ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 15
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ພະ​ເຢໂຫວາ​ຈະ​ບໍ່​ປ່ຽນ​ການ​ຕັດສິນ​ຂອງ​ເພິ່ນ (1-9)

      • ເຢເຣມີຢາ​ຈົ່ມ​ໃຫ້​ພະເຈົ້າ​ຟັງ (10)

      • ພະ​ເຢໂຫວາ​ຕອບ (11-14)

      • ຄຳ​ອະທິດຖານ​ຂອງ​ເຢເຣມີຢາ (15-18)

        • ກິນ​ຄຳ​ເວົ້າ​ຂອງ​ພະເຈົ້າ​ແລ້ວ​ມີ​ຄວາມ​ສຸກ (16)

      • ພະ​ເຢໂຫວາ​ເຮັດ​ໃຫ້​ເຢເຣມີຢາ​ເຂັ້ມແຂງ (19-21)

ເຢເຣມີຢາ 15:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:11; 1ຊມ 7:9; ພສ 99:6; 106:23

ເຢເຣມີຢາ 15:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:2
  • +ອຊກ 12:11

ເຢເຣມີຢາ 15:3

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ການ​ຕັດສິນ 4 ຢ່າງ.” ແປ​ຕາມ​ໂຕ​ວ່າ “4 ຄອບຄົວ.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 14:21
  • +ພບຍ 28:26; ຢຣມ 7:33

ເຢເຣມີຢາ 15:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 25; ຢຣມ 24:9; ອຊກ 23:46
  • +2ກສ 21:11; 23:26; 24:3, 4

ເຢເຣມີຢາ 15:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 2:13
  • +ອຊຢ 1:4
  • +ຊຟຢ 1:4

ເຢເຣມີຢາ 15:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮົາ​ຈະ​ຝັດ​ເຂົາເຈົ້າ​ດ້ວຍ​ສ້ອມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:15, 18; ຢຣມ 9:21; ອຊກ 24:21
  • +ຢຣມ 5:3

ເຢເຣມີຢາ 15:9

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ດວງ​ຕາເວັນ​ອັບອາຍ​ແລະ​ຂາຍ​ໜ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 44:27; ອຊກ 5:12

ເຢເຣມີຢາ 15:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:14

ເຢເຣມີຢາ 15:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:5

ເຢເຣມີຢາ 15:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:38; ຢຣມ 16:13
  • +ພບຍ 32:22; ອຊຢ 42:24, 25; ຢຣມ 17:4

ເຢເຣມີຢາ 15:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂໍ​ພະອົງ​ຢ່າ​ເອົາ​ລູກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 11:20; 12:3; 17:18; 37:15
  • +ພສ 69:7

ເຢເຣມີຢາ 15:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:1-3; ພນມ 10:9, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 47

    ຫໍສັງເກດການ (ສຶກສາ)

    5/2017, ໜ້າ 18

ເຢເຣມີຢາ 15:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 1:1
  • +ຢຣມ 20:8

ເຢເຣມີຢາ 15:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:18; ອຊກ 3:9
  • +ຢຣມ 20:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 15:1ອພຍ 32:11; 1ຊມ 7:9; ພສ 99:6; 106:23
ຢຣມ. 15:2ອຊກ 5:2
ຢຣມ. 15:2ອຊກ 12:11
ຢຣມ. 15:3ອຊກ 14:21
ຢຣມ. 15:3ພບຍ 28:26; ຢຣມ 7:33
ຢຣມ. 15:4ພບຍ 28:15, 25; ຢຣມ 24:9; ອຊກ 23:46
ຢຣມ. 15:42ກສ 21:11; 23:26; 24:3, 4
ຢຣມ. 15:6ຢຣມ 2:13
ຢຣມ. 15:6ອຊຢ 1:4
ຢຣມ. 15:6ຊຟຢ 1:4
ຢຣມ. 15:7ພບຍ 28:15, 18; ຢຣມ 9:21; ອຊກ 24:21
ຢຣມ. 15:7ຢຣມ 5:3
ຢຣມ. 15:9ຢຣມ 44:27; ອຊກ 5:12
ຢຣມ. 15:10ຢຣມ 20:14
ຢຣມ. 15:13ຢຣມ 20:5
ຢຣມ. 15:14ລລວ 26:38; ຢຣມ 16:13
ຢຣມ. 15:14ພບຍ 32:22; ອຊຢ 42:24, 25; ຢຣມ 17:4
ຢຣມ. 15:15ຢຣມ 11:20; 12:3; 17:18; 37:15
ຢຣມ. 15:15ພສ 69:7
ຢຣມ. 15:16ອຊກ 3:1-3; ພນມ 10:9, 10
ຢຣມ. 15:17ພສ 1:1
ຢຣມ. 15:17ຢຣມ 20:8
ຢຣມ. 15:20ຢຣມ 1:18; ອຊກ 3:9
ຢຣມ. 15:20ຢຣມ 20:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 15:1-21

