ຂ່າວດີທີ່ຂຽນໂດຍມັດທາຍ
5 ເມື່ອພະເຢຊູເຫັນຄົນບັກຫຼາຍໆ ເພິ່ນໄດ້ຍ່າງຂຶ້ນພູແລ້ວກໍນັ່ງລົງ ແລະພວກລູກສິດໄດ້ເຂົ້າມາຫາເພິ່ນ. 2 ຈາກນັ້ນ ພະເຢຊູເລີ່ມສອນເຂົາເຈົ້າວ່າ:
3 “ຄົນທີ່ຮູ້ໂຕວ່າຕ້ອງໃຫ້ພະເຈົ້າ*ຊີ້ນຳກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.*
4 ຄົນທີ່ໂສກເສົ້າກໍມີຄວາມສຸກ ຍ້ອນເຂົາເຈົ້າຈະໄດ້ຮັບການປອບໃຈ.+
5 ຄົນທີ່ອ່ອນໂຍນ*ກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ຮັບໂລກເປັນລາງວັນ.*+
6 ຄົນທີ່ຢາກໃຫ້ມີ*+ຄວາມຍຸຕິທຳແທ້ໆກໍມີຄວາມສຸກ ຍ້ອນພະເຈົ້າຈະໃຫ້ເຂົາເຈົ້າຈົນພໍໃຈ.+
7 ຄົນທີ່ອີ່ຕົນຄົນອື່ນກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ຮັບຄວາມອີ່ຕົນ.
8 ຄົນທີ່ມີໃຈບໍລິສຸດກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະໄດ້ເຫັນພະເຈົ້າ.
9 ຄົນທີ່ເຮັດໃຫ້ມີສັນຕິສຸກກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະຖືກເອີ້ນວ່າເປັນລູກຂອງພະເຈົ້າ.
10 ຄົນທີ່ຖືກຂົ່ມເຫງຍ້ອນເຮັດສິ່ງທີ່ຖືກຕ້ອງກໍມີຄວາມສຸກ+ ຍ້ອນເຂົາເຈົ້າຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.
11 ເມື່ອພວກເຈົ້າຖືກດ່າ+ ຖືກຂົ່ມເຫງ+ ແລະຖືກໃສ່ຮ້າຍຍ້ອນຕິດຕາມຂ້ອຍ ພວກເຈົ້າກໍມີຄວາມສຸກ.+ 12 ຂໍໃຫ້ຍິນດີ+ ຍ້ອນພວກເຈົ້າຈະໄດ້ລາງວັນ+ທີ່ມີຄ່າຫຼາຍໃນສະຫວັນ. ພວກຜູ້ພະຍາກອນໃນສະໄໝແຕ່ກີ້ກໍຖືກຂົ່ມເຫງຄືກັນກັບພວກເຈົ້າ.+
13 ພວກເຈົ້າເປັນຄືກັບເກືອ+ໃນໂລກນີ້. ແຕ່ຖ້າເກືອບໍ່ເຄັມແລ້ວ ຈະເຮັດໃຫ້ມັນກັບມາເຄັມອີກໄດ້ແນວໃດ? ຈະເອົາໄປເຮັດຫຍັງກໍບໍ່ໄດ້ ມີແຕ່ຈະເອົາໄປຖິ້ມ+ໃຫ້ຄົນຢຽບເທົ່ານັ້ນ.
