ຈົດເຊັນບັນຊີ
12 ມີຣີອາມກັບອາໂຣນເລີ່ມເວົ້າບໍ່ດີກ່ຽວກັບໂມເຊ ເລື່ອງທີ່ລາວເອົາຄົນກູເຊມາເປັນເມຍ.+ 2 ເຂົາເຈົ້າເວົ້ານຳກັນວ່າ: “ພະເຢໂຫວາເວົ້າຜ່ານທາງໂມເຊຜູ້ດຽວບໍ? ເພິ່ນກໍເວົ້າຜ່ານທາງພວກເຮົາຄືກັນຕົ໋ວ.”+ ຕອນນັ້ນ ພະເຢໂຫວາກໍໄດ້ຍິນ.+ 3 ໂມເຊເປັນຄົນທີ່ຖ່ອມໂຕທີ່ສຸດ+ໃນໂລກ.
4 ພະເຢໂຫວາບອກໂມເຊແລະອາໂຣນກັບມີຣີອາມທັນທີວ່າ: “ໃຫ້ພວກເຈົ້າ 3 ຄົນໄປທີ່ເຕັ້ນຂໍການຊີ້ນຳ.” ແລ້ວທັງສາມຄົນກໍອອກໄປຫັ້ນ. 5 ພະເຢໂຫວາໄດ້ມາທີ່ເສົາຂີ້ເຝື້ອ+ແລະຢືນຢູ່ທາງເຂົ້າເຕັ້ນ. ເພິ່ນໄດ້ເອີ້ນອາໂຣນກັບມີຣີອາມ ແລະທັງສອງຄົນກໍຍ່າງອອກມາທາງໜ້າ. 6 ເພິ່ນເວົ້າວ່າ: “ໃຫ້ຟັງເຮົາເດີ້. ຖ້າມີຜູ້ພະຍາກອນຂອງພະເຢໂຫວາຢູ່ນຳພວກເຈົ້າ ເຮົາຈະໃຫ້ລາວຮູ້ຈັກເຮົາຜ່ານທາງນິມິດ+ ແລະເຮົາຈະເວົ້າກັບລາວໃນຄວາມຝັນ.+ 7 ແຕ່ກັບໂມເຊຜູ້ຮັບໃຊ້ຂອງເຮົາ ເຮົາບໍ່ໄດ້ເຮັດແນວນັ້ນ. ເຮົາໄວ້ໃຈລາວໃຫ້ເບິ່ງແຍງຄົນຂອງເຮົາ.*+ 8 ເຮົາເວົ້າກັບລາວແບບສອງຄົນລົມກັນເຊິ່ງໜ້າ+ ເວົ້າແບບກົງໆ ບໍ່ຕ້ອງຕີຄວາມໝາຍຫຍັງ ແລະລາວຍັງໄດ້ເຫັນພະເຢໂຫວາ. ເປັນຫຍັງພວກເຈົ້າຈຶ່ງກ້າເວົ້າແນວບໍ່ດີໃຫ້ໂມເຊຜູ້ຮັບໃຊ້ຂອງເຮົາ?”
9 ພະເຢໂຫວາໃຈຮ້າຍໃຫ້ເຂົາເຈົ້າຫຼາຍແລະໄດ້ໄປຈາກເຂົາເຈົ້າ. 10 ແລ້ວຂີ້ເຝື້ອກໍລອຍຂຶ້ນໄປຈາກເຕັ້ນນັ້ນ ແລະຕອນນັ້ນມີຣີອາມກໍເປັນຂີ້ທູດຂາວຄືຫິມະ.+ ເມື່ອອາໂຣນປິ່ນໜ້າໄປຫາມີຣີອາມ ລາວກໍເຫັນມີຣີອາມເປັນຂີ້ທູດ.+ 11 ອາໂຣນເວົ້າກັບໂມເຊທັນທີວ່າ: “ນາຍເອີ້ຍ ຂ້ອຍຂໍນຳແດ່. ຢ່າໃຫ້ພວກເຮົາຖືກລົງໂທດຍ້ອນຄວາມຜິດນີ້ເລີຍ. ພວກເຮົາໂງ່ຫຼາຍທີ່ເວົ້າແນວນັ້ນ. 12 ຂໍຢ່າໃຫ້ລາວເປັນຄືກັບແອນ້ອຍທີ່ຕາຍໃນທ້ອງແມ່ ແລ້ວຕອນທີ່ອອກມາເນື້ອໜັງກໍເນົ່າເປື່ອຍໄປແລ້ວເຄິ່ງໜຶ່ງ.” 13 ແລ້ວໂມເຊກໍຮ້ອງຂໍກັບພະເຢໂຫວາວ່າ: “ພະເຈົ້າເອີ້ຍ ຂໍພະອົງຊ່ວຍລາວແດ່. ປິ່ນປົວລາວແດ່.”+
14 ພະເຢໂຫວາຕອບໂມເຊວ່າ: “ຖ້າພໍ່ຖົ່ມນ້ຳລາຍໃສ່ໜ້າລາວ ລາວຈະອັບອາຍຢູ່ 7 ມື້ແມ່ນຕົ໋ວ. ຄັນຊັ້ນກໍໃຫ້ກັກໂຕລາວຢູ່ນອກຄ້າຍພັກ 7 ມື້.+ ຫຼັງຈາກນັ້ນ ລາວຈະກັບເຂົ້າໄປໃນຄ້າຍພັກໄດ້.” 15 ມີຣີອາມຖືກກັກໂຕຢູ່ນອກຄ້າຍພັກ 7 ມື້+ ແລະພວກອິດສະຣາເອນກໍເລີຍບໍ່ໄດ້ຍ້າຍຄ້າຍພັກໄປໃສຈົນມີຣີອາມກັບເຂົ້າມາ. 16 ແລ້ວເຂົາເຈົ້າກໍເດີນທາງອອກຈາກຮາເຊໂຣດ+ ແລະໄປຕັ້ງຄ້າຍພັກຢູ່ບ່ອນກັນດານປາຣານ.+