ເພງສັນລະເສີນ
78 ພີ່ນ້ອງຂອງຂ້ອຍເອີ້ຍ ຂໍໃຫ້ສົນໃຈຟັງສິ່ງທີ່ຂ້ອຍຢາກສອນພວກເຈົ້າ.*
ຂໍໃຫ້ຕັ້ງໃຈຟັງ*ສິ່ງທີ່ຂ້ອຍຈະເວົ້າ.
2 ຂ້ອຍຈະເວົ້າເປັນຄຳສຸພາສິດ
ແລະຂ້ອຍຈະເວົ້າເປັນຄຳທວາຍທີ່ມີດົນນານມາແລ້ວ.+
3 ສິ່ງທີ່ຂ້ອຍຈະເວົ້າເປັນສິ່ງທີ່ພວກເຮົາເຄີຍໄດ້ຍິນແລະຮູ້ຈັກຢູ່ແລ້ວ
ເປັນສິ່ງທີ່ປູ່ຍ່າຕານາຍຂອງພວກເຮົາເຄີຍເລົ່າໃຫ້ຟັງ.+
4 ພວກເຮົາຈະບໍ່ປິດບັງລູກຫຼານ.
ພວກເຮົາຈະເລົ່າໃຫ້ຄົນລຸ້ນຕໍ່ໆໄປຟັງ+ກ່ຽວກັບສິ່ງດີໆທີ່ພະເຢໂຫວາເຮັດ ກ່ຽວກັບລິດເດດຂອງເພິ່ນ+
ແລະກ່ຽວກັບສິ່ງທີ່ເປັນຕາງຶດທີ່ເພິ່ນເຄີຍເຮັດ.+
5 ເພິ່ນໃຫ້ຂໍ້ເຕືອນໃຈກັບລູກຫຼານຂອງຢາໂຄບ
ແລະໃຫ້ກົດໝາຍກັບຄົນອິດສະຣາເອນ.
ເພິ່ນສັ່ງປູ່ຍ່າຕານາຍຂອງພວກເຮົາໃຫ້ເລົ່າເລື່ອງເຫຼົ່ານີ້ໃຫ້ລູກຫຼານຂອງເຂົາເຈົ້າຟັງ+
6 ເພື່ອຄົນລຸ້ນຕໍ່ໄປກັບເດັກນ້ອຍທີ່ເກີດໃໝ່ຈະໄດ້ຮູ້ເລື່ອງເຫຼົ່ານີ້+
ແລະເຂົາເຈົ້າຈະໄດ້ເລົ່າໃຫ້ລູກຂອງເຂົາເຈົ້າຟັງ.+
7 ແລ້ວເຂົາເຈົ້າກໍຈະໄວ້ໃຈພະເຈົ້າ.
8 ເຂົາເຈົ້າຈະໄດ້ບໍ່ເປັນຄືກັບປູ່ຍ່າຕານາຍຂອງເຂົາເຈົ້າ
ທີ່ເປັນຄົນຫົວແຂງແລະກະບົດ.+
ຄົນລຸ້ນນັ້ນປ່ຽນໃຈຢູ່ເລື້ອຍໆ*+
ແລະບໍ່ສັດຊື່ຕໍ່ພະເຈົ້າ.
9 ພວກເອຟຣາຢິມມີທະນູເປັນອາວຸດ
ແຕ່ເຂົາເຈົ້າພັດຖອຍໜີໃນມື້ທີ່ຕ້ອງສູ້ຮົບ.
