ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 34
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ກຽມ​ແຜ່ນ​ຫີນ​ຊຸດ​ໃໝ່ (1-4)

      • ໂມເຊ​ເຫັນ​ແສງ​ລັດ​ສະໝີ​ຂອງ​ພະເຢໂຫວາ (5-9)

      • ເວົ້າ​ຄືນ​ລາຍ​ລະອຽດ​ຂອງ​ຄຳ​ສັນຍາ (10-28)

      • ໜ້າ​ຂອງ​ໂມເຊ​ມີ​ແສງ​ເຫຼື້ອມ (29-35)

ອົບພະຍົບ 34:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:1
  • +ພບຍ 9:10
  • +ອພຍ 32:19; ພບຍ 9:17

ອົບພະຍົບ 34:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:20; 24:12

ອົບພະຍົບ 34:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:12, 13

ອົບພະຍົບ 34:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:38
  • +ອພຍ 6:3; 33:19

ອົບພະຍົບ 34:6

ໄຂເງື່ອນ

  • *

    ຫຼື “ສັດຊື່​ຕະຫຼອດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:27; 2ຂຄ 30:9; ນຮຢ 9:17; ພສ 86:15; ຢອ 2:13; ລກ 6:36
  • +ຈຊບ 14:18; 2ປຕ 3:9
  • +ຢຣມ 31:3; ສສ 3:22; ມກ 7:18
  • +ພສ 31:5; ຣມ 2:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 276-278

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 2-3

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

    ຫໍສັງເກດການ (ສຶກສາ)

    9/2017, ໜ້າ 9

    ຄວາມຮູ້ ໜ້າ 28-29

ອົບພະຍົບ 34:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 9:4
  • +ພສ 103:12; ອຊຢ 55:7; ອຟຊ 4:32; 1ຢຮ 1:9
  • +ພບຍ 32:35; ຢຊ 24:19; ຣມ 2:5; 2ປຕ 2:4; ຢດ 14, 15
  • +ອພຍ 20:5; ພບຍ 30:19; 1ຊມ 15:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 114-116

    ຄວາມຮູ້ ໜ້າ 28-29

ອົບພະຍົບ 34:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 33:14
  • +ອພຍ 32:9; 33:3
  • +ຈຊບ 14:19

ອົບພະຍົບ 34:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:23; ພສ 147:19, 20
  • +ອພຍ 33:16; ພບຍ 10:21

ອົບພະຍົບ 34:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5, 6; ພບຍ 12:28
  • +ອພຍ 3:8; 33:2; ພບຍ 7:1

ອົບພະຍົບ 34:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 7:2
  • +ອພຍ 23:32, 33

ອົບພະຍົບ 34:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:24; ພບຍ 12:3

ອົບພະຍົບ 34:14

ໄຂເງື່ອນ

  • *

    ຫຼື “ບໍ່​ຍອມ​ມີ​ຄູ່​ແຂ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:3; 1ກຣ 10:14; 1ຢຮ 5:21
  • +ຢຊ 24:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 125

    ສະບັບແປໂລກໃໝ່ ໜ້າ 2423-2424

ອົບພະຍົບ 34:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:20
  • +ຈຊບ 25:2; 2ກຣ 6:14

ອົບພະຍົບ 34:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 9:2
  • +ພບຍ 7:4; 31:16; ຜຕສ 2:17; 8:33; 1ກສ 11:2; ນຮຢ 13:26; ພສ 106:28

ອົບພະຍົບ 34:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:8; ລລວ 19:4

ອົບພະຍົບ 34:18

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 23:6
  • +ອພຍ 23:15

ອົບພະຍົບ 34:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:2; ລກ 2:23
  • +ອພຍ 22:30

ອົບພະຍົບ 34:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:15; ຈຊບ 18:15, 16

ອົບພະຍົບ 34:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 5:12

ອົບພະຍົບ 34:22

ໄຂເງື່ອນ

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ສະຫຼອງ​ຫຼັງ​ຄົບ 7 ອາທິດ ຫຼື​ເທດສະການ​ເພັນເຕກອດ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ປຸກ​ຕູບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:16; ລລວ 23:34

