ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ເທຊະໂລນິກ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ເທຊະໂລນິກ

      • ຄຳ​ເຕືອນ​ເລື່ອງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ (1-8)

      • ຮັກ​ກັນ​ໃຫ້​ຫຼາຍ​ຂຶ້ນ (9-12)

        • “ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ” (11)

      • ພວກ​ລູກສິດ​ຂອງ​ພະຄລິດ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກ່ອນ (13-18)

1 ເທຊະໂລນິກ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 1:10; 1ປຕ 2:12

1 ເທຊະໂລນິກ 4:3

ໄຂເງື່ອນ

  • *

    ຫຼື “ພວກ​ເຈົ້າ​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 17:19; ອຟຊ 5:25-27; 2ທຊ 2:13; 1ປຕ 1:15, 16
  • +ອຟຊ 5:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 41

1 ເທຊະໂລນິກ 4:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກລຊ 3:5; 2ຕມ 2:22
  • +ຣມ 6:19

1 ເທຊະໂລນິກ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 79:6; ອຟຊ 4:17, 19; 1ປຕ 4:3
  • +1ກຣ 6:18; ອຟຊ 5:5

1 ເທຊະໂລນິກ 4:6

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

1 ເທຊະໂລນິກ 4:7

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ຖືກ​ແຍກ​ໄວ້​ໃຫ້​ເປັນ​ຄົນ​ຂອງ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:14; 1ປຕ 1:15, 16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    6/2023, ໜ້າ 12-13

1 ເທຊະໂລນິກ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 6:18, 19
  • +1ຢຮ 3:24

1 ເທຊະໂລນິກ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:10
  • +ຢຮ 13:34, 35; 1ປຕ 1:22; 1ຢຮ 4:21

1 ເທຊະໂລນິກ 4:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ທຊ 3:11, 12
  • +1ປຕ 4:15
  • +1ກຣ 4:11, 12; ອຟຊ 4:28; 2ທຊ 3:10; 1ຕມ 5:8

1 ເທຊະໂລນິກ 4:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 12:17

1 ເທຊະໂລນິກ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 11:11; ກຈກ 7:59, 60; 1ກຣ 15:6
  • +1ກຣ 15:32

1 ເທຊະໂລນິກ 4:14

ໄຂເງື່ອນ

  • *

    ໝາຍເຖິງ​ພະ​ເຢຊູ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 14:9; 1ກຣ 15:3, 4
  • +1ກຣ 15:22, 23; ຟລປ 3:20, 21; 2ທຊ 2:1; ພນມ 20:4

1 ເທຊະໂລນິກ 4:15

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

  • *

    ເບິ່ງ​ຄຳ​ວ່າ “ການ​ມາ” ໃນ​ສ່ວນ​ອະທິບາຍ​ຄຳສັບ

1 ເທຊະໂລນິກ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢດ 9
  • +1ກຣ 15:51, 52

1 ເທຊະໂລນິກ 4:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 1:9
  • +2ທຊ 2:1
  • +ຢຮ 14:3; 17:24; 2ກຣ 5:8; ຟລປ 1:23; ພນມ 20:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/7/2015, ໜ້າ 14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ທຊ. 4:1ກລຊ 1:10; 1ປຕ 2:12
1ທຊ. 4:3ຢຮ 17:19; ອຟຊ 5:25-27; 2ທຊ 2:13; 1ປຕ 1:15, 16
1ທຊ. 4:3ອຟຊ 5:3
1ທຊ. 4:4ກລຊ 3:5; 2ຕມ 2:22
1ທຊ. 4:4ຣມ 6:19
1ທຊ. 4:5ພສ 79:6; ອຟຊ 4:17, 19; 1ປຕ 4:3
1ທຊ. 4:51ກຣ 6:18; ອຟຊ 5:5
1ທຊ. 4:7ຮຣ 12:14; 1ປຕ 1:15, 16
1ທຊ. 4:81ກຣ 6:18, 19
1ທຊ. 4:81ຢຮ 3:24
1ທຊ. 4:9ຣມ 12:10
1ທຊ. 4:9ຢຮ 13:34, 35; 1ປຕ 1:22; 1ຢຮ 4:21
1ທຊ. 4:112ທຊ 3:11, 12
1ທຊ. 4:111ປຕ 4:15
1ທຊ. 4:111ກຣ 4:11, 12; ອຟຊ 4:28; 2ທຊ 3:10; 1ຕມ 5:8
1ທຊ. 4:12ຣມ 12:17
1ທຊ. 4:13ຢຮ 11:11; ກຈກ 7:59, 60; 1ກຣ 15:6
1ທຊ. 4:131ກຣ 15:32
1ທຊ. 4:14ຣມ 14:9; 1ກຣ 15:3, 4
1ທຊ. 4:141ກຣ 15:22, 23; ຟລປ 3:20, 21; 2ທຊ 2:1; ພນມ 20:4
1ທຊ. 4:16ຢດ 9
1ທຊ. 4:161ກຣ 15:51, 52
1ທຊ. 4:17ກຈກ 1:9
1ທຊ. 4:172ທຊ 2:1
1ທຊ. 4:17ຢຮ 14:3; 17:24; 2ກຣ 5:8; ຟລປ 1:23; ພນມ 20:6
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
1 ເທຊະໂລນິກ 4:1-18

