ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ກາອິນ​ກັບ​ອາເບັນ (1-16)

      • ລູກຫຼານ​ຂອງ​ກາອິນ (17-24)

      • ເຊດ​ກັບ​ເອໂນດ​ລູກ​ຊາຍ​ຂອງ​ລາວ (25, 26)

ປະຖົມມະການ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:28
  • +1ຢຮ 3:10-12; ຢດ 11

ປະຖົມມະການ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 23:35

ປະຖົມມະການ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:12
  • +ຮຣ 11:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/5/2015, ໜ້າ 16

ປະຖົມມະການ 4:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ບົດຄວາມຈາກ “ຕື່ນເຖີດ!” ປີ 2011 ພາສາອັງກິດ

    ໜ້າ 24

ປະຖົມມະການ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 23:35; 1ຢຮ 3:10-12; ຢດ 11

ປະຖົມມະການ 4:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:24

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 74-75

ປະຖົມມະການ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:5

ປະຖົມມະການ 4:16

ໄຂເງື່ອນ

  • *

    ແປ​ວ່າ “ແຜ່ນດິນ​ຂອງ​ຄົນ​ທີ່​ຫຼົບ​ໜີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:8

ປະຖົມມະການ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 5:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 5

ປະຖົມມະການ 4:22

ໄຂເງື່ອນ

  • *

    ບໍ່​ຮູ້​ແນ່ນອນ​ວ່າ​ນາອາມາ​ເປັນ​ເອື້ອຍ​ຫຼື​ນ້ອງ​ຂອງ​ຕູບານກາອິນ

ປະຖົມມະການ 4:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:15

ປະຖົມມະການ 4:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 5:3; 1ຂຄ 1:1
  • +ປຖກ 4:8; ມທ 23:35; ຮຣ 11:4

ປະຖົມມະການ 4:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 5:6; ລກ 3:23, 38

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 4:1ປຖກ 1:28
ປຖກ. 4:11ຢຮ 3:10-12; ຢດ 11
ປຖກ. 4:2ມທ 23:35
ປຖກ. 4:4ອພຍ 13:12
ປຖກ. 4:4ຮຣ 11:4
ປຖກ. 4:8ມທ 23:35; 1ຢຮ 3:10-12; ຢດ 11
ປຖກ. 4:10ຮຣ 12:24
ປຖກ. 4:11ປຖກ 9:5
ປຖກ. 4:16ປຖກ 2:8
ປຖກ. 4:17ປຖກ 5:4
ປຖກ. 4:24ປຖກ 4:15
ປຖກ. 4:25ປຖກ 5:3; 1ຂຄ 1:1
ປຖກ. 4:25ປຖກ 4:8; ມທ 23:35; ຮຣ 11:4
ປຖກ. 4:26ປຖກ 5:6; ລກ 3:23, 38
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 4:1-26

ປະຖົມມະການ

4 ອາດາມ​ນອນ​ນຳ​ເອວາ​ເມຍ​ຂອງ​ລາວ ແລ້ວ​ເອວາ​ກໍ​ຖື​ພາ.+ ຕໍ່ມາ ລາວ​ກໍ​ເກີດ​ລູກ​ຊາຍ​ແລະຕັ້ງ​ຊື່ວ່າ​ກາອິນ.+ ເອວາ​ເວົ້າ​ວ່າ: “ຂ້ອຍ​ໄດ້​ລູກ​ຊາຍ​ຄົນ​ນີ້​ຍ້ອນ​ພະ​ເຢໂຫວາ​ຊ່ວຍ.” 2 ຕໍ່ມາ ລາວ​ກໍ​ເກີດ​ລູກ​ຊາຍ​ອີກ​ຄົນ​ໜຶ່ງ​ຊື່​ອາເບັນ.+