ອົບພະຍົບ 34:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:16

ອົບພະຍົບ 34:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:11

ອົບພະຍົບ 34:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:18
  • +ອພຍ 12:10; ຈຊບ 9:12

ອົບພະຍົບ 34:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 18:8, 12; ພບຍ 26:2; ສພສ 3:9
  • +ອພຍ 23:19; ພບຍ 14:21

ອົບພະຍົບ 34:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:4; ພບຍ 31:9, 11
  • +ອພຍ 24:8; ພບຍ 4:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 179-181

ອົບພະຍົບ 34:28

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ພະ​ເຢໂຫວາ. ເບິ່ງ​ຂໍ້ 1.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:18
  • +ອພຍ 31:18; ພບຍ 10:2

ອົບພະຍົບ 34:29

ໄຂເງື່ອນ

  • *

    ຫຼື “ແຜ່ນ​ຫີນ​ທີ່​ເປັນ​ຄື​ກັບ​ພະຍານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:15

ອົບພະຍົບ 34:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 3:7

ອົບພະຍົບ 34:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:3; ພບຍ 1:3

ອົບພະຍົບ 34:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 3:13

ອົບພະຍົບ 34:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 3:16
  • +ພບຍ 27:10

ອົບພະຍົບ 34:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 3:7, 13

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 34:1ພບຍ 10:1
ອພຍ. 34:1ພບຍ 9:10
ອພຍ. 34:1ອພຍ 32:19; ພບຍ 9:17
ອພຍ. 34:2ອພຍ 19:20; 24:12
ອພຍ. 34:3ອພຍ 19:12, 13
ອພຍ. 34:5ກຈກ 7:38
ອພຍ. 34:5ອພຍ 6:3; 33:19
ອພຍ. 34:6ອພຍ 22:27; 2ຂຄ 30:9; ນຮຢ 9:17; ພສ 86:15; ຢອ 2:13; ລກ 6:36
ອພຍ. 34:6ຈຊບ 14:18; 2ປຕ 3:9
ອພຍ. 34:6ຢຣມ 31:3; ສສ 3:22; ມກ 7:18
ອພຍ. 34:6ພສ 31:5; ຣມ 2:2
ອພຍ. 34:7ດນອ 9:4
ອພຍ. 34:7ພສ 103:12; ອຊຢ 55:7; ອຟຊ 4:32; 1ຢຮ 1:9
ອພຍ. 34:7ພບຍ 32:35; ຢຊ 24:19; ຣມ 2:5; 2ປຕ 2:4; ຢດ 14, 15
ອພຍ. 34:7ອພຍ 20:5; ພບຍ 30:19; 1ຊມ 15:2
ອພຍ. 34:9ອພຍ 33:14
ອພຍ. 34:9ອພຍ 32:9; 33:3
ອພຍ. 34:9ຈຊບ 14:19
ອພຍ. 34:102ຊມ 7:23; ພສ 147:19, 20
ອພຍ. 34:10ອພຍ 33:16; ພບຍ 10:21
ອພຍ. 34:11ອພຍ 19:5, 6; ພບຍ 12:28
ອພຍ. 34:11ອພຍ 3:8; 33:2; ພບຍ 7:1
ອພຍ. 34:12ພບຍ 7:2
ອພຍ. 34:12ອພຍ 23:32, 33
ອພຍ. 34:13ອພຍ 23:24; ພບຍ 12:3
ອພຍ. 34:14ອພຍ 20:3; 1ກຣ 10:14; 1ຢຮ 5:21
ອພຍ. 34:14ຢຊ 24:19
ອພຍ. 34:151ກຣ 10:20
ອພຍ. 34:15ຈຊບ 25:2; 2ກຣ 6:14
ອພຍ. 34:16ອຊຣ 9:2
ອພຍ. 34:16ພບຍ 7:4; 31:16; ຜຕສ 2:17; 8:33; 1ກສ 11:2; ນຮຢ 13:26; ພສ 106:28
ອພຍ. 34:17ອພຍ 32:8; ລລວ 19:4
ອພຍ. 34:18ລລວ 23:6
ອພຍ. 34:18ອພຍ 23:15
ອພຍ. 34:19ອພຍ 13:2; ລກ 2:23
ອພຍ. 34:19ອພຍ 22:30
ອພຍ. 34:20ອພຍ 13:15; ຈຊບ 18:15, 16
ອພຍ. 34:21ພບຍ 5:12
ອພຍ. 34:22ອພຍ 23:16; ລລວ 23:34
ອພຍ. 34:23ພບຍ 16:16
ອພຍ. 34:24ອພຍ 34:11
ອພຍ. 34:25ອພຍ 23:18
ອພຍ. 34:25ອພຍ 12:10; ຈຊບ 9:12
ອພຍ. 34:26ຈຊບ 18:8, 12; ພບຍ 26:2; ສພສ 3:9
ອພຍ. 34:26ອພຍ 23:19; ພບຍ 14:21
ອພຍ. 34:27ອພຍ 24:4; ພບຍ 31:9, 11
ອພຍ. 34:27ອພຍ 24:8; ພບຍ 4:13
ອພຍ. 34:28ພບຍ 9:18
ອພຍ. 34:28ອພຍ 31:18; ພບຍ 10:2
ອພຍ. 34:29ອພຍ 32:15
ອພຍ. 34:302ກຣ 3:7
ອພຍ. 34:32ອພຍ 24:3; ພບຍ 1:3
ອພຍ. 34:332ກຣ 3:13
ອພຍ. 34:342ກຣ 3:16
ອພຍ. 34:34ພບຍ 27:10
ອພຍ. 34:352ກຣ 3:7, 13
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 34:1-35

