ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ຄຳ​ສັ່ງ​ຂອງ​ກະສັດ​ໄຊຣັດ​ທີ່​ໃຫ້​ສ້າງ​ວິຫານ​ຄືນ​ໃໝ່ (1-​4)

      • ຊະເລີຍ​ຈາກ​ບາບີໂລນ​ກຽມ​ໂຕ​ກັບ​ໄປ​ເມືອງ​ເຢຣູຊາເລັມ (5-​11)

ເອັດຊະຣາ 1:1

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ປີ​ທຳອິດ​ທີ່​ໄຊຣັດ​ປົກຄອງ​ບາບີໂລນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:1; ດນອ 10:1
  • +ຢຣມ 25:12; 29:14; 33:10, 11
  • +2ຂຄ 36:22, 23

ເອັດຊະຣາ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 4:34, 35
  • +ອຊຢ 44:28

ເອັດຊະຣາ 1:3

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເພິ່ນ​ເຄີຍ​ຢູ່​ເມືອງ​ເຢຣູຊາເລັມ”

ເອັດຊະຣາ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:6; ຢຣມ 9:16
  • +ອພຍ 35:21; 1ຂຄ 29:9; ອຊຣ 7:14-16

ເອັດຊະຣາ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:11, 13; 2ຂຄ 36:7, 18; ອຊຣ 6:5; ດນອ 1:1, 2; 5:2

ເອັດຊະຣາ 1:8

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເຊຣູບາເບນ​ໃນ ອຊຣ 2:2; 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:14, 16; ຮກ 1:1, 14; 2:23

ເອັດຊະຣາ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:14, 15; 2ຂຄ 36:20

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 1:1ອຊຢ 45:1; ດນອ 10:1
ອຊຣ. 1:1ຢຣມ 25:12; 29:14; 33:10, 11
ອຊຣ. 1:12ຂຄ 36:22, 23
ອຊຣ. 1:2ດນອ 4:34, 35
ອຊຣ. 1:2ອຊຢ 44:28
ອຊຣ. 1:42ກສ 17:6; ຢຣມ 9:16
ອຊຣ. 1:4ອພຍ 35:21; 1ຂຄ 29:9; ອຊຣ 7:14-16
ອຊຣ. 1:72ກສ 24:11, 13; 2ຂຄ 36:7, 18; ອຊຣ 6:5; ດນອ 1:1, 2; 5:2
ອຊຣ. 1:8ອຊຣ 5:14, 16; ຮກ 1:1, 14; 2:23
ອຊຣ. 1:112ກສ 24:14, 15; 2ຂຄ 36:20
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 1:1-11

ເອັດຊະຣາ

1 ໃນປີ​ທຳອິດ*​ທີ່​ໄຊຣັດ+​ກະສັດ​ຂອງ​ເປີເຊຍ​ປົກຄອງ ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ສິ່ງ​ທີ່​ເພິ່ນ​ເວົ້າ​ໄວ້​ຜ່ານ​ທາງ​ເຢເຣມີຢາ+​ເກີດ​ຂຶ້ນ​ແທ້. ພະ​ເຢໂຫວາ​ໄດ້​ກະຕຸ້ນ​ໃຈ​ໄຊຣັດ​ກະສັດ​ຂອງ​ເປີເຊຍ​ໃຫ້​ປະກາດ​ໄປ​ທົ່ວ​ປະເທດ​ແລະ​ຂຽນ​ຄຳ​ປະກາດ​ນັ້ນ​ໄວ້​ນຳ.+ ຄຳ​ປະກາດ​ນັ້ນ​ຂຽນ​ວ່າ:

2 “ໄຊຣັດ​ກະສັດ​ຂອງ​ເປີເຊຍ​ບອກ​ວ່າ ‘ພະ​ເຢໂຫວາ​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໄດ້​ມອບ​ທຸກ​ປະເທດ​ໃນ​ໂລກ​ນີ້+​ໃຫ້​ຂ້ອຍ ແລະ​ເພິ່ນ​ສັ່ງ​ຂ້ອຍ​ໃຫ້ສ້າງ​ວິຫານ​ໃຫ້​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ+​ທີ່​ຢູ່​ຢູດາ. 3 ໃຜ​ກໍ​ຕາມ​ທີ່​ເປັນ​ປະຊາຊົນ​ຂອງ​ເພິ່ນ ຂໍ​ໃຫ້​ເພິ່ນ​ຢູ່​ກັບ​ລາວ ແລະ​ໃຫ້​ລາວ​ກັບ​ເມືອ​ເມືອງ​ເຢຣູຊາເລັມ​ທີ່​ຢູ່​ຢູດາ​ເພື່ອ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ຄືນ​ໃໝ່. ເພິ່ນ​ເປັນ​ພະເຈົ້າ​ທ່ຽງແທ້​ແລະ​ເພິ່ນ​ເຄີຍ​ມີ​ວິຫານ​ຢູ່​ເມືອງ​ເຢຣູຊາເລັມ.* 4 ສຳລັບ​ຄົນ​ທີ່​ຈະ​ກັບ​ເມືອ+ ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ຢູ່​ໃສ​ກໍ​ໃຫ້​ໄດ້​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກຄົນ​ທີ່​ບໍ່​ໄດ້​ເມືອ. ເພື່ອນ​ບ້ານ​ຈະ​ເອົາ​ເງິນ​ເອົາ​ຄຳ ເຄື່ອງ​ຂອງ​ຕ່າງ​ໆ​ ສັດ​ລ້ຽງ​ກັບ​ເຄື່ອງ​ບໍລິຈາກ​ຕ່າງ​ໆ​ທີ່​ຈະ​ໃຊ້​ສຳລັບ​ວິຫານ​ຂອງ​ພະເຈົ້າ+​ທ່ຽງແທ້​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ໃຫ້​ເຂົາ​ເຈົ້າ.’”