14 ໃນໂລກທີ່ມືດນີ້ ພວກເຈົ້າເປັນຄືກັບແສງສະຫວ່າງ+ ແລະເປັນຄືກັບເມືອງທີ່ຕັ້ງຢູ່ເທິງພູທີ່ເຊື່ອງໄວ້ບໍ່ໄດ້. 15 ເມື່ອຄົນເຮົາໄຕ້ຕະກຽງແລ້ວຈະບໍ່ເອົາກະຕ່າມາງວມມັນໄວ້ດອກ ແຕ່ຈະເອົາໄປຕັ້ງໄວ້ເທິງຂາຕະກຽງເພື່ອຈະໃຫ້ມັນສ່ອງແສງສະຫວ່າງໃຫ້ທຸກຄົນທີ່ຢູ່ໃນເຮືອນ.+ 16 ຄ້າຍຄືກັນ ໃຫ້ພວກເຈົ້າສ່ອງແສງສະຫວ່າງໃຫ້ຄົນອື່ນເຫັນໂດຍການເຮັດດີ.+ ເມື່ອເຂົາເຈົ້າເຫັນ+ ເຂົາເຈົ້າກໍຈະຍ້ອງຍໍສັນລະເສີນພະເຈົ້າພໍ່ຂອງພວກເຈົ້າທີ່ຢູ່ໃນສະຫວັນ.+
17 ຢ່າຄິດວ່າຂ້ອຍມາຍົກເລີກກົດໝາຍຂອງໂມເຊຫຼືຄຳສອນຂອງພວກຜູ້ພະຍາກອນ.* ຂ້ອຍບໍ່ໄດ້ມາເພື່ອລົບລ້າງສິ່ງນັ້ນ ແຕ່ມາເພື່ອເຮັດໃຫ້ມັນສຳເລັດ.+ 18 ຂ້ອຍຈະບອກໃຫ້ຮູ້ວ່າ ຟ້າກັບດິນຈະສູນຫາຍໄປກໍຍັງງ່າຍກວ່າທີ່ໂຕໜັງສືໂຕນ້ອຍໆໂຕໜຶ່ງຫຼືສ່ວນໃດສ່ວນໜຶ່ງຂອງໂຕໜັງສືໃນກົດໝາຍນັ້ນຈະຫາຍໄປ. ທຸກຢ່າງທີ່ຂຽນໄວ້ຈະຕ້ອງເກີດຂຶ້ນແທ້.+ 19 ດັ່ງນັ້ນ ຄົນທີ່ບໍ່ເຮັດຕາມກົດໝາຍເລັກໆນ້ອຍໆພຽງຂໍ້ໜຶ່ງແລະຍັງສອນຄົນອື່ນບໍ່ໃຫ້ເຮັດນຳ ຄົນນັ້ນກໍບໍ່ເໝາະສົມທີ່ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ. ສ່ວນຄົນທີ່ເຮັດຕາມແລະສອນຄົນອື່ນໃຫ້ເຮັດນຳ ຄົນນັ້ນກໍເໝາະສົມທີ່ຈະມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ. 20 ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າພວກເຈົ້າບໍ່ໄດ້ເຊື່ອຟັງພະເຈົ້າ*ຫຼາຍກວ່າພວກຄູສອນສາສະໜາແລະພວກຟາຣີຊາຍ+ ພວກເຈົ້າຈະບໍ່ມີສ່ວນໃນການປົກຄອງທີ່ຢູ່ໃນສະຫວັນ.+
21 ພວກເຈົ້າເຄີຍໄດ້ຍິນທີ່ຄົນໃນສະໄໝແຕ່ກີ້ສອນວ່າ ‘ຫ້າມຂ້າຄົນ.+ ຖ້າຜູ້ໃດຂ້າຄົນ ລາວຈະຕ້ອງຖືກສານຕັດສິນ.’+ 22 ແຕ່ຂ້ອຍຈະບອກພວກເຈົ້າວ່າ ທຸກຄົນທີ່ໃຈຮ້າຍ+ໃຫ້ຄົນອື່ນ*ບໍ່ເຊົາຈະຕ້ອງຖືກສານຕັດສິນ ແຕ່ຖ້າຜູ້ໃດເອີ້ນຄົນອື່ນແບບດູຖູກລາວຈະຕ້ອງຖືກສານສູງຕັດສິນ ແລະຖ້າຜູ້ໃດເວົ້າວ່າ ‘ຈັ່ງແມ່ນເຈົ້າໂງ່ ເຈົ້າຈ້າເນາະ!’ ລາວຈະຕ້ອງຖືກລົງໂທດໃນເກເຮັນນາ*+ທີ່ມີໄຟຮ້ອນໆ.