ເຢເຣມີຢາ

15 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຖິງ​ວ່າ​ໂມເຊ​ກັບ​ຊາມູເອນ​ຈະ​ມາ​ຢືນ​ຢູ່​ຕໍ່​ໜ້າ​ເຮົາ+ ຈັ່ງ​ໃດ​ເຮົາ​ກໍ​ຈະ​ບໍ່​ອີ່ຕົນ​ຄົນ​ຊາດ​ນີ້​ດອກ. ໄລ່​ເຂົາ​ເຈົ້າ​ໜີ​ໄປ​ຈາກ​ເຮົາ. ໃຫ້​ເຂົາ​ເຈົ້າ​ໄປ​ສະ! 2 ຖ້າ​ເຂົາ​ເຈົ້າ​ຖາມ​ເຈົ້າ​ວ່າ ‘ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ພວກ​ເຮົາ?’ ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ບອກ​ວ່າ

“ບາງ​ຄົນ​ຈະ​ຕາຍ​ຍ້ອນ​ພະຍາດ

ບາງ​ຄົນ​ຈະ​ຕາຍ​ຍ້ອນ​ດາບ+

ບາງ​ຄົນ​ຈະ​ຕາຍ​ຍ້ອນ​ຄວາມ​ອຶດຢາກ

ແລະ​ບາງ​ຄົນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.”’+

3 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ເຈິ​ຄວາມ​ຈິບຫາຍ 4 ຢ່າງ*+​ຄື: ຖືກ​ຂ້າ​ດ້ວຍ​ດາບ ຖືກ​ໝາ​ລາກ​ສົບ​ໄປ ແລະ​ຖືກ​ນົກ​ຢູ່​ເທິງ​ຟ້າ​ກັບ​ສັດ​ປ່າ​ກັດ​ກິນ​ແລະ​ທຳລາຍ.+ 4 ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ໃນ​ໂລກ​ຢ້ານ​ຫຼາຍ​ເມື່ອ​ເຫັນ​ເຂົາ​ເຈົ້າ.+ ເຮົາ​ຈະ​ເຮັດ​ແນວ​ນີ້ ຍ້ອນ​ສິ່ງ​ທີ່​ມານາເຊ​ລູກ​ຊາຍ​ຂອງ​ເຮເຊກີຢາ​ກະສັດ​ຂອງ​ຢູດາ​ໄດ້​ເຮັດ​ໃນ​ເຢຣູຊາເລັມ.+

 5 ເຢຣູຊາເລັມ​ເອີ້ຍ ໃຜ​ຈະ​ອີ່ຕົນ​ເຈົ້າ?

ໃຜ​ຈະ​ເຫັນ​ອົກ​ເຫັນ​ໃຈ​ເຈົ້າ?

ແລະ​ໃຜ​ຈະ​ຢຸດ​ເພື່ອ​ຖາມ​ເຈົ້າ​ວ່າ​ເຈົ້າ​ເປັນ​ແນວ​ໃດ?’

