ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 50
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ອິດສະຣາເອນ​ເຮັດ​ຜິດ​ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ (1-​3)

      • ຜູ້​ຮັບໃຊ້​ທີ່​ເຊື່ອຟັງ​ພະ​ເຢໂຫວາ (4-​11)

        • ຖືກ​ສອນ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ແນວໃດ​ແລະ​ໃຫ້​ພ້ອມ​ທີ່​ຈະ​ຕັ້ງໃຈ​ຟັງ (4)

ເອຊາຢາ 50:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 24:1
  • +2ກສ 17:16, 17
  • +ອຊຢ 59:2; ຢຣມ 3:1

ເອຊາຢາ 50:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 35:15
  • +ອຊຢ 40:28; 59:1
  • +ອພຍ 14:21, 29; ພສ 106:9; ອຊຢ 51:10
  • +ພສ 107:33; 114:1, 3; ອຊຢ 42:15; ນຮ 1:4

ເອຊາຢາ 50:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:21

ເອຊາຢາ 50:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເພິ່ນ​ປຸກ​ຫູ​ຂ້ອຍ​ໃຫ້​ຕື່ນ​ຂຶ້ນ​ມາ​ຟັງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:11; ຢຣມ 1:9
  • +ຢຮ 7:15, 46
  • +ມທ 13:54

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 133

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 182-183

ເອຊາຢາ 50:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 40:6-8
  • +ມທ 26:39; ຟລປ 2:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 133

ເອຊາຢາ 50:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 26:67; ມຣກ 14:65; ລກ 22:63; ຢຮ 18:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 133, 172

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 146

ເອຊາຢາ 50:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ໜ້າ​ຂ້ອຍ​ເປັນ​ຄື​ກັບ​ຫີນ.” ຫີນ​ຊະນິດ​ນີ້​ແຂງ​ກວ່າ​ເຫຼັກ. ຖ້າ​ເອົາ 2 ກ້ອນ​ມາ​ຂີດ​ໃສ່​ກັນ​ມັນ​ຈະ​ເກີດ​ເປັນ​ປະ​ກາຍ​ໄຟ​ແລະ​ໃຊ້​ດັງ​ໄຟ​ໄດ້.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:8
  • +ອຊກ 3:8, 9

ເອຊາຢາ 50:8

ໄຂເງື່ອນ

  • *

    ຫຼື “ຕໍ່ສູ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:33

ເອຊາຢາ 50:10

ໄຂເງື່ອນ

  • *

    ຫຼື “ເພິ່ງ​ເພິ່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 42:1; 53:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 50:1ພບຍ 24:1
ອຊຢ. 50:12ກສ 17:16, 17
ອຊຢ. 50:1ອຊຢ 59:2; ຢຣມ 3:1
ອຊຢ. 50:2ຢຣມ 35:15
ອຊຢ. 50:2ອຊຢ 40:28; 59:1
ອຊຢ. 50:2ອພຍ 14:21, 29; ພສ 106:9; ອຊຢ 51:10
ອຊຢ. 50:2ພສ 107:33; 114:1, 3; ອຊຢ 42:15; ນຮ 1:4
ອຊຢ. 50:3ອພຍ 10:21
ອຊຢ. 50:4ອພຍ 4:11; ຢຣມ 1:9
ອຊຢ. 50:4ຢຮ 7:15, 46
ອຊຢ. 50:4ມທ 13:54
ອຊຢ. 50:5ພສ 40:6-8
ອຊຢ. 50:5ມທ 26:39; ຟລປ 2:8
ອຊຢ. 50:6ມທ 26:67; ມຣກ 14:65; ລກ 22:63; ຢຮ 18:22
ອຊຢ. 50:7ອຊຢ 49:8
ອຊຢ. 50:7ອຊກ 3:8, 9
ອຊຢ. 50:8ຣມ 8:33
ອຊຢ. 50:10ອຊຢ 42:1; 53:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 50:1-11

ເອຊາຢາ

50 ພະ​ເຢໂຫວາ​ບອກ​ວ່າ:

“ຕອນ​ທີ່​ເຮົາ​ໄລ່​ແມ່​ພວກ​ເຈົ້າ​ໜີ ເຮົາ​ໄດ້​ເຮັດ​ໃບ​ຢ່າ​ຮ້າງ+​ໃຫ້​ລາວ​ບໍ?

