ສຸພາສິດ
31 ນີ້ເປັນຄຳເວົ້າຂອງກະສັດເລມູເອນເຊິ່ງເປັນຄຳແນະນຳທີ່ມີຄ່າທີ່ແມ່ລາວໄດ້ໃຫ້ກັບລາວ.+
2 ລູກເອີ້ຍ ລູກທີ່ເກີດມາຈາກທ້ອງແມ່
ລູກທີ່ເປັນຜົນຈາກຄຳສາບານຂອງແມ່
ແມ່ຈະສອນຫຍັງເຈົ້າດີ?+
3 ຢ່າໃຫ້ເຫື່ອແຮງຂອງເຈົ້າໝົດໄປຍ້ອນພວກຜູ້ຍິງ.+
ຢ່າໄປຕາມທາງທີ່ເຮັດໃຫ້ພວກກະສັດຖືກທຳລາຍ.+
4 ເລມູເອນເອີ້ຍ ມັນບໍ່ເໝາະສົມສຳລັບກະສັດ.
ມັນບໍ່ເໝາະສົມທີ່ກະສັດຈະກິນເຫຼົ້າແວງ
ແລະບໍ່ເໝາະສົມທີ່ຜູ້ປົກຄອງຈະເວົ້າວ່າ: “ເຫຼົ້າຂອງຂ້ອຍຢູ່ໃສ?”+
5 ເພື່ອເຂົາເຈົ້າຈະບໍ່ໄດ້ດື່ມແລະລືມກົດໝາຍ
ແລ້ວບໍ່ໃຫ້ສິດທີ່ຄົນຕ່ຳຕ້ອຍສົມຄວນໄດ້ຮັບ.
7 ໃຫ້ເຂົາເຈົ້າກິນເພື່ອຈະລືມຄວາມທຸກຂອງໂຕເອງ.
ໃຫ້ເຂົາເຈົ້າກິນເພື່ອຈະບໍ່ຄິດເຖິງຄວາມລຳບາກຂອງໂຕເອງອີກ.
8 ໃຫ້ເວົ້າແທນຄົນທີ່ບໍ່ຮູ້ຈະເວົ້າຫຍັງ.
ໃຫ້ປົກປ້ອງສິດຂອງທຸກຄົນທີ່ກຳລັງຈະຕາຍ.+
א [ອາເລບ]*
10 ໃຜຈະຫາເມຍທີ່ມີຄວາມສາມາດ*ໄດ້?+
ລາວມີຄ່າຫຼາຍກວ່າປະກາລັງ.*
ב [ເບດ]
11 ຜົວຂອງລາວໄວ້ໃຈລາວສຸດຫົວໃຈ
ແລະຜົວກໍບໍ່ຂາດເຂີນສິ່ງໃດເລີຍ.
ג [ກີເມວ]
12 ຕະຫຼອດຊີວິດຂອງລາວ
ລາວເຮັດແຕ່ສິ່ງດີໆໃຫ້ຜົວແລະບໍ່ເຄີຍເຮັດສິ່ງທີ່ບໍ່ດີ.
ד [ດາເລດ]
ה [ເຮ]
14 ລາວເປັນຄືກັບເຮືອຂອງພໍ່ຄ້າ+
ທີ່ຂົນອາຫານມາຈາກບ່ອນໄກໆ.
ו [ວາວ]
ז [ຊາຢິນ]
16 ລາວເລືອກທົ່ງນາດີໆແລະຊື້ໄວ້.
ລາວລົງມືເຮັດສວນໝາກລະແຊັງດ້ວຍໂຕເອງ.
ח [ເຮດ]
17 ລາວກຽມໂຕໃຫ້ພ້ອມເພື່ອເຮັດວຽກໜັກ.+
ລາວໃຊ້ແຂນເຮັດວຽກຢ່າງເຕັມທີ.
ט [ເທດ]
18 ລາວຄ້າຂາຍໃຫ້ໄດ້ກຳໄລ.
ລາວເຮັດວຽກຈົນເດິກ.*
י [ໂຢດ]
19 ລາວເອົາມືຈັບໄມ້ກໍ້ດ້າຍ
ແລະຈັບເຄື່ອງເຂັນຝ້າຍໄວ້.+
כ [ຄາບ]
20 ລາວຊ່ວຍເຫຼືອຄົນຕ່ຳຕ້ອຍ
ແລະເອື້ອເຟື້ອຄົນທຸກ.+
ל [ລາເມດ]
21 ຕອນທີ່ມີຫິມະຕົກ ລາວບໍ່ກັງວົນກ່ຽວກັບຄົນໃນຄອບຄົວຂອງລາວ
ຍ້ອນທຸກຄົນໃນຄອບຄົວຂອງລາວມີເຄື່ອງນຸ່ງທີ່ອຸ່ນໆ*ໃສ່.
מ [ເມັມ]
22 ລາວເຮັດຜ້າປູບ່ອນນອນເອງ.
ເຄື່ອງນຸ່ງຂອງລາວເຮັດຈາກຜ້າລີນິນແລະດ້າຍຂົນແກະທີ່ຍ້ອມສີມ່ວງ.
נ [ນູນ]
23 ຢູ່ປະຕູເມືອງ ຜົວຂອງລາວເປັນຄົນທີ່ແມ່ນໃຜກໍຮູ້ຈັກດີ.+
ຜົວຂອງລາວນັ່ງຢູ່ຫັ້ນກັບພວກຜູ້ນຳຂອງແຜ່ນດິນ.
ס [ຊາເມກ]
24 ລາວເອົາຜ້າລີນິນມາເຮັດເຄື່ອງນຸ່ງຂາຍ
ແລະລາວຂາຍສາຍແອວໃຫ້ພວກພໍ່ຄ້າ.
ע [ອາຢິນ]
25 ລາວເປັນຄົນກ້າຫານແລະໄດ້ຮັບຄວາມນັບຖືຈາກຄົນອື່ນ
ແລະລາວເບິ່ງອະນາຄົດດ້ວຍຄວາມໝັ້ນໃຈ.
פ [ເພ]
צ [ຊາເດ]
ק [ໂຄບ]
28 ລູກຂອງລາວລຸກຂຶ້ນແລະຍົກຍ້ອງລາວ.
ຜົວຂອງລາວກໍລຸກຂຶ້ນແລະຊົມເຊີຍລາວ.
ר [ເຣດ]
29 ຜູ້ຍິງທີ່ມີຄວາມສາມາດມີຫຼາຍຄົນ
ແຕ່ເຈົ້າດີກວ່າທຸກຄົນ.
ש [ຊິນ]
ת [ເທົາ]