5 ຈາກ​ນັ້ນ ບາງຄົນ​ທີ່​ເປັນ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ຂອງ​ຕະກູນ​ຢູດາ​ກັບ​ຕະກູນ​ເບັນຢາມິນ​ແລະ​ພວກ​ປະໂລຫິດ​ກັບ​ພວກ​ເລວີ​ໄດ້​ກຽມ​ໂຕ​ກັບ​ເມືອ​ເມືອງ​ເຢຣູຊາເລັມ. ພະເຈົ້າ​ທ່ຽງແທ້​ໄດ້​ກະຕຸ້ນ​ຄົນ​ເຫຼົ່ານີ້​ໃຫ້​ກັບ​ໄປ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່. 6 ພວກ​ທີ່​ບໍ່​ໄດ້​ເມືອ​ກໍ​ເອົາ​ເງິນ​ເອົາ​ຄຳ ເຄື່ອງ​ຂອງ​ຕ່າງ​ໆ​ ສັດ​ລ້ຽງ ແລະ​ສິ່ງ​ຕ່າງ​ໆ​ທີ່​ມີ​ຄ່າ​ກັບ​ເຄື່ອງ​ບໍລິຈາກ​ຕ່າງ​ໆ​ໃຫ້​ເຂົາ​ເຈົ້າ.

7 ກະສັດ​ໄຊຣັດ​ຍັງ​ໄດ້​ເອົາ​ເຄື່ອງໃຊ້​ທີ່​ເຄີຍ​ຢູ່​ໃນ​ວິຫານ​ຂອງ​ພະ​ເຢໂຫວາ​ອອກ​ມາ​ນຳ. ເນບູກາດເນັດຊາ​ໄດ້​ເອົາ​ເຄື່ອງໃຊ້​ເຫຼົ່ານີ້​ມາ​ຈາກ​ເມືອງ​ເຢຣູຊາເລັມ​ແລ້ວ​ເອົາ​ໄປ​ໄວ້​ໃນ​ວິຫານ​ພະເຈົ້າ+​ຂອງ​ລາວ. 8 ໄຊຣັດ​ກະສັດ​ຂອງ​ເປີເຊຍ​ເອົາ​ເຄື່ອງໃຊ້​ເຫຼົ່ານີ້​ໄປ​ໃຫ້​ມິດເຣດາດ​ທີ່​ເປັນ​ຜູ້​ເບິ່ງ​ແຍງ​ຄັງ​ຊັບສິນ. ມິດເຣດາດ​ນັບ​ເຄື່ອງໃຊ້​ແລະ​ຈົດ​ລາຍການ​ໄວ້ ແລ້ວ​ເອົາ​ລາຍການ​ນັ້ນ​ໄປ​ໃຫ້​ເຊັດບັດຊາ*+​ທີ່​ເປັນ​ຫົວ​ໜ້າ​ພວກ​ຢູດາ.

9 ລາຍການ​ເຄື່ອງ​ເຫຼົ່າ​ນັ້ນ​ມີ: ກະຕ່າ​ຄຳ 30 ໜ່ວຍ ກະຕ່າ​ເງິນ 1.000 ໜ່ວຍ ກະຕ່າ​ສຳຮອງ​ອີກ 29 ໜ່ວຍ 10 ຖ້ວຍ​ນ້ອຍ​ຄຳ 30 ໃບ ຖ້ວຍ​ນ້ອຍ​ເງິນ 410 ໃບ ແລະ​ເຄື່ອງໃຊ້​ອື່ນ​ໆ​ອີກ 1.000 ອັນ. 11 ເຄື່ອງໃຊ້​ທັງ​ໝົດ​ທີ່​ເປັນ​ເງິນ​ເປັນ​ຄຳ​ມີ 5.400 ອັນ. ຕອນ​ທີ່​ເຊັດບັດຊາ​ພາພວກ​ຊະເລີຍ+​ອອກ​ຈາກ​ບາບີໂລນ​ກັບ​ໄປ​ເມືອງ​ເຢຣູຊາເລັມ ລາວ​ໄດ້​ເອົາ​ເຄື່ອງໃຊ້​ທັງ​ໝົດ​ນີ້​ໄປ​ນຳ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