ເອັດຊະຣາ
1 ໃນປີທຳອິດ*ທີ່ໄຊຣັດ+ກະສັດຂອງເປີເຊຍປົກຄອງ ພະເຢໂຫວາໄດ້ເຮັດໃຫ້ສິ່ງທີ່ເພິ່ນເວົ້າໄວ້ຜ່ານທາງເຢເຣມີຢາ+ເກີດຂຶ້ນແທ້. ພະເຢໂຫວາໄດ້ກະຕຸ້ນໃຈໄຊຣັດກະສັດຂອງເປີເຊຍໃຫ້ປະກາດໄປທົ່ວປະເທດແລະຂຽນຄຳປະກາດນັ້ນໄວ້ນຳ.+ ຄຳປະກາດນັ້ນຂຽນວ່າ:
2 “ໄຊຣັດກະສັດຂອງເປີເຊຍບອກວ່າ ‘ພະເຢໂຫວາພະເຈົ້າທີ່ຢູ່ໃນສະຫວັນໄດ້ມອບທຸກປະເທດໃນໂລກນີ້+ໃຫ້ຂ້ອຍ ແລະເພິ່ນສັ່ງຂ້ອຍໃຫ້ສ້າງວິຫານໃຫ້ເພິ່ນໃນເມືອງເຢຣູຊາເລັມ+ທີ່ຢູ່ຢູດາ. 3 ໃຜກໍຕາມທີ່ເປັນປະຊາຊົນຂອງເພິ່ນ ຂໍໃຫ້ເພິ່ນຢູ່ກັບລາວ ແລະໃຫ້ລາວກັບເມືອເມືອງເຢຣູຊາເລັມທີ່ຢູ່ຢູດາເພື່ອສ້າງວິຫານຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນຄືນໃໝ່. ເພິ່ນເປັນພະເຈົ້າທ່ຽງແທ້ແລະເພິ່ນເຄີຍມີວິຫານຢູ່ເມືອງເຢຣູຊາເລັມ.* 4 ສຳລັບຄົນທີ່ຈະກັບເມືອ+ ບໍ່ວ່າເຂົາເຈົ້າຈະຢູ່ໃສກໍໃຫ້ໄດ້ຮັບຄວາມຊ່ວຍເຫຼືອຈາກຄົນທີ່ບໍ່ໄດ້ເມືອ. ເພື່ອນບ້ານຈະເອົາເງິນເອົາຄຳ ເຄື່ອງຂອງຕ່າງໆ ສັດລ້ຽງກັບເຄື່ອງບໍລິຈາກຕ່າງໆທີ່ຈະໃຊ້ສຳລັບວິຫານຂອງພະເຈົ້າ+ທ່ຽງແທ້ທີ່ຢູ່ເມືອງເຢຣູຊາເລັມໃຫ້ເຂົາເຈົ້າ.’”
5 ຈາກນັ້ນ ບາງຄົນທີ່ເປັນຫົວໜ້າໃນຈຸ້ມເຈື້ອຕ່າງໆຂອງຕະກູນຢູດາກັບຕະກູນເບັນຢາມິນແລະພວກປະໂລຫິດກັບພວກເລວີໄດ້ກຽມໂຕກັບເມືອເມືອງເຢຣູຊາເລັມ. ພະເຈົ້າທ່ຽງແທ້ໄດ້ກະຕຸ້ນຄົນເຫຼົ່ານີ້ໃຫ້ກັບໄປສ້າງວິຫານຂອງພະເຢໂຫວາຄືນໃໝ່. 6 ພວກທີ່ບໍ່ໄດ້ເມືອກໍເອົາເງິນເອົາຄຳ ເຄື່ອງຂອງຕ່າງໆ ສັດລ້ຽງ ແລະສິ່ງຕ່າງໆທີ່ມີຄ່າກັບເຄື່ອງບໍລິຈາກຕ່າງໆໃຫ້ເຂົາເຈົ້າ.
7 ກະສັດໄຊຣັດຍັງໄດ້ເອົາເຄື່ອງໃຊ້ທີ່ເຄີຍຢູ່ໃນວິຫານຂອງພະເຢໂຫວາອອກມານຳ. ເນບູກາດເນັດຊາໄດ້ເອົາເຄື່ອງໃຊ້ເຫຼົ່ານີ້ມາຈາກເມືອງເຢຣູຊາເລັມແລ້ວເອົາໄປໄວ້ໃນວິຫານພະເຈົ້າ+ຂອງລາວ. 8 ໄຊຣັດກະສັດຂອງເປີເຊຍເອົາເຄື່ອງໃຊ້ເຫຼົ່ານີ້ໄປໃຫ້ມິດເຣດາດທີ່ເປັນຜູ້ເບິ່ງແຍງຄັງຊັບສິນ. ມິດເຣດາດນັບເຄື່ອງໃຊ້ແລະຈົດລາຍການໄວ້ ແລ້ວເອົາລາຍການນັ້ນໄປໃຫ້ເຊັດບັດຊາ*+ທີ່ເປັນຫົວໜ້າພວກຢູດາ.
9 ລາຍການເຄື່ອງເຫຼົ່ານັ້ນມີ: ກະຕ່າຄຳ 30 ໜ່ວຍ ກະຕ່າເງິນ 1.000 ໜ່ວຍ ກະຕ່າສຳຮອງອີກ 29 ໜ່ວຍ 10 ຖ້ວຍນ້ອຍຄຳ 30 ໃບ ຖ້ວຍນ້ອຍເງິນ 410 ໃບ ແລະເຄື່ອງໃຊ້ອື່ນໆອີກ 1.000 ອັນ. 11 ເຄື່ອງໃຊ້ທັງໝົດທີ່ເປັນເງິນເປັນຄຳມີ 5.400 ອັນ. ຕອນທີ່ເຊັດບັດຊາພາພວກຊະເລີຍ+ອອກຈາກບາບີໂລນກັບໄປເມືອງເຢຣູຊາເລັມ ລາວໄດ້ເອົາເຄື່ອງໃຊ້ທັງໝົດນີ້ໄປນຳ.