ອົບພະຍົບ

34 ແລ້ວ​ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ໃຫ້​ເຈົ້າ​ເຮັດ​ແຜ່ນ​ຫີນ 2 ແຜ່ນ​ຂຶ້ນ​ມາ​ໃໝ່​ໃຫ້​ຄື​ກັບ​ຊຸດ​ທຳອິດ+ ແລ້ວ​ເຮົາ​ຈະ​ຂຽນ​ຄຳ​ສັ່ງ​ຂອງ​ເຮົາ​ໃສ່​ຄື​ກັບ​ແຜ່ນ​ຫີນ 2 ແຜ່ນ+ທີ່​ເຈົ້າ​ເຮັດ​ແຕກ​ໄປ​ແລ້ວ​ນັ້ນ.+ 2 ໃຫ້​ເຈົ້າ​ກຽມ​ໂຕ​ໃຫ້​ພ້ອມ​ເພື່ອ​ຊິ​ຂຶ້ນ​ໄປ​ເທິງ​ພູ​ຊີນາຍ​ໃນມື້​ອື່ນ​ເຊົ້າ ແລະ​ໃຫ້​ຂຶ້ນ​ໄປ​ຫາ​ເຮົາ​ຢູ່​ເທິງ​ຈອມ​ພູ​ນັ້ນ.+ 3 ແຕ່​ຢ່າ​ໃຫ້​ຜູ້​ໃດ​ຂຶ້ນ​ໄປ​ນຳ​ເຈົ້າ. ຢ່າ​ໃຫ້​ຜູ້​ໃດ​ຢູ່​ເທິງ​ພູ​ນັ້ນ ແລະ​ຢ່າ​ໃຫ້​ຝູງ​ແກະ​ຫຼື​ຝູງ​ງົວ​ໄປ​ກິນ​ຫຍ້າຢູ່​ຕີນ​ພູ.”+