11 ເຂົາເຈົ້າລືມສິ່ງຕ່າງໆທີ່ພະເຈົ້າເຄີຍເຮັດ+
ແລະລືມສິ່ງທີ່ເປັນຕາງຶດທີ່ເພິ່ນເຮັດໃຫ້ເຂົາເຈົ້າເຫັນ.+
12 ເພິ່ນເຮັດການອັດສະຈັນຫຼາຍຢ່າງໃຫ້ປູ່ຍ່າຕານາຍຂອງເຂົາເຈົ້າເຫັນ+
ຢູ່ເຂດໂຊອານໃນແຜ່ນດິນເອຢິບ.+
14 ຕອນກາງເວັນ ເພິ່ນນຳໜ້າເຂົາເຈົ້າດ້ວຍຂີ້ເຝື້ອ
ແລະຕອນກາງຄືນ ເພິ່ນນຳໜ້າເຂົາເຈົ້າດ້ວຍໄຟ.+
15 ເພິ່ນແຍກຫີນຢູ່ບ່ອນກັນດານແລະໃຫ້ເຂົາເຈົ້າໄດ້ກິນນ້ຳຈົນພໍໃຈ.
ນ້ຳນັ້ນທັ່ງອອກມາຫຼາຍຄືກັບວ່າເປັນນ້ຳທີ່ມາຈາກນ້ຳເລິກ.+
16 ເພິ່ນເຮັດໃຫ້ນ້ຳອອກມາຈາກຫີນ
ແລະເຮັດໃຫ້ນ້ຳໄຫຼໄປຄືກັບແມ່ນ້ຳ.+
17 ແຕ່ເຂົາເຈົ້າກໍຍັງເຮັດຜິດຕໍ່ເພິ່ນອີກ
ໂດຍກະບົດຕໍ່ພະເຈົ້າສູງສຸດຢູ່ບ່ອນກັນດານ.+
18 ເຂົາເຈົ້າຕັ້ງໃຈທ້າທາຍ*ພະເຈົ້າ+
ໂດຍວົນເອົາອາຫານທີ່ເຂົາເຈົ້າຢາກໄດ້.
19 ເຂົາເຈົ້າຈົ່ມໃຫ້ພະເຈົ້າວ່າ:
“ພະເຈົ້າຈະຫາອາຫານໃຫ້ພວກເຮົາຢູ່ບ່ອນກັນດານໄດ້ບໍ?”+
20 ເພິ່ນຕີຫີນ
ແລະເຮັດໃຫ້ນ້ຳໄຫຼທັ່ງອອກມາ+
ແຕ່ເຂົາເຈົ້າກໍຍັງຖາມວ່າ: “ເພິ່ນຈະເອົາເຂົ້າຈີ່
ກັບຊີ້ນໃຫ້ພວກເຮົາກິນໄດ້ບໍ່ນໍ້?”+
21 ເມື່ອພະເຢໂຫວາໄດ້ຍິນເຂົາເຈົ້າຈົ່ມ ເພິ່ນກໍໃຈຮ້າຍແຮງ+
ເພິ່ນຈຶ່ງສົ່ງໄຟ+ມາຈູດລູກຫຼານຂອງຢາໂຄບ.
ເພິ່ນໃຈຮ້າຍໃຫ້ພວກອິດສະຣາເອນຫຼາຍ+
22 ຍ້ອນເຂົາເຈົ້າບໍ່ເຊື່ອພະເຈົ້າ+
ແລະບໍ່ໄດ້ໄວ້ໃຈວ່າເພິ່ນຈະຊ່ວຍໃຫ້ລອດໄດ້
23 ເພິ່ນຈຶ່ງສັ່ງຂີ້ເຝື້ອ
ແລະເປີດປະຕູທ້ອງຟ້າ.
24 ເພິ່ນເຮັດໃຫ້ມີມານາຕົກລົງມາໃຫ້ເຂົາເຈົ້າກິນ.