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງເທຊະໂລນິກ

4 ສຸດທ້າຍ​ນີ້ ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ສອນ​ພວກ​ເຈົ້າ​ແລ້ວ​ວ່າ​ຄວນ​ໃຊ້​ຊີວິດ​ແນວ​ໃດ​ເພື່ອ​ໃຫ້​ພະເຈົ້າ​ພໍໃຈ+ ເຊິ່ງ​ພວກ​ເຈົ້າ​ກໍ​ເຮັດ​ຢູ່​ແລ້ວ. ພວກ​ເຮົາ​ຈຶ່ງ​ຂໍຮ້ອງ​ພວກ​ເຈົ້າ​ໃນ​ນາມ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ວ່າ​ໃຫ້​ພວກ​ເຈົ້າ​ເຮັດ​ແບບ​ນັ້ນ​ໃຫ້​ຫຼາຍ​ຂຶ້ນ. 2 ພວກ​ເຈົ້າ​ຮູ້​ແລ້ວ​ວ່າ​ພວກ​ເຮົາ​ສັ່ງ​ຫຍັງ​ໄວ້​ແດ່​ໃນ​ນາມ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ.

3 ພະເຈົ້າ​ຢາກ​ໃຫ້​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ*+​ແລະ​ງົດ​ເວັ້ນຈາກ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ.*+ 4 ໃຫ້​ພວກ​ເຈົ້າ​ທຸກ​ຄົນ​ຮູ້​ຈັກຄວບຄຸມ​ຮ່າງກາຍ​ຂອງ​ໂຕເອງ+​ໃຫ້​ບໍລິສຸດ+​ແລະ​ມີ​ກຽດ. 5 ຢ່າ​ເຮັດ​ຄື​ຄົນ​ຕ່າງ​ຊາດ​ທີ່​ບໍ່​ຮູ້​ຈັກ​ພະເຈົ້າ+​ເຊິ່ງ​ຫຼົງ​ໄຫຼ​ມົວເມົາ​ໄປ​ກັບ​ຕັນຫາ​ໂດຍ​ບໍ່​ຄວບຄຸມ​ໂຕເອງ.+ 6 ຢ່າ​ໃຫ້​ຜູ້​ໃດ​ເຮັດ​ສິ່ງ​ທີ່​ບໍ່​ເໝາະສົມ​ແລະ​ທຳຮ້າຍ​ພີ່ນ້ອງ​ໃນ​ເລື່ອງ​ນີ້ ຍ້ອນ​ພະ​ເຢໂຫວາ*​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່າ​ນີ້​ແນ່ນອນ ຄື​ກັບ​ທີ່​ພວກ​ເຮົາ​ບອກ​ແລະ​ເຕືອນ​ພວກ​ເຈົ້າ​ໄວ້​ຢ່າງ​ໜັກແໜ້ນ​ແລ້ວ. 7 ພະເຈົ້າ​ບໍ່​ໄດ້​ເລືອກ​ພວກ​ເຮົາ​ໃຫ້​ມາ​ເຮັດ​ສິ່ງ​ທີ່​ບໍ່​ສະອາດ ແຕ່​ເລືອກ​ໃຫ້​ມາ​ເປັນ​ຄົນ​ບໍລິສຸດ.*+ 8 ດັ່ງນັ້ນ ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ຄຳສອນ​ນີ້​ບໍ່​ໄດ້​ປະຕິເສດ​ມະນຸດ ແຕ່​ປະຕິເສດ​ພະເຈົ້າ+​ຜູ້​ທີ່​ເອົາ​ພະລັງ​ບໍລິສຸດ​ໃຫ້​ພວກ​ເຈົ້າ.+