4 ແລ້ວ​ໂມເຊ​ກໍ​ເຮັດ​ແຜ່ນ​ຫີນ 2 ແຜ່ນ​ໃຫ້​ຄື​ກັບ​ໂຕ​ເກົ່າ. ລາວ​ລຸກ​ແຕ່​ເຊົ້າ ແລ້ວ​ກໍ​ຂຶ້ນ​ໄປ​ເທິງ​ພູ​ຊີນາຍ​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ. ລາວ​ເອົາ​ແຜ່ນ​ຫີນ 2 ແຜ່ນ​ນັ້ນ​ຂຶ້ນ​ໄປ​ນຳ. 5 ແລ້ວ​ພະ​ເຢໂຫວາ​ກໍ​ລົງ​ມາ+ຢູ່​ເທິງ​ຂີ້ເຝື້ອແລະ​ຢູ່​ໃກ້​ໆ​ກັບ​ໂມເຊ. ພະ​ເຢໂຫວາກໍ​ປະກາດ​ຊື່ຂອງ​ເພິ່ນ.+ 6 ພະ​ເຢໂຫວາ​ກາຍ​ໜ້າ​ໂມເຊ​ໄປ​ແລະ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ເຮົາ​ແມ່ນ​ເຢໂຫວາ ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ+ ບໍ່​ໃຈ​ຮ້າຍ​ງ່າຍ+ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະເວົ້າ​ແຕ່​ຄວາມຈິງ.*+ 7 ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ໄປ​ຈົນ​ຮອດ​ຫຼາຍ​ພັນ​ຊົ່ວ​ອາຍຸ​ຄົນ+ ໃຫ້​ອະໄພ​ຄວາມ​ຜິດ ການ​ບໍ່​ເຊື່ອ​ຟັງແລະ​ການ​ເຮັດ​ບາບ.+ ແຕ່​ເຮົາ​ຊິ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ.+ ເຮົາ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໄປ​ຈົນ​ຮອດ​ລູກ​ຮອດ​ຫຼານ​ແລະ​ເຫຼນ​ຂອງ​ລາວ.”+

8 ໂມເຊ​ກໍ​ຟ້າວ​ໝູບ​ໜ້າ​ລົງ​ພື້ນ​ແລະ​ນະມັດສະການ​ພະເຈົ້າ. 9 ແລ້ວ​ລາວ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ ຖ້າ​ຕອນ​ນີ້​ພະອົງ​ພໍ​ໃຈ​ລູກ ຂໍ​ໃຫ້​ພະອົງ​ໄປ​ນຳ​ພວກ​ເຮົາ+ ເຖິງ​ວ່າ​ພວກ​ເຮົາ​ຈະ​ເປັນ​ຄົນ​ຫົວ​ແຂງ​ກໍ​ຕາມ.+ ພະ​ເຢໂຫວາ ຂໍ​ພະອົງ​ອະໄພ​ຄວາມ​ຜິດ​ແລະ​ການ​ເຮັດ​ບາບ​ຂອງ​ພວກ​ເຮົາ+ ແລະ​ຍອມ​ຮັບ​ພວກ​ເຮົາ​ໃຫ້​ເປັນ​ຄົນ​ຂອງ​ພະອົງ.” 10 ພະເຈົ້າ​ຕອບ​ວ່າ: “ເຮົາ​ຈະ​ເຮັດ​ສັນຍາ​ກັບ​ພວກ​ເຈົ້າ​ທຸກ​ຄົນ​ວ່າ​ເຮົາ​ຈະ​ເຮັດ​ການອັດສະຈັນ​ທີ່​ບໍ່​ເຄີຍ​ເກີດ​ຂຶ້ນ​ກັບຊາດ​ໃດ​ໃນໂລກ​ນີ້.+ ຄົນ​ຊາດ​ອື່ນ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ພະ​ເຢໂຫວາ​ຈະ​ເຮັດ. ສິ່ງ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ນັ້ນ​ເປັນ​ຕາ​ງຶດ​ຫຼາຍ​ແທ້​ໆ​.+