ເພິ່ນໃຫ້ເຂົາເຈົ້າໄດ້ກິນອາຫານຈາກສະຫວັນ.+
26 ເພິ່ນເຮັດໃຫ້ລົມຈາກທິດຕາເວັນອອກພັດມາຈາກຟ້າ
ແລະໃຊ້ລິດເດດຂອງເພິ່ນເຮັດໃຫ້ລົມຈາກທິດໃຕ້ພັດມາ.+
27 ເພິ່ນເຮັດໃຫ້ຊີ້ນຕົກລົງມາຫຼາຍຄືກັບຂີ້ຝຸ່ນ
ແລະເຮັດໃຫ້ນົກຕົກລົງມາຫຼາຍຄືກັບເມັດດິນຊາຍຢູ່ແຄມທະເລ.
28 ເພິ່ນເຮັດໃຫ້ພວກມັນຕົກຢູ່ຄ້າຍຂອງເຂົາເຈົ້າ
ແລະຢູ່ອ້ອມຮອບເຕັ້ນຂອງເຂົາເຈົ້າ.
29 ເຂົາເຈົ້າໄດ້ກິນຈົນເລືອ.
ເພິ່ນໃຫ້ເຂົາເຈົ້າຕາມທີ່ເຂົາເຈົ້າຕ້ອງການ.+
30 ແຕ່ກ່ອນທີ່ເຂົາເຈົ້າຈະກິນຈົນໜຳໃຈ
ຕອນທີ່ຊີ້ນຍັງຢູ່ໃນປາກ
31 ພະເຈົ້າກໍໃຈຮ້າຍແຮງໃຫ້ເຂົາເຈົ້າ.+
ເພິ່ນທຳລາຍຄົນທີ່ແຂງແຮງທີ່ສຸດຂອງເຂົາເຈົ້າ+
ແລະກຳຈັດພວກຄົນໜຸ່ມຂອງອິດສະຣາເອນ.
32 ແຕ່ເຖິງວ່າຈະເປັນແນວນັ້ນ ເຂົາເຈົ້າກໍຍັງເຮັດຜິດອີກ+
ແລະບໍ່ເຊື່ອໃນພະເຈົ້າທັງໆທີ່ໄດ້ເຫັນການອັດສະຈັນຂອງເພິ່ນ.+
33 ເພິ່ນຈຶ່ງເຮັດໃຫ້ຊີວິດຂອງເຂົາເຈົ້າຈົບລົງຄືກັບລົມຫາຍໃຈບາດດຽວ+
ແລະເຮັດໃຫ້ເຂົາເຈົ້າຈິບຫາຍແລະຕາຍໄປ.
34 ບໍ່ວ່າພະເຈົ້າຈະລົງໂທດເຂົາເຈົ້າເຖິງຕາຍຈັກເທື່ອ ເຂົາເຈົ້າກໍຍັງມາຂໍໃຫ້ເພິ່ນຊ່ວຍທຸກເທື່ອ.+
ເຂົາເຈົ້າມັກຈະກັບມາແລະຊອກຫາເພິ່ນ.
35 ແລ້ວເຂົາເຈົ້າກໍຈະຈື່ໄດ້ວ່າພະເຈົ້າເປັນຫີນຜາຂອງເຂົາເຈົ້າ+
36 ແຕ່ເຂົາເຈົ້າກໍຍັງພະຍາຍາມເວົ້າຫຼອກລວງເພິ່ນ
ແລະເວົ້າຕົວະເພິ່ນ.
37 ເຂົາເຈົ້າບໍ່ໄດ້ຕັ້ງໃຈທີ່ຈະຮັບໃຊ້ເພິ່ນ+
ແລະບໍ່ໄດ້ສັດຊື່ຕໍ່ຄຳສັນຍາທີ່ເຮັດໄວ້ກັບເພິ່ນ.+
ແທນທີ່ເພິ່ນຈະໃຈຮ້າຍແຮງໃຫ້ເຂົາເຈົ້າ
ເພິ່ນພັດອົດໄວ້.+
39 ຍ້ອນເພິ່ນຈື່ວ່າເຂົາເຈົ້າເປັນພຽງແຕ່ມະນຸດຊື່ໆ+
ເປັນຄືກັບລົມທີ່ພັດຜ່ານໄປແລະບໍ່ກັບຄືນມາ.
