ຊາມູເອນສະບັບທີສອງ
6 ດາວິດໄດ້ລວບລວມທະຫານທີ່ເກັ່ງທີ່ສຸດໃນອິດສະຣາເອນອີກເທື່ອໜຶ່ງ ເຊິ່ງມີຈຳນວນ 30.000 ຄົນ. 2 ແລ້ວດາວິດກັບຄົນຂອງລາວກໍໄປເມືອງບາອາເລຢູດາເພື່ອໄປເອົາຫີບສັນຍາຂອງພະເຈົ້າທ່ຽງແທ້+ຜູ້ນັ່ງຢູ່ບັນລັງເທິງ*ເຄຣູບ.+ ປະຊາຊົນຈະມາອະທິດຖານໂດຍອອກຊື່ພະເຢໂຫວາຜູ້ບັນຊາການກອງທັບ+ຢູ່ຕໍ່ໜ້າຫີບນີ້. 3 ແຕ່ເຂົາເຈົ້າເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ໃສ່ກວຽນໃໝ່+ເພື່ອແກ່ອອກຈາກເຮືອນຂອງອາບີນາດາບ+ທີ່ຢູ່ເທິງໂນນພູ. ອຸດຊາແລະອາຮີໂອລູກຊາຍຂອງອາບີນາດາບຍ່າງອອກໜ້າກວຽນນັ້ນ.
4 ເຂົາເຈົ້າແກ່ຫີບສັນຍາຂອງພະເຈົ້າທ່ຽງແທ້ຈາກເຮືອນຂອງອາບີນາດາບທີ່ຢູ່ເທິງໂນນພູ ແລະໃຫ້ອາຮີໂອຍ່າງອອກໜ້າຫີບ. 5 ດາວິດກັບພວກອິດສະຣາເອນທຸກຄົນໄດ້ຈັດງານສະຫຼອງໃຫຍ່ແທ້ໃຫຍ່ວ່າຕໍ່ໜ້າພະເຢໂຫວາ. ເຂົາເຈົ້າຫຼິ້ນເຄື່ອງດົນຕີຕ່າງໆທີ່ເຮັດຈາກໄມ້ຈູນິເປີ້* ດີດພິນ ຫຼິ້ນເຄື່ອງດົນຕີອື່ນໆທີ່ມີສາຍ+ ຕີກອງແທມບູຣິນ*+ ຕີແສ່ງ+ ແລະຫຼິ້ນເຄື່ອງດົນຕີອື່ນໆນຳ. 6 ແຕ່ເມື່ອເຂົາເຈົ້າມາຮອດລານຟາດເຂົ້າຂອງນາໂກນ ງົວທີ່ແກ່ກວຽນເກືອບເຮັດຫີບສັນຍາຕົກ ອຸດຊາຈຶ່ງເດ່ມືໄປຈັບຫີບສັນຍາຂອງພະເຈົ້າທ່ຽງແທ້.+ 7 ພະເຢໂຫວາພະເຈົ້າທ່ຽງແທ້ໃຈຮ້າຍໃຫ້ອຸດຊາຫຼາຍ. ເພິ່ນຂ້າລາວ+ຢູ່ຫັ້ນ ຍ້ອນລາວບໍ່ນັບຖືກົດໝາຍຂອງພະເຈົ້າ.+ ອຸດຊາຕາຍຢູ່ທາງຂ້າງຫີບສັນຍາຂອງພະເຈົ້າທ່ຽງແທ້. 8 ດາວິດເສຍໃຈ*ຍ້ອນພະເຢໂຫວາໃຈຮ້າຍໃຫ້ອຸດຊາ. ບ່ອນນັ້ນຈຶ່ງຖືກເອີ້ນວ່າເປເຣັດອຸດຊາ*ຈົນຮອດທຸກມື້ນີ້. 9 ມື້ນັ້ນດາວິດຢ້ານພະເຢໂຫວາ+ຫຼາຍແລະເວົ້າວ່າ: “ຂ້ອຍຈະເອົາຫີບສັນຍາຂອງພະເຢໂຫວາມາໄວ້ນຳຂ້ອຍໄດ້ແນວໃດ?”+ 10 ດາວິດບໍ່ຢາກເອົາຫີບສັນຍາຂອງພະເຢໂຫວາໄປໄວ້ກັບລາວຢູ່ເມືອງຂອງດາວິດ.+ ລາວຈຶ່ງເອົາໄປໄວ້ຢູ່ເຮືອນຂອງໂອເບັດເອໂດມ+ຄົນເມືອງກັດ.
11 ຫີບສັນຍາຂອງພະເຢໂຫວາຢູ່ເຮືອນຂອງໂອເບັດເອໂດມຄົນເມືອງກັດເປັນເວລາ 3 ເດືອນ ແລະພະເຢໂຫວາໄດ້ອວຍພອນໃຫ້ໂອເບັດເອໂດມກັບທຸກຄົນໃນຄອບຄົວຂອງລາວ.+ 12 ມີຄົນມາບອກກະສັດດາວິດວ່າ: “ພະເຢໂຫວາໄດ້ອວຍພອນໃຫ້ໂອເບັດເອໂດມກັບທຸກຄົນໃນຄອບຄົວຂອງລາວ ຍ້ອນຫີບສັນຍາຂອງພະເຈົ້າທ່ຽງແທ້ຢູ່ຫັ້ນ.” ດາວິດຈຶ່ງໄປເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ຈາກເຮືອນຂອງໂອເບັດເອໂດມມາເມືອງຂອງດາວິດຢ່າງມີຄວາມສຸກ.+ 13 ເມື່ອຄົນທີ່ຫາມ+ຫີບສັນຍາຂອງພະເຢໂຫວາຍ່າງໄປໄດ້ 6 ກ້າວທຳອິດ ດາວິດກໍເອົາງົວໂຕຜູ້ໂຕໜຶ່ງແລະສັດທີ່ຕຸ້ຍໆໂຕໜຶ່ງເຜົາເປັນເຄື່ອງບູຊາ.