11 ໃຫ້​ເອົາໃຈໃສ່​ໃນ​ສິ່ງ​ທີ່​ເຮົາ​ຈະ​ສັ່ງ​ພວກ​ເຈົ້າ​ໃນ​ມື້​ນີ້.+ ເຮົາ​ຈະ​ຂັບ​ໄລ່​ພວກ​ອາໂມ ພວກ​ການາອານ ພວກ​ເຮດ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ.+ 12 ຢ່າ​ເຮັດ​ສັນຍາ​ກັບ​ຄົນ​ໃນ​ແຜ່ນດິນ​ທີ່​ພວກ​ເຈົ້າ​ຈະ​ໄປ​ຢູ່+ ເພາະ​ມັນ​ຊິ​ເປັນ​ກັບດັກ​ຈັບ​ພວກ​ເຈົ້າ.+ 13 ແຕ່​ໃຫ້​ພວກ​ເຈົ້າຮື້ແທ່ນ​ບູຊາ​ຂອງ​ພວກ​ເຂົາ. ໃຫ້​ທຸບ​ເສົາ​ຫີນ​ສັກສິດ​ຈົນ​ມຸ່ນ​ແລະ​ໃຫ້​ຟັນ​ເສົາ​ໄມ້​ສັກສິດ​ຖິ້ມ.+ 14 ຢ່າ​ນະມັດສະການ​ພະເຈົ້າ​ອື່ນ+ ເພາະ​ທຸກ​ຄົນ​ຮູ້​ວ່າ​ເຮົາ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ຕ້ອງການ​ໃຫ້​ນະມັດ​ສະການ​ເຮົາ​ພຽງ​ຜູ້​ດຽວ.* ເຮົາ​ເປັນ​ພະເຈົ້າ​ທີ່​ຕ້ອງການ​ໃຫ້​ນະ​ມັດ​ສະການ​ເຮົາ​ພຽງ​ຜູ້​ດຽວ.+ 15 ຫ້າມ​ເຮັດ​ສັນຍາ​ກັບ​ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ ຍ້ອນ​ພວກ​ເຂົາ​ເຮັດ​ໂຕ​ຄື​ແມ່ຈ້າງ​ກັບ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ເຂົາ+ ແລະ​ຈະ​ມີ​ຄົນ​ມາ​ຊວນ​ເຈົ້າ​ໃຫ້​ໄປ​ກິນ​ແນວ​ທີ່​ເຂົາ​ເຈົ້າ​ເອົາ​ໄປ​ບູຊາ.+ 16 ແລ້ວ​ພວກ​ເຈົ້າ​ກໍ​ຈະ​ເອົາ​ລູກສາວ​ຂອງ​ພວກ​ເຂົາ​ມາ​ແຕ່ງດອງ​ກັບ​ພວກ​ລູກ​ຊາຍ​ຂອງ​ພວກ​ເຈົ້າ+ ແລະ​ເມື່ອ​ລູກສາວ​ຂອງ​ພວກ​ເຂົາ​ເຮັດ​ໂຕ​ຄື​ແມ່ຈ້າງ​ກັບ​ພະເຈົ້າ​ຕ່າງ​ໆ​ຂອງ​ພວກ​ເຂົາ ລູກ​ຊາຍ​ຂອງ​ພວກ​ເຈົ້າ​ກໍ​ຈະ​ເຮັດ​ແບບ​ນັ້ນ​ຄື​ກັນ.+

17 ຫ້າມ​ພວກ​ເຈົ້າ​ຫຼໍ່​ຮູບ​ພະ​ຂຶ້ນ​ມາ​ນະມັດສະການ.+

18 ໃຫ້​ພວກ​ເຈົ້າ​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ຄື​ກັບ​ທີ່​ເຮົາ​ໄດ້​ສັ່ງ​ພວກ​ເຈົ້າ​ໄວ້.+ ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ເປັນ​ເວລາ 7 ມື້​ຕາມ​ເວລາ​ກຳນົດ​ໃນ​ເດືອນ​ອາບິບ*+ ເພາະ​ວ່າ​ພວກ​ເຈົ້າ​ໄດ້​ອອກ​ມາ​ຈາກ​ເອຢິບ​ໃນ​ເດືອນ​ອາບິບ.

19 ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ເຈົ້າ​ທຸກ​ຄົນ​ເປັນ​ຂອງ​ເຮົາ+ ລວມ​ທັງ​ລູກ​ຂອງ​ງົວ​ແລະ​ແກະ​ທີ່​ເປັນ​ໂຕ​ຜູ້​ໂຕ​ທຳອິດ.+ 20 ພວກ​ເຈົ້າ​ຕ້ອງ​ໄຖ່​ລູກ​ໂຕ​ຜູ້​ໂຕ​ທຳອິດ​ຂອງ​ລາ​ດ້ວຍ​ແກະ ແຕ່​ຖ້າ​ບໍ່​ໄຖ່​ກໍ​ຕ້ອງ​ຫັກ​ຄໍ​ພວກ​ມັນ. ພວກ​ເຈົ້າ​ຕ້ອງ​ໄຖ່​ລູກ​ຊາຍ​ຜູ້​ທຳອິດ​ຂອງ​ພວກ​ເຈົ້າ​ທຸກ​ຄົນ.+ ຢ່າ​ໃຫ້​ຜູ້​ໃດ​ມາ​ຫາ​ເຮົາ​ມື​ເປົ່າ.