23 ດັ່ງນັ້ນ ຖ້າພວກເຈົ້າເອົາເຄື່ອງບູຊາມາໃຫ້ພະເຈົ້າຢູ່ແທ່ນບູຊາ+ແລະຄິດພໍ້ວ່າຍັງມີຄົນຄຽດໃຫ້ເຈົ້າຢູ່ 24 ໃຫ້ວາງເຄື່ອງບູຊານັ້ນໄວ້ຢູ່ຕໍ່ໜ້າແທ່ນແລະໄປຄືນດີກັບຜູ້ນັ້ນກ່ອນ ແລ້ວຈຶ່ງກັບມາເອົາເຄື່ອງບູຊານັ້ນໃຫ້ພະເຈົ້າ.+
25 ຖ້າມີຜູ້ໃດຟ້ອງພວກເຈົ້າ ໃຫ້ຟ້າວຕົກລົງກັບລາວຕອນທີ່ກຳລັງໄປສານນຳກັນ. ຄັນບໍ່ຊັ້ນ ລາວຈະສົ່ງພວກເຈົ້າໃຫ້ຜູ້ພິພາກສາຕັດສິນ ແລະຜູ້ພິພາກສາຈະສົ່ງພວກເຈົ້າໃຫ້ຜູ້ຄຸມຄຸກ ແລ້ວພວກເຈົ້າຈະຕິດຄຸກ.+ 26 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະບໍ່ໄດ້ອອກຈາກຄຸກແທ້ໆຈົນກວ່າຈະໄຊ້ໜີ້ໃຫ້ຄົບທຸກກີບ.*
27 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ຫ້າມຫຼິ້ນຊູ້.’+ 28 ແຕ່ຂ້ອຍຈະບອກພວກເຈົ້າວ່າ ທຸກຄົນທີ່ແນມເບິ່ງຜູ້ຍິງ+ຈົນເກີດຄວາມຕ້ອງການທາງເພດ ກໍເປັນຊູ້ໃນໃຈກັບຜູ້ຍິງຄົນນັ້ນແລ້ວ.+ 29 ຖ້າຕາເບື້ອງຂວາຂອງພວກເຈົ້າເຮັດໃຫ້ພວກເຈົ້າເຮັດຜິດ* ກໍໃຫ້ຈົກມັນຖິ້ມໂລດ+ ຍ້ອນວ່າເສຍອະໄວຍະວະຢ່າງໜຶ່ງກໍດີກວ່າໝົດໂຕຖືກໂຍນລົງໃນເກເຮັນນາ.+ 30 ຖ້າມືເບື້ອງຂວາຂອງພວກເຈົ້າເຮັດໃຫ້ພວກເຈົ້າເຮັດຜິດ ກໍໃຫ້ຕັດມັນຖິ້ມໂລດ+ ຍ້ອນວ່າເສຍອະໄວຍະວະຢ່າງໜຶ່ງກໍດີກວ່າໝົດໂຕຖືກໂຍນລົງໃນເກເຮັນນາ.+
31 ຍັງມີຄຳເວົ້າທີ່ວ່າ ‘ຖ້າຜູ້ໃດປະກັບເມຍກໍໃຫ້ລາວເຮັດໃບຢ່າຮ້າງໃຫ້ເມຍນຳ.’+ 32 ແຕ່ຂ້ອຍຈະບອກພວກເຈົ້າວ່າ ຫ້າມຜູ້ຊາຍປະຮ້າງກັບເມຍ ຄັນເມຍບໍ່ໄດ້ເຮັດຜິດສິນລະທຳທາງເພດ.* ຖ້າລາວເຮັດແນວນັ້ນ ລາວອາດຈະເຮັດໃຫ້ເມຍຫຼິ້ນຊູ້ ແລະຜູ້ໃດທີ່ແຕ່ງດອງກັບຜູ້ຍິງຄົນນີ້ກໍຫຼິ້ນຊູ້ຄືກັນ.+
33 ພວກເຈົ້າເຄີຍໄດ້ຍິນທີ່ຄົນໃນສະໄໝແຕ່ກີ້ຖືກສອນວ່າ ‘ຢ່າເຮັດຜິດຄຳສາບານ.+ ເມື່ອສາບານກັບພະເຢໂຫວາ*ແລ້ວ ພວກເຈົ້າຕ້ອງເຮັດຕາມນັ້ນ.’+ 34 ແຕ່ຂ້ອຍຈະບອກພວກເຈົ້າວ່າຢ່າສາບານຫຍັງເລີຍ.