ປະຖົມມະການ
6 ຕໍ່ມາ ມະນຸດຢູ່ເທິງໂລກມີຈຳນວນຫຼາຍຂຶ້ນ ແລະເຂົາເຈົ້າກໍມີລູກສາວເພີ່ມຂຶ້ນ. 2 ພວກທູດສະຫວັນ*+ເຫັນວ່າລູກສາວຂອງມະນຸດງາມຫຼາຍ ເຂົາເຈົ້າເລີຍພາກັນເລືອກວ່າຈະເອົາຜູ້ໃດມາເປັນເມຍ. 3 ພະເຢໂຫວາຈຶ່ງເວົ້າວ່າ: “ເຮົາຈະບໍ່ປ່ອຍໃຫ້ມະນຸດເຮັດແບບນີ້ຕະຫຼອດໄປ+ ເພາະເຂົາເຈົ້າເປັນຄົນບາບ. ດັ່ງນັ້ນ ເຂົາເຈົ້າຈະມີເວລາພຽງແຕ່ 120 ປີ.”+
4 ຕອນນັ້ນຢູ່ເທິງໂລກມີພວກຄົນຮ່າງຍັກ.* ໃນໄລຍະນັ້ນພວກທູດສະຫວັນຍັງນອນນຳລູກສາວມະນຸດຢູ່ ແລະເຂົາເຈົ້າກໍມີລູກຊາຍນຳກັນ. ພວກລູກຊາຍຂອງເຂົາເຈົ້າແຂງແຮງຫຼາຍແລະເປັນທີ່ຮູ້ຈັກດີຂອງຜູ້ຄົນໃນສະໄໝບູຮານ.
5 ພະເຢໂຫວາເຫັນວ່າມະນຸດຢູ່ເທິງໂລກຊົ່ວຫຼາຍ ແລະໃນໃຈເຂົາເຈົ້າຄິດແຕ່ແນວຊົ່ວໆທຸກເວລາ.+ 6 ພະເຢໂຫວາຮູ້ສຶກເສຍໃຈທີ່ໄດ້ສ້າງມະນຸດຂຶ້ນມາເທິງໂລກ. ເພິ່ນເຈັບປວດໃຈຫຼາຍ.+ 7 ພະເຢໂຫວາຈຶ່ງເວົ້າວ່າ: “ເຮົາຈະທຳລາຍມະນຸດທີ່ເຮົາສ້າງໃຫ້ໝົດໄປຈາກແຜ່ນດິນ. ແລ້ວເຮົາຈະທຳລາຍສັດບ້ານ ສັດເລືອຄານ ແລະສັດທີ່ບິນໄດ້ຢູ່ເທິງຟ້ານຳ ຍ້ອນເຮົາເສຍໃຈຫຼາຍທີ່ໄດ້ສ້າງສິ່ງເຫຼົ່ານີ້.” 8 ແຕ່ພະເຢໂຫວາເຫັນວ່າໂນອາເປັນຄົນດີ.
9 ນີ້ແມ່ນປະຫວັດຂອງໂນອາ.
ໂນອາເປັນຄົນດີຫຼາຍ.+ ເຖິງວ່າຜູ້ຄົນທີ່ຢູ່ອ້ອມຂ້າງລາວເປັນຄົນບໍ່ດີ ແຕ່ລາວກໍເຮັດດີຕະຫຼອດ. ໂນອາເຮັດໃຫ້ພະເຈົ້າພໍໃຈ*ຢູ່ສະເໝີ.+ 10 ໂນອາມີລູກຊາຍ 3 ຄົນຊື່ວ່າເຊມ ຮາມ ແລະຢາເຟດ.+ 11 ພະເຈົ້າເຫັນວ່າໂລກຖືກທຳລາຍ ແລະມີແຕ່ຄວາມຮຸນແຮງ. 12 ເມື່ອແນມລົງມາເທິງໂລກ ເພິ່ນເຫັນຜູ້ຄົນເຮັດແຕ່ສິ່ງຊົ່ວໆ.+
13 ພະເຈົ້າກໍເລີຍເວົ້າກັບໂນອາວ່າ: “ເຮົາໄດ້ຕັດສິນໃຈແລ້ວວ່າຊິທຳລາຍສິ່ງທີ່ມີຊີວິດທັງໝົດ ເພາະມະນຸດໃຊ້ແຕ່ຄວາມຮຸນແຮງ. ເຮົາຈະທຳລາຍມະນຸດທີ່ເຮັດຊົ່ວທັງໝົດແລະທຸກສິ່ງທີ່ຢູ່ໃນໂລກນີ້.+ 14 ໃຫ້ເຈົ້າເຮັດເຮືອ*ດ້ວຍໄມ້ຢ່າງດີ+ແລະຂັ້ນເປັນຫ້ອງເປັນຫ້ອງ. ໃຫ້ເອົາຢາງໝາກຕອຍຈາກທຳມະຊາດ+ທາທັງທາງໃນແລະທາງນອກເຮືອ. 15 ໃຫ້ເຈົ້າສ້າງເຮືອ ຍາວ 300 ສອກ* ກວ້າງ 50 ສອກ* ແລະສູງ 30 ສອກ.* 16 ໃຫ້ສ້າງປ່ອງຢ້ຽມຫ່າງຈາກຫຼັງຄາ 1 ສອກ* ເພື່ອໃຫ້ແສງສ່ອງເຂົ້າໄດ້. ໃຫ້ເຮັດປະຕູເຮືອຢູ່ທາງຂ້າງ+ ແລະໃຫ້ເຮືອມີຊັ້ນ 1 ຊັ້ນ 2 ແລະຊັ້ນ 3.
17 ເຮົາຈະໃຫ້ນ້ຳມາຖ້ວມໂລກ+ເພື່ອທຳລາຍທຸກສິ່ງທີ່ມີຊີວິດ. ທຸກສິ່ງທຸກຢ່າງທີ່ຢູ່ໃນໂລກຈະຕາຍໝົດ.+ 18 ເຮົາສັນຍາວ່າເຮົາຈະຊ່ວຍຊີວິດເຈົ້າ. ໃຫ້ເຈົ້າກັບເມຍ ແລະພວກລູກຊາຍກັບພວກລູກໃພ້ເຂົ້າໄປໃນເຮືອ.+ 19 ເຈົ້າຕ້ອງເອົາສັດທຸກຊະນິດເຂົ້າໄປໃນເຮືອ+ ທັງໂຕຜູ້ແລະໂຕແມ່ຊະນິດລະຄູ່+ ເພື່ອຊ່ວຍຊີວິດພວກມັນ. 20 ສັດທີ່ບິນໄດ້ຊະນິດລະຄູ່ ສັດບ້ານຊະນິດລະຄູ່ ແລະສັດເລືອຄານຊະນິດລະຄູ່. ສັດທັງໝົດນີ້ຈະມາຫາເຈົ້າເອງ ເພື່ອໃຫ້ເຈົ້າຊ່ວຍຊີວິດພວກມັນ.+ 21 ໃຫ້ເຈົ້າສະສົມອາຫານທຸກຢ່າງໄວ້ຫຼາຍໆ+ເພື່ອເຈົ້າແລະສັດທັງໝົດ.”
22 ພະເຈົ້າສັ່ງໃຫ້ໂນອາເຮັດຫຍັງ ລາວກໍເຮັດ. ລາວເຮັດຕາມທຸກຢ່າງ.+