21 ໃຫ້​ພວກ​ເຈົ້າ​ເຮັດ​ວຽກ 6 ມື້ ແຕ່​ມື້​ທີ 7 ໃຫ້​ພວກ​ເຈົ້າ​ພັກຜ່ອນ.+ ບໍ່​ວ່າ​ຈະ​ເປັນ​ຍາມ​ໄຖ​ນາ​ຫຼື​ຍາມ​ກ່ຽວ​ເຂົ້າ ພວກ​ເຈົ້າ​ກໍ​ຕ້ອງ​ພັກ​ວຽກ.

22 ໃຫ້​ພວກ​ເຈົ້າ​ສະຫຼອງ​ເທດສະການ​ເກັບ​ກ່ຽວ*ດ້ວຍ​ເຂົ້າວີດ*ທີ່​ເກັບ​ກ່ຽວ​ມາ​ເປັນ​ຊຸດ​ທຳອິດ ແລະ​ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ.* ພວກ​ເຈົ້າ​ຕ້ອງ​ສະຫຼອງ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ​ໃນ​ຕອນ​ທ້າຍ​ປີ.+

23 ໃຫ້​ຜູ້​ຊາຍ​ທຸກ​ຄົນ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ຜູ້​ເປັນນາຍແລະ​ເປັນ​ພະເຈົ້າ​ຂອງ​ພວກ​ອິດສະຣາເອນ​ປີ​ລະ 3 ເທື່ອ.+ 24 ເຮົາ​ຈະ​ຂັບ​ໄລ່​ຊາດ​ຕ່າງ​ໆ​ອອກ​ໄປ​ຕໍ່​ໜ້າ​ພວກ​ເຈົ້າ+ ແລະ​ຈະ​ຂະຫຍາຍ​ຂອບ​ເຂດ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ໃຫ້​ກວ້າງ​ອອກ​ໄປ. ຕອນ​ທີ່​ພວກ​ຜູ້​ຊາຍ​ທຸກ​ຄົນ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ປີ​ລະ 3 ເທື່ອ​ນັ້ນ ຈະ​ບໍ່​ມີ​ສັດຕູ​ມາ​ຕີ​ເອົາ​ແຜ່ນດິນ​ຂອງ​ພວກ​ເຈົ້າ.

25 ຫ້າມ​ບູຊາ​ເລືອດ​ພ້ອມ​ກັບ​ເຂົ້າຈີ່​ທີ່​ມີ​ເຊື້ອ.+ ຫ້າມ​ຈົ່ງ​ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ໃນ​ເທດສະການ​ປັດສະຄາໄວ້​ຈົນ​ຮອດເຊົ້າ​ມື້​ຕໍ່​ໄປ.+

26 ໃຫ້​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ດີ​ທີ່​ສຸດ​ຂອງ​ພວກ​ເຈົ້າ​ໄປ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢູ່​ເຕັ້ນ​ສັກສິດ.+

ຫ້າມ​ຕົ້ມ​ແບ້​ນ້ອຍ​ໃນ​ນ້ຳ​ນົມ​ຂອງ​ແມ່​ມັນ.”+

27 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ຕໍ່​ໄປ​ວ່າ: “ໃຫ້​ຂຽນ​ຄຳ​ເຫຼົ່ານີ້​ໄວ້+ ເພາະ​ເຮົາຈະ​ເຮັດ​ສັນຍາ​ກັບ​ເຈົ້າແລະ​ພວກ​ອິດສະຣາເອນ​ຕາມ​ຄຳ​ເຫຼົ່ານີ້.”+ 28 ໂມເຊ​ຢູ່​ເທິງ​ພູ​ກັບ​ພະ​ເຢໂຫວາ 40 ມື້ 40 ຄືນ. ລາວ​ບໍ່​ໄດ້​ກິນ​ເຂົ້າ​ກິນ​ນ້ຳ​ເລີຍ.+ ພະເຈົ້າ*ໄດ້​ຂຽນ​ຄຳສັນຍາ​ເຊິ່ງ​ເປັນ​ກົດ​ໝາຍ 10 ຂໍ້ໃສ່​ແຜ່ນ​ຫີນ 2 ແຜ່ນ​ນັ້ນ.+