+ ຢ່າສາບານໂດຍອ້າງສະຫວັນ ຍ້ອນສະຫວັນເປັນບັນລັງຂອງພະເຈົ້າ. 35 ຢ່າສາບານໂດຍອ້າງໂລກ ຍ້ອນໂລກນີ້ເປັນບ່ອນວາງຕີນຂອງເພິ່ນ+ ແລະຢ່າສາບານໂດຍອ້າງເຢຣູຊາເລັມ ຍ້ອນເຢຣູຊາເລັມເປັນເມືອງຂອງກະສັດອົງຍິ່ງໃຫຍ່.+ 36 ຢ່າສາບານໂດຍເອົາຫົວຂອງໂຕເອງເປັນປະກັນ ຍ້ອນພວກເຈົ້າເຮັດໃຫ້ຜົມເສັ້ນໜຶ່ງຂອງພວກເຈົ້າຂາວຫຼືດຳກໍບໍ່ໄດ້. 37 ຖ້າພວກເຈົ້າເວົ້າວ່າຈະເຮັດບາງຢ່າງກໍໃຫ້ເຮັດຕາມທີ່ເວົ້າ ແຕ່ຖ້າພວກເຈົ້າເວົ້າວ່າຈະບໍ່ເຮັດກະບໍ່ຕ້ອງເຮັດ.*+ ຄັນບໍ່ເຮັດຕາມທີ່ເວົ້າ ພວກເຈົ້າກໍເຮັດຄືກັບມານຮ້າຍ.*+
38 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ຕາແທນຕາ ແຂ້ວແທນແຂ້ວ.’+ 39 ແຕ່ຂ້ອຍຈະບອກພວກເຈົ້າວ່າ ຢ່າຕໍ່ສູ້ກັບຄົນທີ່ເຮັດຊົ່ວຕໍ່ພວກເຈົ້າ. ຖ້າຜູ້ໃດຕົບໜ້າຂອງພວກເຈົ້າເບື້ອງຂວາ ກໍໃຫ້ປິ່ນໜ້າເບື້ອງຊ້າຍໃຫ້ລາວຕົບນຳ.+ 40 ຖ້າຜູ້ໃດຢາກເອົາເຈົ້າຂຶ້ນສານເພື່ອຈະຟ້ອງເອົາເສື້ອໂຕທາງໃນຂອງພວກເຈົ້າ ກໍເອົາເສື້ອຄຸມໃຫ້ລາວນຳ.+ 41 ຖ້າຜູ້ໃດສັ່ງພວກເຈົ້າໃຫ້ແບກເຄື່ອງໃຫ້ລາວໄປ 1 ກິໂລແມັດ*ກໍໃຫ້ໄປ 2 ກິໂລແມັດ. 42 ຖ້າຜູ້ໃດຂໍຫຍັງນຳພວກເຈົ້າ ກໍເອົາໃຫ້ລາວໂລດ ແລະຖ້າຜູ້ໃດຢືມຫຍັງນຳພວກເຈົ້າ ກໍເອົາໃຫ້ລາວຢືມ*ໂລດ.+
43 ພວກເຈົ້າເຄີຍໄດ້ຍິນຄຳເວົ້າທີ່ວ່າ ‘ເຈົ້າຕ້ອງຮັກເພື່ອນບ້ານ+ແລະຊັງສັດຕູ.’ 44 ແຕ່ຂ້ອຍຈະບອກພວກເຈົ້າວ່າ ໃຫ້ຮັກສັດຕູ+ຂອງພວກເຈົ້າແລະອະທິດຖານເພື່ອຄົນທີ່ຂົ່ມເຫງພວກເຈົ້າ.+ 45 ຖ້າເຮັດແນວນັ້ນ ພວກເຈົ້າກໍຈະເປັນລູກແທ້ໆຂອງພະເຈົ້າພໍ່ທີ່ຢູ່ໃນສະຫວັນ.+ ເພິ່ນໃຫ້ແສງຕາເວັນສ່ອງໃສ່ທັງຄົນດີແລະຄົນຊົ່ວ ແລະໃຫ້ມີຝົນສຳລັບຄົນເຮັດດີແລະຄົນເຮັດຊົ່ວ.+ 46 ຖ້າພວກເຈົ້າຮັກແຕ່ຄົນທີ່ຮັກພວກເຈົ້າ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ?+ ຄົນເກັບພາສີກໍເຮັດແບບນັ້ນຄືກັນ. 47 ຖ້າພວກເຈົ້າເຮັດດີນຳແຕ່ໝູ່*ຂອງພວກເຈົ້າ ພວກເຈົ້າເຮັດຫຍັງພິເສດກວ່າຄົນອື່ນບໍ? ຄົນຊາດອື່ນກໍເຮັດແບບນັ້ນຄືກັນ. 48 ດັ່ງນັ້ນ ພວກເຈົ້າຕ້ອງເປັນຄົນດີພ້ອມ*ຄືກັບພະເຈົ້າພໍ່ທີ່ຢູ່ໃນສະຫວັນ.”+