 6 ພະ​ເຢໂຫວາ​ເວົ້າ​ວ່າ ‘ເຈົ້າ​ໄດ້​ຖິ້ມ​ເຮົາ.+

ເຈົ້າ​ປິ່ນ​ຫຼັງ​ໃຫ້​ເຮົາ​ແລະ​ຍ່າງ​ໄປ​ຈາກ​ເຮົາ.+

ດັ່ງ​ນັ້ນ ເຮົາ​ຈະ​ລົງໂທດ​ເຈົ້າ​ແລະ​ທຳລາຍ​ເຈົ້າ.+

ເຮົາ​ເບື່ອ​ທີ່​ຈະ​ອີ່ຕົນ​ເຈົ້າ​ແລ້ວ.

 7 ຢູ່​ປະຕູ​ເມືອງ​ຕ່າງ​ໆ​ຂອງ​ແຜ່ນດິນ ເຮົາ​ຈະ​ຝັດ​ເຂົາ​ເຈົ້າ​ຄື​ກັບ​ຝັດ​ເຂົ້າ ແລະ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຄື​ກັບ​ຂີ້ແກບ.*

ເຮົາ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສູນ​ເສຍ​ລູກ.+

ເຮົາ​ຈະ​ທຳລາຍ​ປະຊາຊົນ​ຂອງ​ເຮົາ

ຍ້ອນ​ເຂົາ​ເຈົ້າ​ບໍ່​ຍອມ​ກັບໃຈ.+

 8 ຈະ​ມີ​ແມ່​ໝ້າຍ​ຢູ່​ໃນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ​ເພີ່ມ​ຂຶ້ນ​ຫຼາຍ ຫຼາຍ​ກວ່າ​ເມັດ​ດິນ​ຊາຍ​ຢູ່​ທະເລ.

ເຮົາ​ຈະ​ພາ​ຜູ້​ທຳລາຍ​ມາ​ຕໍ່ສູ້​ເຂົາ​ເຈົ້າ​ໃນ​ຕອນ​ກາງ​ເວັນ ມາ​ຕໍ່ສູ້​ທັງ​ແມ່​ແລະ​ທັງ​ຄົນ​ໜຸ່ມ​ຂອງ​ເຂົາ​ເຈົ້າ.

ເຮົາ​ຈະ​ເອົາ​ຄວາມ​ວຸ່ນວາຍ​ແລະ​ຄວາມ​ຢ້ານ​ມາ​ໃຫ້​ເຂົາ​ເຈົ້າ​ແບບ​ກະທັນຫັນ.

 9 ຜູ້​ຍິງ​ທີ່​ມີ​ລູກ 7 ຄົນ​ເປັນ​ລົມ​ໄປ​ແລ້ວ.

ລາວ​ຫາຍ​ໃຈ​ຝືດ.

ລາວ​ຢູ່​ໃນ​ຄວາມ​ມືດ​ທັງ​ໆ​ທີ່​ຍັງ​ເປັນ​ຕອນ​ກາງ​ເວັນ​ຢູ່

ເຊິ່ງ​ເຮັດ​ໃຫ້​ລາວ​ອັບອາຍ​ແລະ​ຂາຍ​ໜ້າ.*

ສ່ວນ​ຄົນ​ຂອງ​ເຂົາ​ເຈົ້າ​ທີ່​ຍັງ​ເຫຼືອ​ໜ້ອຍ​ດຽວ

ເຮົາ​ຈະ​ໃຫ້​ສັດຕູ​ເອົາ​ດາບ​ຂ້າ​ເຂົາ​ເຈົ້າ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”+

10 ແມ່​ເອີ້ຍ ລູກ​ຕ້ອງ​ຕາຍ​ຄັກ​ໆ​ຍ້ອນ​ແມ່​ເກີດ​ລູກ​ມາ.+

ປະຊາຊົນ​ທັງໝົດ​ໃນ​ແຜ່ນດິນ​ໄດ້​ຜິດ​ຖຽງ​ກັບ​ລູກ​ແລະ​ຕໍ່ສູ້​ລູກ.

