ເພງສັນລະເສີນ
ເພງສັນລະເສີນຂອງດາວິດ.
א [ອາເລບ]*
145 ພະເຈົ້າຜູ້ເປັນກະສັດຂອງລູກເອີ້ຍ+ ລູກຈະຍົກຍ້ອງພະອົງ.
ລູກຈະສັນລະເສີນຊື່ຂອງພະອົງຕະຫຼອດໄປແລະຕະຫຼອດໄປ.+
ב [ເບດ]
ג [ກີເມວ]
3 ພະເຢໂຫວາຍິ່ງໃຫຍ່ແລະສົມຄວນໄດ້ຮັບການສັນລະເສີນຫຼາຍທີ່ສຸດ.+
ຄວາມຍິ່ງໃຫຍ່ຂອງພະອົງເກີນຄວາມເຂົ້າໃຈ.+
ד [ດາເລດ]
4 ຄົນທຸກຍຸກທຸກສະໄໝຈະສັນລະເສີນຜົນງານຂອງພະອົງ.
ເຂົາເຈົ້າຈະເວົ້າກ່ຽວກັບທຸກສິ່ງທີ່ພະອົງເຮັດດ້ວຍລິດເດດຂອງພະອົງ.+
ה [ເຮ]
5 ເຂົາເຈົ້າຈະເວົ້າກ່ຽວກັບສະຫງ່າລາສີແລະກຽດຕິຍົດຂອງພະອົງ+
ແລະລູກຈະຄິດຕຶກຕອງກ່ຽວກັບສິ່ງດີໆທີ່ພະອົງໄດ້ເຮັດ.
ו [ວາວ]
6 ເຂົາເຈົ້າຈະເວົ້າກ່ຽວກັບສິ່ງທີ່ເປັນຕາງຶດທີ່ພະອົງໄດ້ເຮັດ*
ແລະລູກຈະປະກາດກ່ຽວກັບຄວາມຍິ່ງໃຫຍ່ຂອງພະອົງ.
ז [ຊາຢິນ]
7 ເຂົາເຈົ້າຈະຄິດເຖິງຄວາມດີທັງໝົດຂອງພະອົງແລະເວົ້າບໍ່ຢຸດບໍ່ເຊົາ.+
ເຂົາເຈົ້າຈະຮ້ອງດ້ວຍຄວາມຍິນດີຍ້ອນຄວາມຍຸຕິທຳຂອງພະອົງ.+
ח [ເຮດ]
8 ພະເຢໂຫວາເປັນພະເຈົ້າທີ່ໃຈດີ*ແລະມີຄວາມເມດຕາ+
ບໍ່ໃຈຮ້າຍງ່າຍແລະມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ.+
ט [ເທດ]
י [ໂຢດ]
כ [ຄາບ]
11 ເຂົາເຈົ້າຈະປະກາດສະຫງ່າລາສີຂອງການປົກຄອງຂອງພະອົງ+
ແລະເວົ້າເຖິງຄວາມຍິ່ງໃຫຍ່ຂອງພະອົງ+
ל [ລາເມດ]
12 ເພື່ອໃຫ້ມະນຸດທຸກຄົນຮູ້ຈັກສິ່ງທີ່ຍິ່ງໃຫຍ່ທີ່ພະອົງເຮັດ+
ແລະຮູ້ວ່າການປົກຄອງຂອງພະອົງຍິ່ງໃຫຍ່ສ່ຳໃດ.+
מ [ເມັມ]
13 ການປົກຄອງຂອງພະອົງຈະບໍ່ມີວັນສິ້ນສຸດ
ແລະພະອົງຈະປົກຄອງຕະຫຼອດທຸກຍຸກທຸກສະໄໝ.+
ס [ຊາເມກ]
ע [ອາຢິນ]
15 ທຸກສິ່ງທີ່ມີຊີວິດເບິ່ງພະອົງດ້ວຍຄວາມຫວັງ.
ພະອົງໃຫ້ອາຫານກັບທຸກຊີວິດຕາມລະດູ.+
פ [ເພ]
צ [ຊາເດ]
ק [ໂຄບ]
18 ພະເຢໂຫວາຢູ່ໃກ້ທຸກຄົນທີ່ຮ້ອງຫາເພິ່ນ.+
ר [ເຣດ]
19 ເພິ່ນໃຫ້ທຸກຄົນທີ່ຢ້ານຢຳເພິ່ນໄດ້ຕາມທີ່ຫວັງໄວ້.+
ເພິ່ນຟັງສຽງຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າແລະຊ່ວຍເຂົາເຈົ້າ.+
ש [ຊິນ]
ת [ເທົາ]