42 ເຂົາເຈົ້າລືມວ່າເພິ່ນມີລິດເດດ*ຫຼາຍສ່ຳໃດ
ແລະລືມວ່າເພິ່ນເຄີຍຊ່ວຍເຂົາເຈົ້າໃຫ້ລອດ*ຈາກສັດຕູ.+
43 ເຂົາເຈົ້າລືມວ່າເພິ່ນເຄີຍເຮັດການອັດສະຈັນ
ຢູ່ເຂດໂຊອານໃນແຜ່ນດິນເອຢິບ+
44 ແລະລືມວ່າເພິ່ນເຄີຍເຮັດໃຫ້ແມ່ນ້ຳນິນກາຍເປັນເລືອດ+
ຄົນຢູ່ບ່ອນນັ້ນຈຶ່ງກິນນ້ຳຈາກແມ່ນ້ຳບໍ່ໄດ້.
46 ເພິ່ນສົ່ງຝູງຕັກກະແຕນໄປກິນຜົນລະປູກຂອງເຂົາເຈົ້າ
ແລະກິນໝາກໄມ້ທີ່ເຂົາເຈົ້າປູກດ້ວຍເຫື່ອດ້ວຍແຮງຂອງເຂົາເຈົ້າ.+
49 ເພິ່ນໃຈຮ້າຍແຮງໃຫ້ເຂົາເຈົ້າ.
ເພິ່ນໃຈຮ້າຍໃຫ້ເຂົາເຈົ້າຫຼາຍແລະເຮັດໃຫ້ເຂົາເຈົ້າເຈິຄວາມທຸກລຳບາກ.
ເພິ່ນໃຫ້ພວກທູດສະຫວັນເອົາຄວາມຈິບຫາຍໄປໃຫ້ເຂົາເຈົ້າ.
50 ເພິ່ນບໍ່ໄດ້ຫ້າມໂຕເອງໄວ້ຈາກການລົງໂທດເຂົາເຈົ້າ
ແລະເພິ່ນໄດ້ຂ້າເຂົາເຈົ້າ.
ເພິ່ນເຮັດໃຫ້ເຂົາເຈົ້າຕາຍດ້ວຍໂລກລະບາດ.
51 ໃນທີ່ສຸດ ເພິ່ນກໍຂ້າລູກຊາຍຜູ້ທຳອິດທຸກຄົນຂອງຄົນເອຢິບ+
ເຊິ່ງກໍແມ່ນພວກລູກຊາຍຄົນທຳອິດທີ່ເກີດໃນເຕັ້ນຂອງຮາມ.
52 ແລ້ວເພິ່ນກໍພາປະຊາຊົນຂອງເພິ່ນອອກຈາກເອຢິບ
ແລະນຳໜ້າເຂົາເຈົ້າໄປຄືກັບນຳໜ້າຝູງແກະຢູ່ບ່ອນກັນດານ.+
53 ເພິ່ນພາເຂົາເຈົ້າໄປຢູ່ບ່ອນທີ່ປອດໄພ
ແລະເຂົາເຈົ້າກໍບໍ່ຕ້ອງຢ້ານຫຍັງ.+
ເພິ່ນເຮັດໃຫ້ນ້ຳທະເລຖ້ວມສັດຕູຂອງເຂົາເຈົ້າ.+
54 ເພິ່ນພາເຂົາເຈົ້າໄປໃນເຂດທີ່ເພິ່ນເລືອກໄວ້+
ເຊິ່ງເປັນບ່ອນທີ່ມີພູຫຼາຍໆໜ່ວຍທີ່ເພິ່ນຍຶດມາໄດ້ດ້ວຍມືຂວາຂອງເພິ່ນ.+
55 ເພິ່ນໄລ່ຊາດຕ່າງໆອອກໄປຕໍ່ໜ້າເຂົາເຈົ້າ.+