ອາເບັນ​ເປັນ​ຄົນ​ລ້ຽງ​ແກະ ສ່ວນ​ກາອິນ​ເປັນ​ຄົນ​ເຮັດ​ໄຮ່​ເຮັດ​ສວນ. 3 ມີ​ມື້​ໜຶ່ງ​ ກາອິນ​ໄດ້​ເອົາຜົນລະປູກ​ຈາກສວນ​ມາ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ 4 ແຕ່​ອາເບັນ​ໄດ້​ເອົາ​ແກະ​ນ້ອຍ​ໂຕ​ທຳອິດຈຳນວນ​ໜຶ່ງ+ລວມ​ທັງ​ນ້ຳ​ມັນ​ຂອງ​ພວກ​ມັນ​ມາ​ເປັນ​ເຄື່ອງບູຊາ. ພະ​ເຢໂຫວາພໍ​ໃຈ​ອາເບັນ​ແລະ​ເຄື່ອງ​ບູຊາ​ຂອງ​ລາວ+ 5 ແຕ່​ເພິ່ນ​ບໍ່​ພໍ​ໃຈ​ກາອິນ​ແລະ​ເຄື່ອງ​ບູຊາ​ຂອງ​ລາວ. ເມື່ອ​ເປັນ​ແນວ​ນັ້ນ​ກາອິນ​ກໍ​ໃຈ​ຮ້າຍ​ແລະຄຽດ​ແຮງ. 6 ພະ​ເຢໂຫວາ​ເລີຍ​ຖາມ​ກາອິນ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໃຈ​ຮ້າຍ​ແລະ​ຄຽດ​ຫຼາຍ​ແທ້? 7 ຖ້າ​ເຈົ້າ​ປ່ຽນ​ແປງ​ໂຕ​ເອງ​ແລະ​ເຮັດ​ດີ ເຮົາ​ຈະ​ພໍ​ໃຈ​ເຈົ້າ​ຄື​ກັນ. ແຕ່​ຖ້າ​ເຈົ້າ​ບໍ່​ປ່ຽນ​ແປງ​ໂຕ​ເອງ​ແລະ​ຍັງ​ເຮັດ​ຊົ່ວ​ຢູ່ ບາບ​ກໍ​ຈອບ​ຊິ​ຄຸບ​ເຈົ້າ​ຢູ່​ປະຕູ ແລະ​ມັນ​ຈະ​ຄວບຄຸມ​ເຈົ້າ. ເຈົ້າ​ຄວນ​ເອົາ​ຊະນະ​ມັນ​ໃຫ້​ໄດ້​ບໍ່​ແມ່ນ​ບໍ?”