ເຮົາ​ຂາຍ​ພວກ​ເຈົ້າ​ເພື່ອ​ໄຊ້​ໜີ້​ໃຫ້​ເຮົາ​ບໍ?

ທີ່ຈິງ​ແລ້ວ​ພວກ​ເຈົ້າ​ຖືກ​ຂາຍ​ກໍ​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ເອງ+

ແລະ​ແມ່​ຂອງ​ພວກ​ເຈົ້າ​ຖືກ​ໄລ່​ໜີ​ກໍ​ຍ້ອນ​ຄວາມ​ຜິດ​ຂອງ​ພວກ​ເຈົ້າ​ຄື​ກັນ.+

 2 ເປັນ​ຫຍັງ​ຄື​ບໍ່​ມີ​ໃຜ​ຢູ່ ຕອນ​ທີ່​ເຮົາ​ມາ?

ເປັນ​ຫຍັງ​ຄື​ບໍ່​ມີ​ໃຜ​ຕອບ ຕອນ​ທີ່​ເຮົາ​ເອີ້ນ?+

ເຮົາ​ບໍ່​ມີ​ຄວາມ​ສາມາດ​ໄຖ່​ພວກ​ເຈົ້າ​ບໍ?

ເຮົາ​ບໍ່​ມີ​ລິດເດດ​ຫຼາຍ​ພໍ​ທີ່​ຈະ​ຊ່ວຍ​ພວກ​ເຈົ້າ​ບໍ?+

ເມື່ອ​ເຮົາ​ສັ່ງ ນ້ຳ​ທະເລ​ກໍ​ແຫ້ງ+

ແລະ​ແມ່​ນ້ຳ​ກໍ​ກາຍ​ເປັນ​ທະເລ​ຊາຍ.+

ປາ​ຢູ່​ຫັ້ນ​ກໍ​ຕາຍ​ຍ້ອນ​ບໍ່​ມີ​ນ້ຳ

ແລະ​ມັນ​ເນົ່າ​ໝົດ.

 3 ເຮົາ​ເອົາ​ຄວາມ​ມືດ​ມາ​ຫົ່ມ​ທ້ອງຟ້າ+

ແລະ​ເອົາ​ຜ້າ​ເນື້ອ​ຫຍາບ​ມາ​ປົກ​ໄວ້.”

 4 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ສອນ​ຂ້ອຍ​ໃຫ້​ຮູ້​ວ່າ​ຄວນ​ເວົ້າ​ແນວ​ໃດ+

ເພື່ອ​ຂ້ອຍ​ຈະ​ຮູ້​ໃຊ້​ຄຳເວົ້າ​ທີ່​ຖືກຕ້ອງ​ກັບ​ຄົນ​ທີ່​ທໍ້ໃຈ.+

ເພິ່ນ​ປຸກ​ຂ້ອຍ​ທຸກ​ໆ​ເຊົ້າ.

ເພິ່ນ​ເຮັດ​ໃຫ້​ຂ້ອຍ​ພ້ອມ​ທີ່​ຈະ​ຟັງ* ຄື​ກັບ​ນັກຮຽນ​ທີ່​ຕັ້ງໃຈ​ຟັງ.+

 5 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ໃຫ້​ຂ້ອຍ​ມີ​ຄວາມ​ເຂົ້າ​ໃຈ.

ຂ້ອຍ​ເຊື່ອຟັງ​ເພິ່ນ+

ແລະ​ບໍ່​ໄດ້​ເຮັດ​ຂັດ​ກັບ​ສິ່ງ​ທີ່​ເພິ່ນ​ສອນ.+

 6 ຂ້ອຍ​ຍອມ​ປິ່ນ​ຫຼັງ​ເພື່ອ​ໃຫ້​ຄົນ​ເອົາ​ໄມ້​ແສ້​ຟາດ​ຂ້ອຍ

ແລະ​ຍອມ​ປິ່ນ​ແກ້ມ​ໃຫ້​ຄົນ​ທີ່​ຈະ​ຫຼົກ​ໜວດ​ຂ້ອຍ.