ລູກ​ບໍ່​ເຄີຍ​ໃຫ້​ເຂົາ​ເຈົ້າ​ຢືມ​ຫຼື​ໄປ​ຢືມ​ເຂົາ​ເຈົ້າ​ເລີຍ

ແຕ່​ເຂົາ​ເຈົ້າ​ທຸກ​ຄົນ​ພັດ​ມາ​ສາບແຊ່ງ​ລູກ.

11 ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ເຮັດ​ດີ​ກັບ​ເຈົ້າ​ແນ່ນອນ.

ເຮົາ​ຈະ​ຊ່ວຍ​ເຈົ້າ​ໃນ​ຕອນ​ທີ່​ເຈົ້າ​ເຈິ​ຄວາມ​ຈິບຫາຍ

ແລະ​ໃນ​ເວລາ​ທີ່​ເຈົ້າ​ເຈິ​ຄວາມ​ລຳບາກ​ຍ້ອນ​ສັດຕູ.

12 ໃຜ​ຈະ​ຫັກ​ເຫຼັກ​ທີ່​ມາ​ຈາກ​ທາງ​ເໜືອ

ແລະ​ຫັກ​ທອງແດງ​ເປັນ​ທ່ອນ​ໆ​ໄດ້?

13 ເຮົາ​ຈະ​ປ່ອຍ​ໃຫ້​ຊັບ​ພະຍາກອນ​ແລະ​ຊັບ​ສົມບັດ​ຂອງ​ເຈົ້າ​ຖືກ​ປຸ້ນ.+

ສັດຕູ​ຂອງ​ເຈົ້າ​ຈະ​ຍຶດ​ເອົາ​ສິ່ງ​ເຫຼົ່າ​ນັ້ນ​ໄປ​ລ້າ​ໆ​ ຍ້ອນ​ມັນ​ເປັນ​ການ​ລົງໂທດ​ສຳລັບ​ຄວາມ​ຜິດ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ​ທົ່ວ​ແຜ່ນດິນ​ຂອງ​ເຈົ້າ.

14 ເຮົາ​ຈະ​ເອົາ​ພວກ​ມັນ​ໃຫ້​ສັດຕູ​ຂອງ​ເຈົ້າ.

ເຂົາ​ເຈົ້າ​ຈະ​ເອົາ​ພວກ​ມັນ​ໄປ​ໃນ​ແຜ່ນດິນ​ທີ່​ເຈົ້າ​ບໍ່​ຮູ້​ຈັກ+

ຍ້ອນ​ຄວາມ​ໃຈ​ຮ້າຍ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ເກີດ​ໄຟ​ໄໝ້

ແລະ​ມັນ​ກຳລັງ​ໄໝ້​ເຈົ້າ​ຢູ່.”+

15 ພະ​ເຢໂຫວາ​ເອີ້ຍ ພະອົງ​ກໍ​ຮູ້​ວ່າ​ລູກ​ທຸກ​ລຳບາກ​ສ່ຳ​ໃດ

ຂໍ​ພະອົງ​ຄິດ​ເຖິງ​ລູກ​ແລະ​ສົນໃຈ​ລູກ.

ຂໍ​ພະອົງ​ແກ້ແຄ້ນ​ຄົນ​ທີ່​ຂົ່ມເຫງ​ລູກ.+

ຂໍ​ພະອົງ​ຢ່າ​ປ່ອຍ​ໃຫ້​ລູກ​ຕາຍ*​ຍ້ອນ​ພະອົງ​ບໍ່​ໃຈ​ຮ້າຍ​ງ່າຍ.