14 ດາວິດເຕັ້ນຢ່າງມ່ວນຊື່ນເພື່ອໃຫ້ກຽດພະເຢໂຫວາ. ຕອນນັ້ນ ລາວນຸ່ງເອໂຟດ*ທີ່ເຮັດຈາກຜ້າລີນິນ.+ 15 ດາວິດກັບພວກອິດສະຣາເອນທຸກຄົນທີ່ໄປເອົາຫີບສັນຍາ+ຂອງພະເຢໂຫວາມາໄດ້ພາກັນຮ້ອງດ້ວຍຄວາມດີໃຈ+ແລະເປົ່າແກເຂົາສັດ.+ 16 ແຕ່ເມື່ອຫີບສັນຍາຂອງພະເຢໂຫວາເຂົ້າມາໃນເມືອງຂອງດາວິດແລ້ວ ມີການ+ລູກສາວຂອງຊາອູນແນມລົງມາທາງປ່ອງຢ້ຽມແລະເຫັນກະສັດດາວິດທັງໂດດທັງເຕັ້ນເພື່ອໃຫ້ກຽດພະເຢໂຫວາ ລາວກໍດູຖູກດາວິດໃນໃຈ.+ 17 ເຂົາເຈົ້າເອົາຫີບສັນຍາຂອງພະເຢໂຫວາເຂົ້າມາໄວ້ໃນບ່ອນສຳລັບຫີບນັ້ນເຊິ່ງຢູ່ໃນເຕັ້ນທີ່ດາວິດກຽມໄວ້.+ ແລ້ວດາວິດກໍເຜົາເຄື່ອງບູຊາທີ່ເປັນສັດ+ແລະເຄື່ອງບູຊາສ້າງຄວາມສະຫງົບສຸກ+ຕໍ່ໜ້າພະເຢໂຫວາ.+ 18 ຫຼັງຈາກດາວິດເຜົາເຄື່ອງບູຊາທີ່ເປັນສັດແລະເຄື່ອງບູຊາສ້າງຄວາມສະຫງົບສຸກແລ້ວໆ ລາວໄດ້ອວຍພອນປະຊາຊົນໃນນາມຂອງພະເຢໂຫວາຜູ້ບັນຊາການກອງທັບ. 19 ຈາກນັ້ນ ດາວິດກໍຢາຍເຂົ້າຈີ່ທີ່ເປັນຮູບວົງມົນ* ໝາກອິນທະຜາລຳທີ່ປັ້ນເປັນກ້ອນ ແລະໝາກລະແຊັງແຫ້ງທີ່ປັ້ນເປັນກ້ອນແນວລະກ້ອນໃຫ້ພວກອິດສະຣາເອນທຸກຄົນທັງຜູ້ຊາຍແລະຜູ້ຍິງ. ຫຼັງຈາກນັ້ນ ທຸກຄົນກໍກັບເມືອເຮືອນຂອງໂຕເອງ.
20 ເມື່ອດາວິດກັບມາຫາຄອບຄົວເພື່ອອະທິດຖານໃຫ້ພະເຈົ້າຊ່ວຍເຂົາເຈົ້າ ມີການ+ລູກສາວຂອງຊາອູນກໍມາຫາດາວິດແລະເວົ້າວ່າ: “ມື້ນີ້ຈັ່ງແມ່ນທ່ານເຮັດຂາຍໜ້າໂຕເອງຂະໜາດເນາະ. ທ່ານເປັນຮອດກະສັດຂອງອິດສະຣາເອນ ແຕ່ນຸ່ງເຄື່ອງຄືຄົນຜີບ້າແລະເຕັ້ນຕໍ່ໜ້າພວກທາດຜູ້ຍິງຂອງພວກຂ້າລາຊະການຂອງທ່ານ!”+ 21 ດາວິດຈຶ່ງເວົ້າກັບມີການວ່າ: “ຂ້ອຍສະຫຼອງໃຫ້ພະເຢໂຫວາຜູ້ທີ່ເລືອກຂ້ອຍແທນທີ່ຈະເລືອກພໍ່ເຈົ້າແລະທຸກຄົນໃນຄອບຄົວຂອງລາວ. ພະເຢໂຫວາຍັງແຕ່ງຕັ້ງຂ້ອຍໃຫ້ເປັນຜູ້ນຳພວກອິດສະຣາເອນປະຊາຊົນຂອງເພິ່ນນຳ.+ ຍ້ອນແນວນີ້ຂ້ອຍຈະສະຫຼອງໃຫ້ພະເຢໂຫວາ. 22 ຂ້ອຍຈະເຮັດໃຫ້ໂຕເອງເບິ່ງຕ່ຳຕ້ອຍກວ່ານີ້ອີກແລະບໍ່ມີຄວາມສຳຄັນຫຍັງເລີຍ ແຕ່ພວກທາດຜູ້ຍິງທີ່ເຈົ້າເວົ້າເຖິງນັ້ນຈະຍົກຍ້ອງຂ້ອຍ.” 23 ຍ້ອນແນວນີ້ ມີການ+ລູກສາວຊາອູນຈຶ່ງບໍ່ມີລູກເລີຍຈົນຮອດມື້ຕາຍ.