29 ແລ້ວ​ໂມເຊ​ກໍ​ລົງ​ມາ​ຈາກ​ພູ​ຊີນາຍ ແລະ​ຖື​ແຜ່ນ​ຫີນ 2 ແຜ່ນ​ທີ່​ມີ​ຂໍ້​ກົດ​ໝາຍ​ຂອງ​ພະເຈົ້າ*ລົງ​ມາ​ນຳ.+ ແຕ່​ລາວ​ບໍ່​ຮູ້​ວ່າ​ໜ້າ​ຂອງ​ໂຕ​ເອງ​ມີ​ແສງ​ເຫຼື້ອມ​ອອກ​ມາ ຍ້ອນ​ລາວ​ໄດ້​ເວົ້າ​ກັບ​ພະເຈົ້າ. 30 ເມື່ອ​ອາໂຣນ​ກັບ​ພວກ​ອິດສະຣາເອນ​ເຫັນ​ວ່າ​ໜ້າ​ຂອງ​ໂມເຊ​ມີ​ແສງ​ເຫຼື້ອມ​ອອກ​ມາ ເຂົາ​ເຈົ້າ​ກໍ​ພາກັນ​ຢ້ານ​ແລະ​ບໍ່​ກ້າ​ເຂົ້າ​ໄປ​ໃກ້​ໂມເຊ.+

31 ແຕ່​ໂມເຊ​ກໍ​ເອີ້ນ​ອາໂຣນ​ກັບ​ພວກ​ຫົວ​ໜ້າ​ຂອງ​ອິດສະຣາເອນ​ໃຫ້​ມາ​ຫາ​ແລະ​ລົມ​ກັບ​ເຂົາ​ເຈົ້າ. 32 ຫຼັງ​ຈາກ​ນັ້ນ ພວກ​ອິດສະຣາເອນ​ກໍ​ມາ​ຫາ​ໂມເຊ ແລ້ວ​ລາວ​ກໍ​ບອກ​ຄຳ​ສັ່ງ​ທັງ​ໝົດ​ທີ່​ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ລາວ​ຢູ່​ເທິງ​ພູ​ຊີນາຍ​ໃຫ້​ເຂົາ​ເຈົ້າ​ຮູ້.+ 33 ຫຼັງ​ຈາກ​ທີ່​ໂມເຊ​ໄດ້​ເວົ້າ​ກັບ​ພວກ​ອິດສະຣາເອນ​ແລ້ວ​ໆ​ ລາວ​ກໍ​ຈະ​ເອົາ​ຜ້າ​ປົກ​ໜ້າ​ໂຕເອງ​ໄວ້.+ 34 ແຕ່​ເມື່ອ​ໂມເຊ​ໄປ​ລົມ​ກັບ​ພະ​ເຢໂຫວາ ລາວ​ກໍ​ຈະ​ເອົາ​ຜ້າ​ປົກ​ໜ້າ​ອອກ.+ ຫຼັງ​ຈາກ​ນັ້ນ ລາວ​ກໍຈະ​ມາ​ບອກພວກ​ອິດສະຣາເອນ​ວ່າ​ພະເຈົ້າ​ໄດ້​ສັ່ງ​ຫຍັງ​ແດ່+ 35 ແລະ​ພວກ​ອິດສະຣາເອນ​ໄດ້​ເຫັນ​ວ່າ​ໜ້າ​ຂອງ​ໂມເຊ​ມີ​ແສງ​ເຫຼື້ອມ​ອອກ​ມາ. ເມື່ອ​ລາວ​ເວົ້າ​ກັບ​ພວກ​ອິດສະຣາເອນ​ແລ້ວ​ໆ​ ລາວ​ກໍ​ເອົາ​ຜ້າ​ປົກ​ໜ້າ​ໂຕ​ເອງ​ໄວ້ ແຕ່​ຕອນ​ທີ່​ລາວ​ໄປ​ເວົ້າ​ກັບ​ພະເຈົ້າ ລາວ​ກໍ​ຈະ​ເອົາ​ຜ້າ​ປົກ​ໜ້າ​ອອກ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