ພະອົງ​ກໍ​ຮູ້​ວ່າ​ລູກ​ຍອມ​ໃຫ້​ຄົນ​ອື່ນ​ດູຖູກ​ຍ້ອນ​ເຫັນ​ແກ່​ພະອົງ.+

16 ພະ​ເຢໂຫວາ​ພະເຈົ້າ​ຜູ້ບັນຊາການ​ກອງທັບ​ເອີ້ຍ ເມື່ອ​ລູກ​ໄດ້​ຮັບ​ຄຳ​ເວົ້າ​ຂອງ​ພະອົງ ລູກ​ກໍ​ກິນ​ຄຳ​ເວົ້າ​ນັ້ນ​ຄື​ກັບ​ກິນ​ອາຫານ.+

ຄຳ​ເວົ້າ​ຂອງ​ພະອົງ​ເຮັດ​ໃຫ້​ລູກ​ມີ​ຄວາມ​ຍິນດີ​ແລະ​ມີ​ຄວາມ​ສຸກ​ໃນ​ໃຈ

ຍ້ອນ​ລູກ​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ພະອົງ.

17 ລູກ​ບໍ່​ໄດ້​ນັ່ງ​ກັບ​ຄົນ​ທີ່​ມັກ​ມ່ວນ​ແລະ​ມັກ​ເວົ້າ​ຕະຫຼົກ.+

ຍ້ອນ​ລູກ​ຢູ່​ພາຍ​ໃຕ້​ອຳນາດ​ຂອງ​ພະອົງ ລູກ​ຈຶ່ງ​ນັ່ງ​ຢູ່​ຄົນ​ດຽວ.

ລູກ​ໃຈ​ຮ້າຍ​ຄື​ກັບ​ພະອົງ​ຍ້ອນ​ຄວາມ​ຊົ່ວ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ.+

18 ເປັນ​ຫຍັງ​ລູກ​ເຈັບ​ປວດ​ຊຳເຮື້ອ​ແລະ​ບາດ​ແຜ​ຂອງ​ລູກ​ກໍ​ປົວ​ບໍ່​ໄດ້?

ມັນ​ປົວ​ບໍ່​ເຊົາ​ເລີຍ.

ພະອົງ​ຈະ​ກາຍ​ເປັນ​ແຫຼ່ງ​ນ້ຳ​ທີ່​ບໍ່​ມີ​ນ້ຳ

ແລະ​ໄວ້ໃຈ​ບໍ່​ໄດ້​ບໍ?

19 ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ:

“ຖ້າ​ເຈົ້າ​ກັບ​ມາ​ຫາ​ເຮົາ ເຮົາ​ຈະ​ພໍໃຈ​ເຈົ້າ​ອີກ​ເທື່ອ​ໜຶ່ງ

ແລະ​ເຈົ້າ​ຈະ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ເຮົາ.

ຖ້າ​ເຈົ້າ​ແຍກ​ສິ່ງ​ທີ່​ມີ​ຄ່າ​ອອກ​ຈາກ​ສິ່ງ​ທີ່​ບໍ່​ມີ​ຄ່າ

ເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ຄົນ​ທີ່​ເວົ້າ​ແທນ​ເຮົາ.

ເຂົາ​ເຈົ້າ​ຈະ​ຕ້ອງ​ສົນໃຈ​ຟັງ​ສິ່ງ​ທີ່​ເຈົ້າ​ເວົ້າ

ແຕ່​ເຈົ້າ​ບໍ່​ຕ້ອງ​ໄປ​ສົນໃຈ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ.”

20 ພະ​ເຢໂຫວາ​ບອກ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ກຳແພງ​ທອງແດງ​ທີ່​ແຂງແຮງ​ໃນ​ກຸ່ມ​ຄົນ​ເຫຼົ່າ​ນີ້.+

ເຂົາ​ເຈົ້າ​ຈະ​ມາ​ຕໍ່ສູ້​ເຈົ້າ​ແນ່ນອນ

ແຕ່​ເຂົາ​ເຈົ້າ​ຈະ​ບໍ່​ຊະນະ​ເຈົ້າ+

ຍ້ອນ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ.

21 ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ລອດ​ຈາກ​ມື​ຂອງ​ຄົນ​ຊົ່ວ

ແລະ​ໄຖ່​ເຈົ້າ​ຈາກ​ມື​ຂອງ​ຄົນ​ທີ່​ໂຫດຫ້ຽມ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