9 ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ+ ພວກ​ເຮົາ​ບໍ່​ຕ້ອງ​ຂຽນ​ບອກ​ພວກ​ເຈົ້າ ຍ້ອນ​ພະເຈົ້າ​ສອນ​ພວກ​ເຈົ້າ​ໃຫ້​ຮັກ​ກັນ​ຢູ່​ແລ້ວ.+ 10 ພວກ​ເຈົ້າ​ກໍ​ກຳລັງ​ເຮັດ​ແບບ​ນັ້ນ​ກັບ​ພີ່ນ້ອງ​ທົ່ວ​ແຂວງ​ມາເກໂດເນຍ. ແຕ່​ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຂໍ​ສະໜັບ​ສະໜູນ​ພວກ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​. 11 ໃຫ້​ພວກ​ເຈົ້າ​ຕັ້ງໃຈ​ໃຊ້​ຊີວິດ​ແບບ​ສະຫງົບ+ ຢ່າ​ໄປ​ຫຍຸ້ງ​ກັບ​ເລື່ອງ​ຂອງ​ຄົນ​ອື່ນ+ ແລະ​ໃຫ້​ຊອກ​ເຮັດ​ວຽກ+​ຄື​ກັບ​ທີ່​ພວກ​ເຮົາ​ສັ່ງ​ໄວ້​ແລ້ວ. 12 ເມື່ອ​ພວກ​ເຈົ້າ​ໃຊ້​ຊີວິດ​ແບບ​ນີ້ ຄົນ​ທາງ​ນອກ​ກໍ​ຈະ​ຍອມຮັບ​ນັບຖື+ ແລະ​ພວກ​ເຈົ້າ​ຈະ​ບໍ່​ຂາດເຂີນ​ຫຍັງ​ເລີຍ.

13 ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ເຂົ້າ​ໃຈ​ກ່ຽວກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ+ ເພື່ອ​ພວກ​ເຈົ້າ​ຈະ​ບໍ່​ໂສກເສົ້າ​ຄື​ຄົນ​ທີ່​ບໍ່​ມີ​ຄວາມ​ຫວັງ.+ 14 ຖ້າ​ພວກ​ເຮົາ​ເຊື່ອ​ວ່າ​ພະ​ເຢຊູ​ຕາຍ​ແລະ​ຟື້ນ​ຄືນ​ມາ​ອີກ+ ພວກ​ເຮົາ​ກໍ​ເຊື່ອ​ໄດ້​ຄື​ກັນ​ວ່າ​ພະເຈົ້າ​ຈະ​ປຸກ​ຄົນ​ທີ່​ຕາຍ​ໃນ​ແນວ​ທາງ​ຂອງ​ພະ​ເຢຊູ​ແລະ​ໃຫ້​ເຂົາເຈົ້າ​ຢູ່​ກັບ​ເພິ່ນ.*+ 15 ພວກ​ເຮົາ​ຂໍ​ບອກ​ພວກ​ເຈົ້າ​ຕາມ​ທີ່​ພະ​ເຢໂຫວາ*​ບອກ​ໄວ້​ວ່າ ພວກ​ເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ໄລຍະ​ທີ່​ຜູ້​ເປັນ​ນາຍ​ກັບ​ມາ*​ຈະ​ບໍ່​ຖືກ​ຮັບ​ໄປ​ກ່ອນ​ຄົນ​ທີ່​ຕາຍ​ໄປ​ແລ້ວ. 16 ຜູ້​ເປັນ​ນາຍ​ຈະ​ລົງມາ​ຈາກສະຫວັນ. ເພິ່ນ​ຈະ​ຖື​ແກ​ຂອງ​ພະເຈົ້າ​ແລະ​ອອກ​ຄຳ​ສັ່ງ​ດ້ວຍ​ສຽງ​ຂອງ​ຫົວໜ້າ​ທູດສະຫວັນ+ ແລ້ວ​ພວກ​ລູກສິດ​ຂອງ​ພະຄລິດ​ທີ່​ຕາຍ​ໄປ​ແລ້ວ​ຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ກ່ອນ.+ 17 ຈາກນັ້ນ ພວກ​ເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ຖືກ​ພາ​ຂຶ້ນ​ໄປ​ໃນ​ຂີ້ເຝື້ອ+​ແລະ​ໄປ​ຢູ່​ກັບ​ຄົນ​ເຫຼົ່າ​ນັ້ນ ເພື່ອ​ຈະ​ໄປ​ຫາ​ຜູ້​ເປັນ​ນາຍ+​ຢູ່​ເທິງ​ຟ້າ. ພວກ​ເຮົາ​ຈະ​ໄດ້​ຢູ່​ກັບ​ຜູ້​ເປັນ​ນາຍ​ຕະຫຼອດ​ໄປ.+ 18 ດັ່ງນັ້ນ ຂໍ​ໃຫ້​ພວກ​ເຈົ້າ​ເວົ້າ​ເລື່ອງ​ນີ້​ເພື່ອ​ໃຫ້​ກຳລັງ​ໃຈ​ກັນ​ສະເໝີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