ເພິ່ນໃຊ້ສາຍແທກແບ່ງດິນໃຫ້ເຂົາເຈົ້າເປັນມໍລະດົກ.+
ເພິ່ນໃຫ້ຕະກູນຕ່າງໆຂອງອິດສະຣາເອນໄດ້ບ່ອນຢູ່ເປັນຂອງໂຕເອງ.+
56 ແຕ່ເຂົາເຈົ້າກໍຍັງທ້າທາຍພະເຈົ້າສູງສຸດແລະກະບົດຕໍ່ເພິ່ນເລື້ອຍໆ.+
ເຂົາເຈົ້າບໍ່ສົນໃຈຂໍ້ເຕືອນໃຈຂອງເພິ່ນເລີຍ.+
57 ເຂົາເຈົ້າປະຖິ້ມພະເຈົ້າແລະທໍລະຍົດເພິ່ນຄືກັບປູ່ຍ່າຕານາຍຂອງເຂົາເຈົ້າ.+
ເຂົາເຈົ້າເຊື່ອຖືບໍ່ໄດ້ຄືກັບລູກທະນູບ້ຽວ.+
58 ເຂົາເຈົ້າເຮັດໃຫ້ເພິ່ນບໍ່ພໍໃຈໂດຍເຮັດບ່ອນນະມັດສະການຂຶ້ນມາເອງ.+
ເຂົາເຈົ້າເຮັດໃຫ້ເພິ່ນໃຈຮ້າຍໂດຍເຮັດຮູບແກະສະຫຼັກຂຶ້ນມາ.+
59 ພະເຈົ້າເຫັນແລະໃຈຮ້າຍຫຼາຍ+
ເພິ່ນຈຶ່ງບໍ່ຍອມຮັບພວກອິດສະຣາເອນ.
60 ໃນທີ່ສຸດ ເພິ່ນກໍປະຖິ້ມເຕັ້ນສັກສິດທີ່ຢູ່ຊີໂລ+
ເຊິ່ງເປັນເຕັ້ນທີ່ເພິ່ນເຄີຍຢູ່ນຳມະນຸດ.+
61 ເພິ່ນຍອມໃຫ້ພວກສັດຕູເອົາຫີບສັນຍາໄປ.
ເພິ່ນຍອມໃຫ້ເຂົາເຈົ້າເອົາສັນຍະລັກຂອງລິດເດດແລະຄວາມຍິ່ງໃຫຍ່ຂອງເພິ່ນໄປ.+
62 ເພິ່ນປ່ອຍໃຫ້ຄົນຂອງເພິ່ນຖືກຂ້າດ້ວຍດາບ.+
ເພິ່ນໃຈຮ້າຍໃຫ້ຄົນທີ່ເປັນຊັບສົມບັດຂອງເພິ່ນ.
63 ພວກຄົນໜຸ່ມຂອງເພິ່ນກໍຖືກໄຟເຜົາ
ແລະບໍ່ມີໃຜຮ້ອງເພງແຕ່ງດອງໃຫ້ພວກຜູ້ສາວບໍລິສຸດ.
66 ເພິ່ນເຮັດໃຫ້ສັດຕູຖອຍໜີໄປ+
ແລະເຮັດໃຫ້ເຂົາເຈົ້າອັບອາຍຕະຫຼອດໄປ.
67 ເພິ່ນປະຖິ້ມເຕັ້ນຂອງໂຢເຊັບ.
ເພິ່ນບໍ່ເລືອກຕະກູນເອຟຣາຢິມ.
69 ເພິ່ນເຮັດໃຫ້ບ່ອນບໍລິສຸດຂອງເພິ່ນໝັ້ນຄົງຄືກັບທ້ອງຟ້າ*+
ແລະຄືກັບໂລກທີ່ເພິ່ນຕັ້ງໄວ້ໃຫ້ຢູ່ຕະຫຼອດໄປ.+