ຂ້ອຍ​ບໍ່​ໄດ້​ປິ່ນ​ໜ້າ​ໜີ​ຈາກ​ຄົນ​ທີ່​ດູຖູກ​ຂ້ອຍ​ແລະ​ຖົ່ມ​ນ້ຳລາຍ​ໃສ່​ຂ້ອຍ.+

 7 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ຊ່ວຍ​ຂ້ອຍ+

ຂ້ອຍ​ຈຶ່ງ​ບໍ່​ຮູ້ສຶກ​ອາຍ

ແລະ​ຂ້ອຍ​ກໍ​ຕັ້ງໃຈ​ທີ່​ຈະ​ເປັນ​ຄົນ​ເຂັ້ມແຂງ*​ເພື່ອ​ຈະ​ຕ້ານ​ທານ​ເຂົາເຈົ້າ​ໄດ້.+

ຂ້ອຍ​ຮູ້​ວ່າ​ຂ້ອຍ​ຈະ​ບໍ່​ຕ້ອງ​ອັບອາຍ.

 8 ພະເຈົ້າ​ທີ່​ບອກ​ວ່າ​ຂ້ອຍ​ເປັນ​ຄົນ​ດີ​ບໍ່​ມີ​ບ່ອນ​ຕິ​ກໍ​ຢູ່​ໃກ້​ຂ້ອຍ.

ໃຜ​ຈະ​ກ່າວ​ຫາ*​ຂ້ອຍ​ໄດ້?+

ໃຫ້​ພວກ​ເຮົາ​ມາ​ເຈິ​ກັນ​ໂລດ.

ໃຜ​ມີ​ຄະດີ​ທີ່​ຈະ​ຟ້ອງ​ຂ້ອຍ?

ໃຫ້​ລາວ​ເຂົ້າ​ມາ​ຫາ​ຂ້ອຍ​ແມ້.

 9 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ຈະ​ຊ່ວຍ​ຂ້ອຍ.

ໃຜ​ຈະ​ເວົ້າ​ວ່າ​ຂ້ອຍ​ມີ​ຄວາມ​ຜິດ?

ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ເຄື່ອງນຸ່ງ​ທີ່​ໂດກ​ແລ້ວ

ແລະ​ຖືກ​ໂຕ​ແມງ​ກິນ.

10 ໃນ​ພວກ​ເຈົ້າ​ມີ​ໃຜ​ຢ້ານຢຳ​ພະ​ເຢໂຫວາ

ແລະ​ຟັງ​ສິ່ງ​ທີ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເວົ້າ​ບໍ?+

ມີ​ໃຜ​ເຄີຍ​ຍ່າງ​ຢູ່​ບ່ອນ​ມືດ​ໆ​ທີ່​ບໍ່​ມີ​ແສງ​ສະຫວ່າງ​ບໍ?

ໃຫ້​ລາວ​ໄວ້​ວາງໃຈ​ໃນ​ຊື່​ຂອງ​ພະ​ເຢໂຫວາ​ແລະ​ໝັ້ນ​ໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ລາວ.*

11 ພະເຈົ້າ​ເວົ້າ​ວ່າ:

“ພວກ​ເຈົ້າ​ທຸກ​ຄົນ​ທີ່​ດັງ​ໄຟ​ແລະ​ເຮັດ​ໃຫ້​ໝັດໄຟ​ຟົ້ງ​ອອກ​ມາ

ໃຫ້​ພວກ​ເຈົ້າ​ຍ່າງ​ໄປ​ຕາມ​ແສງ​ໄຟ​ນັ້ນ

ຕາມ​ໝັດໄຟ​ທີ່​ພວກ​ເຈົ້າ​ເຮັດ​ໃຫ້​ເກີດ​ຂຶ້ນ.

ພວກ​ເຈົ້າ​ຈະ​ຖືກ​ເຮົາ​ລົງໂທດ​ແນວ​ນີ້.

ພວກ​ເຈົ້າ​ຈະ​ຕ້ອງ​ນອນ​ລົງ​ຢ່າງ​ເຈັບ​ປວດ​ທໍລະມານ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