8 ຫຼັງ​ຈາກ​ນັ້ນ ກາອິນ​ກໍ​ຊວນ​ອາເບັນວ່າ: “ເຮົາ​ໄປ​ຫຼິ້ນ​ຢູ່​ທົ່ງ​ນຳ​ກັນ​ເນາະ.” ເມື່ອ​ເຂົາເຈົ້າ​ຢູ່​ນຳ​ກັນ​ 2 ຄົນ ກາອິນ​ກໍ​ຕີ​ແລະ​ຂ້າ​ອາເບັນ.+ 9 ຕໍ່ມາ​ພະ​ເຢໂຫວາ​ຖາມ​ກາອິນ​ວ່າ: “ນ້ອງ​ເຈົ້າ​ຢູ່​ໃສ?” ກາອິນ​ກໍ​ຕອບ​ວ່າ: “ລູກ​ບໍ່​ຮູ້. ລູກ​ເປັນ​ຜູ້​ເບິ່ງ​ແຍງ​ນ້ອງ​ບໍ?” 10 ພະເຈົ້າ​ເລີຍ​ຖາມ​ວ່າ: “ເຈົ້າ​ເຮັດ​ຫຍັງ​ລົງ​ໄປ? ຟັງ​ແມ້! ເບິ່ງ​ຄື​ວ່າ​ເລືອດ​ຂອງ​ນ້ອງ​ຊາຍ​ເຈົ້າ​ທີ່​ໄຫຼ​ລົງ​ດິນ​ກຳລັງ​ຮ້ອງ​ຫາ​ຄວາມຍຸຕິທຳ​ຈາກ​ເຮົາ.+ 11 ເຈົ້າ​ຈະ​ຖືກສາບ​ແຊ່ງແລະ​ຖືກ​ໄລ່​ໜີ​ຈາກ​ບ່ອນ​ທີ່​ເຈົ້າ​ຂ້າ​ນ້ອງ. ຍ້ອນ​ເຈົ້າ​ເຮັດ​ໃຫ້​ເລືອດ​ຂອງ​ນ້ອງ​ໄຫຼ​ລົງ​ບ່ອນ​ນັ້ນ.+ 12 ເມື່ອ​ເຮັດ​ໄຮ່​ເຮັດ​ສວນ ເຈົ້າ​ຈະ​ບໍ່​ໄດ້​ຮັບ​ຜົນ​ດີ. ເຈົ້າ​ຈະ​ບໍ່​ມີ​ບ່ອນ​ຢູ່​ແລະຕ້ອງ​ຫຼົບ​ໜີໄປ​ເລື້ອຍ​ໆ​.” 13 ກາອິນ​ບອກ​ພະ​ເຢໂຫວາ​ວ່າ: “ໂທດ​ຂອງ​ລູກ​ມັນ​ໜັກ​ຫຼາຍ. ລູກ​ແບກ​ບໍ່​ໄຫວ. 14 ມື້​ນີ້​ລູກ​ຖືກ​ໄລ່​ອອກ​ຈາກ​ບ່ອນ​ນີ້​ແລ້ວ ລູກ​ຕ້ອງ​ໜີ​ໃຫ້​ພົ້ນ​ຈາກ​ພະອົງ. ລູກ​ຕ້ອງ​ເປັນ​ຄົນ​ບໍ່​ມີ​ບ່ອນ​ຢູ່​ແລະ​ຕ້ອງ​ໜີ​ໄປ​ເລື້ອຍ​ໆ​. ຖ້າ​ມີ​ຄົນ​ເຫັນ​ລູກ ລູກ​ກໍ​ຈະຖືກ​ຂ້າ​ແທ້​ໆ​.” 15 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ເປັນ​ຈັ່ງ​ຊັ້ນ ຄັນ​ຜູ້​ໃດ​ຂ້າ​ກາອິນ ຜູ້​ນັ້ນ​ຈະ​ມີ​ໂທດ 7 ເທົ່າ.”

ພະ​ເຢໂຫວາ​ຈຶ່ງ​ເຮັດ​ເຄື່ອງ​ໝາຍ​ໃຫ້​ກາອິນ ຖ້າ​ໃຜເຫັນ​ລາວ​ກໍ​ຈະບໍ່​ໄດ້​ຂ້າ​ລາວ. 16 ກາອິນ​ຈຶ່ງ​ໄປຈາກ​ພະ​ເຢໂຫວາ ແລ້ວ​ໄປ​ຢູ່​ໃນ​ແຜ່ນດິນໂນດ*ເຊິ່ງ​ຢູ່ທາງ​ທິດ​ຕາເວັນ​ອອກຂອງ​ສວນ​ເອເດັນ.+

17 ຕໍ່ມາ ກາອິນ​ໄດ້​ນອນ​ນຳ​ເມຍ​ຂອງ​ລາວ+ ແລ້ວ​ເມຍ​ຂອງ​ລາວ​ກໍ​ຖື​ພາ ແລະ​ເກີດ​ລູກ​ຊາຍ​ຊື່​ເອໂນກ. ກາອິນ​ໄດ້​ສ້າງ​ເມືອງ​ໜຶ່ງ​ຂຶ້ນ​ແລະ​ຕັ້ງ​ຊື່​ໃຫ້​ເມືອງ​ນັ້ນ​ຕາມ​ຊື່​ລູກ​ວ່າ​ເອໂນກ. 18 ເອໂນກ​ມີ​ລູກ​ຊາຍ​ຊື່​ອີຣາດ​ ອີຣາດ​ມີ​ລູກ​ຊາຍ​ຊື່​ເມຮູຢາເອນ ເມຮູຢາເອນ​ມີ​ລູກ​ຊາຍ​ຊື່​ເມທູຊາເອນ ແລະ​ເມທູຊາເອນ​ມີ​ລູກ​ຊາຍ​ຊື່​ລາເມັກ.

