ​ທີ່​ເຮັດ​ຢູ່​ໃນ​ເມືອງ​ນີ້.”+

5 ຂ້ອຍ​ໄດ້​ຍິນ​ເພິ່ນ​ບອກ 6 ຄົນ​ນັ້ນ​ວ່າ: “ໃຫ້​ພວກ​ເຈົ້າ​ນຳ​ລາວ​ໄປ​ທົ່ວ​ເມືອງ​ແລະ​ຂ້າ​ຄົນ​ໃນ​ເມືອງ​ນີ້. ຢ່າ​ອີ່ຕົນ​ແລະ​ຢ່າ​ສົນໃຈ​ເຂົາເຈົ້າ.+ 6 ໃຫ້​ຂ້າ​ທຸກ​ຄົນ​ບໍ່​ວ່າ​ຈະ​ເປັນ​ຜູ້​ເຖົ້າ ຄົນ​ໜຸ່ມ ຜູ້​ສາວ​ບໍລິສຸດ ເດັກນ້ອຍ ຫຼື​ຜູ້​ຍິງ+ ແຕ່​ຢ່າ​ຂ້າ​ຄົນ​ທີ່​ມີ​ເຄື່ອງ​ໝາຍ​ຢູ່​ໜ້າຜາກ.+ ໃຫ້​ພວກ​ເຈົ້າ​ເລີ່ມ​ຈາກ​ວິຫານ​ຂອງ​ເຮົາ.”+ ເຂົາເຈົ້າ​ຈຶ່ງ​ເລີ່ມ​ໂດຍ​ຂ້າ​ພວກ​ຜູ້​ນຳ​ທີ່​ຢູ່​ຕໍ່​ໜ້າ​ວິຫານ.+ 7 ຈາກ​ນັ້ນ ເພິ່ນ​ບອກ​ເຂົາເຈົ້າ​ວ່າ: “ໃຫ້​ພວກ​ເຈົ້າ​ໄປ​ເຮັດ​ໃຫ້​ວິຫານ​ບໍ່​ສະອາດ ແລະ​ເຮັດ​ໃຫ້​ເດີ່ນ​ຂອງ​ວິຫານ​ເຕັມ​ແຕ່​ສົບ​ຄົນ​ຕາຍ.”+ ເຂົາເຈົ້າ​ຈຶ່ງ​ອອກ​ໄປ​ຂ້າ​ທຸກ​ຄົນ​ຢູ່​ໃນ​ເມືອງ​ນັ້ນ.

8 ຕອນ​ທີ່​ເຂົາເຈົ້າ​ກຳລັງ​ຂ້າ​ຄົນ​ໃນ​ເມືອງ​ນັ້ນ ມີ​ແຕ່​ຂ້ອຍ​ຜູ້​ດຽວ​ທີ່​ບໍ່​ຖືກ​ຂ້າ. ຂ້ອຍ​ຈຶ່ງ​ໝູບ​ໜ້າ​ລົງ​ພື້ນ​ແລະ​ຮ້ອງ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ເອີ້ຍ! ຕອນ​ທີ່​ພະອົງ​ໃຈຮ້າຍ​ແຮງ​ໃຫ້​ເມືອງ​ເຢຣູຊາເລັມ ພະອົງ​ຈະ​ຂ້າ​ພວກ​ອິດສະຣາເອນ​ທີ່​ຍັງ​ເຫຼືອ​ຈົນ​ໝົດ​ເລີຍ​ບໍ?”+

9 ແລ້ວ​ເພິ່ນ​ກໍ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ອິດສະຣາເອນ​ກັບ​ພວກ​ຢູດາ​ເຮັດ​ຊົ່ວ​ຫຼາຍ​ແທ້​ໆ​.+ ແຜ່ນ​ດິນ​ເຕັມ​ແຕ່​ເລືອດ​ຂອງ​ຄົນ​ທີ່​ຖືກ​ຂ້າ+​ແລະ​ເມືອງ​ນີ້​ກໍ​ມີ​ແຕ່​ການ​ສໍ້​ໂກງ.+ ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ປະຖິ້ມ​ແຜ່ນ​ດິນ​ນີ້​ແລ້ວ. ພະ​ເຢໂຫວາ​ບໍ່​ເຫັນ​ຫຍັງ​ດອກ.’+ 10 ແຕ່​ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ເຂົາເຈົ້າ.+ ເຮົາ​ຈະ​ໃຫ້​ເຂົາເຈົ້າ​ໄດ້​ຮັບ​ຜົນ​ຈາກ​ການ​ກະທຳ​ຂອງ​ໂຕເອງ.”

11 ຈາກ​ນັ້ນ ຂ້ອຍ​ກໍ​ເຫັນ​ຜູ້​ຊາຍ​ທີ່​ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າ​ລີນິນ​ແລະ​ມີ​ກັບ​ສໍ​ເໜັບ​ຢູ່​ແອວ. ລາວ​ກັບ​ມາ​ແລະ​ເວົ້າ​ວ່າ: “ຂ້ອຍ​ໄດ້​ເຮັດ​ຕາມ​ທີ່​ພະອົງ​ສັ່ງ​ແລ້ວ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