19 ລາເມັກ​ມີ​ເມຍ 2 ຄົນ. ເມຍ​ຜູ້​ທຳອິດ​ຊື່​ອາດາ ແລະ​ເມຍ​ຜູ້​ທີ 2 ຊື່​ຊິນລາ. 20 ອາດາ​ມີ​ລູກ​ຊາຍ​ຊື່​ຢາ​ບານ. ຢາ​ບານ​ເປັນ​ຜູ້​ທຳອິດ​ທີ່​ອາໄສ​ຢູ່​ໃນ​ເຕັ້ນ​ແລະ​ລ້ຽງ​ສັດ. 21 ຢາ​ບານ​ມີ​ນ້ອງ​ຊາຍ​ຊື່​ຢູບານ​. ຢູບານ​ເປັນ​ຜູ້​ທຳອິດ​ທີ່​ຫຼິ້ນ​ພິນ​ແລະ​ເປົ່າ​ຂຸ່ຍ. 22 ສ່ວນ​ຊິນລາ​ກໍ​ມີ​ລູກ​ຊາຍ​ຊື່​ຕູບານກາອິນ. ຕູບານກາອິນ​ເປັນ​ຊ່າງ​ທີ່​ເຮັດ​ເຄື່ອງ​ມື​ຈາກ​ທອງແດງ​ແລະ​ເຫຼັກ. ລາວ​ມີ​ເອື້ອຍ​ຊື່ນາອາມາ.* 23 ລາເມັກ​ເວົ້າ​ກັບ​ອາດາ​ແລະ​ຊິນລາ​ເມຍ​ຂອງ​ລາວ ອອກ​ມາ​ເປັນ​ກອນ​ວ່າ:

“ເມຍ​ຂອງ​ລາເມັກ​ເອີ້ຍ​ ຟັງ​ຂ້ອຍ​ເດີ້

ຂ້ອຍ​ຈະ​ເວົ້າ​ໃຫ້​ພວກ​ເຈົ້າ​ຟັງ

ຂ້ອຍ​ໄດ້​ຂ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ທຳ​ຮ້າຍ​ຂ້ອຍ

ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຕີ​ຂ້ອຍ

24 ຖ້າ​ຄົນ​ທີ່​ຂ້າ​ກາອິນ​ໄດ້​ຮັບ​ໂທດ 7 ເທົ່າ+

ຄົນ​ທີ່​ຂ້າ​ລາເມັກ​ຈະ​ໄດ້​ຮັບ​ໂທດ​ເຖິງ 77 ເທົ່າ.”

25 ອາດາມ​ນອນ​ນຳ​ເມຍ​ອີກ​ແລະ​ກໍ​ໄດ້​ລູກ​ຊາຍ. ເມຍ​ຕັ້ງ​ຊື່​ໃຫ້​ລູກ​ຊາຍ​ວ່າ​ເຊດ+ ເພາະ​ລາວ​ໄດ້​ເວົ້າ​ວ່າ: “ພະເຈົ້າ​ໄດ້​ໃຫ້​ລູກ​ຊາຍ​ຄົນ​ນີ້​ກັບ​ຂ້ອຍ​ມາ​ແທນ​ອາເບັນ ຍ້ອນ​ກາອິນ​ຂ້າ​ລາວ.”+ 26 ເຊດ​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ເຊິ່ງ​ລາວ​ໄດ້​ຕັ້ງ​ຊື່​ໃຫ້​ວ່າ​ເອໂນດ.+ ຕັ້ງ​ແຕ່​ນັ້ນ​ມາ​ຄົນ​ກໍ​ເລີ່ມ​ຮ້ອງ​ຊື່​ພະເຢໂຫວາ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